ນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ ສ້າງຮູບແບບໃໝ່ຂອງການລົງທຶນຢູ່ລາວ

“ການລົງນາມເຊັນບົດບັນທຶກຮ່ວມມືລົງທຶນໃນ 10 ໂຄງການ ຢູ່ໃນງານປະຊາສໍາພັນການລົງທຶນ,ເຊິ່ງມີມູນຄ່າການລົງທຶນທັງໝົດ 835 ລ້ານໂດລາ, ປະມານ 15.100 ຕື້ກີບ, ທີ່ຕິດພັນກັບໂຄງການລົງເລິກປຸງແຕ່ງຜະລິດຕະພັນເຄມີ ຄລໍ-ອັນຄາໄລ (Chlor-alkali), ໂບຣມິນ (Bromine), ໝໍ້ເກັບພະລັງງານແບດເຕີຣີກະແສທາດແຫຼວ ສັງກະສິ-ໂບຣມິນ ແລະໂຄງການຕ່ອງໂສ້ອຸດສາຫະກຳອື່ນໆ, ຕະຫຼອດທັງໂຄງການອຸດສາຫະກໍາເກີດໃໝ່ດ້ານຊີວະວິທະຍາ, ການຜະລິດແບບອັດສະລິຍະ ແລະອື່ນໆ,ພາຍຫຼັງໂຄງການໄດ້ກ້າວສູ່ໄລຍະການຜະລິດແລ້ວຈະມີມູນຄ່າການຜະລິດທັງໝົດລື່ນກາຍ 2 ຕື້ໂດລາ ຫລືປະມານ 36.200 ຕື້ກີບ”. ເມື່ອບໍ່ດົນມານີ້ ໄດ້ມີຂ່າວດີທີ່ປະທັບໃຈທຸກທ່ານກ່ຽວກັບກະຊວງອຸດສາຫະກຳ ແລະການຄ້າ, ພ້ອມດ້ວຍ ອໍານາດການປົກຄອງແຂວງຄຳມ່ວນ ຢູ່ທີ່ນະຄອນກວາງໂຈວ ສປ ຈີນ ໄດ້ຈັດ “ງານປະຊາສໍາພັນການລົງທຶນໃນນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ ກໍຄືພິທີເຊັນບົດບັນທຶກການຮ່ວມມືລົງທຶນ”.

ງານປະຊາສຳພັນການລົງທຶນຄັ້ງນີ້ແມ່ນ​ແຕກ​ຕ່າງ​ຈາກ​ງານ​ປະ​ຊາ​ສໍາ​ພັນ​ການ​ລົງທຶນ​ດ້ານກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທີ່​​ລັດຖະບານ​ລາວ​ຈັດ​ຂຶ້ນ​ໃນໄລຍະຜ່ານມາ, ແຕ່ເປັນການບຸກເບີກການດຶງດູດການລົງທຶນດ້ານການຜະລິດອຸດສາຫະກໍາຂອງລາວຢູ່ຕ່າງປະເທດ, ເຊິ່ງເປັນການດຶງດູດການລົງທຶນທີ່ມີຈຸດສຸມຊັດເຈນ ແລະເປັນໝາກຜົນຍິ່ງໃຫຍ່ຂອງການດຶງດູດການລົງທຶນ ໂດຍການເອົາທຸລະກິດດຶງດຸດທຸລະກິດ, ເປັນການລົງເລິກຜັນຂະຫຍາຍມາດຕະການແຮງກ້າດ້ານນະໂຍບາຍຂອງພັກລັດລາວ ກ່ຽວກັບສຸມທຸກກໍາລັງແຮງເພື່ອຄວາມໝັ້ນຄົງຂອງເສດຖະກິດ, ດຶງດູດການລົງທຶນ, ເພີ່ມທະວີເງິນຕາຕ່າງປະເທດ ແລະທົດແທນການນໍາເຂົ້າ, ເຊິ່ງເປັນການສະໜັບສະໜູນທີ່ເຂັ້ມແຂງເພື່ອຄວາມໝັ້ນຄົງຂອງເສດຖະກິດ. ຜົນສໍາເລັດຂອງການດຶງດຸດການລົງທຶນສໍາລັບນິຄົມອຸດສາຫະກຳນີ້ ແມ່ນມີຄວາມໝາຍສໍາຄັນຍິ່ງດ້ານການປະດິດສ້າງໃໝ່ ແລະການເປັນຕົວແບບ, ກາຍເປັນແບບຢ່າງໃໝ່ໃນການດຶງດູດການລົງທຶນຂອງ ສປປ ລາວ. 

ການປະຊາສໍາພັນດຶງດູດການລົງທຶນທີ່ຊັນເຈນໃນຕ່ອງໂສ້ອຸດສາຫະກໍາ, ຜູ້ບຸກເບີກການດຶງດູດການລົງທຶນດ້ານການຜະລິດອຸດສາຫະກໍາ

ການສະແດງກໍາລັງທີ່ມີຈຸດສຸມຊັດເຈນ, ສປປ ລາວ ໄດ້ອອກໝັດລວມເພື່ອດຶງດູດການລົງທຶນ. ໃນເດືອນ 3 ປີນີ້ ພາຍຫຼັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ, ວຽກງານການດຶງດູດການລົງທຶນໃນນິຄົມອຸດສາຫະກໍາ ອາຊີ-ໂປຕາສ ສາກົນ ກໍໄດ້ມີຄວາມຄືບໜ້າຢ່າງວ່ອງໄວ. ​ໂດຍ​ອີງ​ໃສ່​ແຫຼ່ງຊັບພະຍາກອນ​ທີ່​ອຸດົມສົມບູນ​ຂອງ​ ສປປ ລາວ, ການດຶງດູດການລົງທຶນທີ່ຊັດເຈນໂດຍປິ່ນອ້ອມການພັດທະນາອຸດສາຫະກໍາ, ເລີ່ມແຕ່ການເຈລະຈາ, ການລົງນາມ, ການຊຸກຍູ້ ແລະ ການລົງມືກໍ່ສ້າງ, ໄດ້ກາຍເປັນໝັດລວມທີ່ມີຄຸນນະພາບສູງທີ່ປະກອບດ້ວຍ “ການຊັກຊວນ, ການດຶງດູດ, ການສົ່ງເສີມ ແລະ ການລົງມືສ້າງ”. ເພື່ອເຮັດໃຫ້ນັກລົງທຶນເຂົ້າໃຈປະເທດລາວດີຂຶ້ນ, ​ເພີ່ມ​ທະວີ​ຄວາມ​ໝັ້ນໃຈ​ໃຫ້ແກ່ບັນດາ​ບໍລິສັດ​ຕ່າງປະ​ເທດ, ເລັ່ງຊຸກຍູ້ໂຄງການໃຫ້ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ,ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳແລະການຄ້າ ແລະທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ແຍກພົບປະແລກປ່ຽນ​ກັບ ປະທານ ກົວ ປາຍສຸນ ແລະ ຄະນະບໍລິຫານລະດັບສູງຂອງ ບໍລິສັດ​ ອາຊີ-ໂປຕາສ ສາກົນ, ພ້ອມດ້ວຍບັນດານັກລົງທຶນ​​ຈີນ ແລະ ສະຖາບັນການເງິນສາກົນຈໍານວນໜຶ່ງໃນກອງປະຊຸມພົບປະສົນທະນາພິເສດສອງຄັ້ງ, ເພື່ອຊຸກຍູ້ຢ່າງເຕັມສ່ວນ​ການ​ລົງທຶນ ​ແລະ ການພັດທະນາ​ເສດຖະກິດ​ຂອງ​ລາວ, ໂດຍ​ສະ​ເພາະ​ແມ່ນ​ການ​ພັດ​ທະ​ນາ​ຫັນເປັນອຸດ​ສາ​ຫະ​ກໍາ​.

ການປະຊາສໍາພັນການລົງທຶນທີ່ຊັດເຈນດ້ານ ໂດຍຖືເອົາທຸລະກິດດຶງດູດທຸລະກິດ, ການແບ່ງປັນຂໍ້ມູນຂ່າວສານສໍາຄັນ, ເອົານິຄົມອຸດສາຫະກໍາທີ່ເປັນວິສາຫະກິດ “ຕ່ອງໂສ້ຫຼັກ” ມາຂັບເຄື່ອນຂະແໜງການຜະລິດອຸດສາຫະກໍາ. ການປະດິດສ້າງໃໝ່ຂອງນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ ແມ່ນການນໍາໃຊ້ຮູບແບບການຊັກຊວນການລົງທຶນໃນຕ່ອງໂສ້ອຸດສາຫະກໍາ, ເປັນການຊັກຊວນການລົງທຶນທີ່ຊັດເຈນໂດຍປິ່ນອ້ອມບັນດາ​ວິ​ສາ​ຫະ​ກິດຊັ້ນນໍາດ້ານ​ຄຸນ​ນະ​ພາບມາພັດທະນາໃນຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ, ຊອກຄົ້ນຫາຂະແໜງການຜະລິດຕົ້ນນໍ້າແລະປາຍນໍ້າຂອງບັນດາວິສາຫະກິດທີ່ສຸກງອມ ແລະ ຊັບພະຍາກອນຕ່າງໆຂອງບັນດາວິສາຫະກິດທີ່ກ່ຽວຂ້ອງ, ນໍາໃຊ້ບັນດາ​ຊ່ອງ​ທາງ, ຊັບພະຍາກອນ ​ແລະຄຸນຄ່າຍີ່ຫໍ້ ຂອງບັນດາວິສາຫະກິດດັ່ງກ່າວເພື່ອ​ຈັດງານປະຊາສໍາພັນການ​ລົງທຶນ ແລະໄດ້ຮັບ​ໝາກຜົນ​ຢ່າງຫຼວງຫຼາຍ​ໃນ​ການ​ດຶງດູດ​ການ​ລົງທຶນທີ່ຊັດເຈນ.

ເພື່ອຮອງຮັບ​​ການ​ເຄື່ອນ​ຍ້າຍຂອງສາຍການຜະລິດ​ອຸດສາຫະກຳ​ຈາກທົ່ວ​ໂລກ, ຮູບ​ແບບ​ນິຄົມອຸດສາຫະກຳ​ໄດ້ເລັ່ງຂະບວນການຫັນເປັນອຸດສາຫະກໍາຂອງ ສປປ ລາວ

ພາຍໃຕ້ກະແສຄື້ນການເຄື່ອນຍ້າຍສາຍການຜະລິດອຸດສາຫະກໍາຈາກທົ່ວໂລກ, “ນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ” ໄດ້ກາຍເປັນ “ໄມ້ງັດ” ຂະບວນການຫັນເປັນອຸດສາຫະກໍາຂອງ ສປປ ລາວ. ໃນຊຸມປີຫຼັງໆນີ້, ຕ່ອງໂສ້ອຸດສາຫະກໍາ ແລະຕ່ອງໂສ້ອຸປະທານໃນໂລກໄດ້ປະກົດກະແສການພັດທະນາແບບໃໝ່, ເລີ່ມປະກົດມີກະແສການເຄື່ອນຍ້າຍສາຍການຜະລິດອຸດສາຫະກໍາຂອງໂລກຄັ້ງທີ 5, ລະບົບຕ່ອງໂສ້ອຸດສາຫະກໍາເລີ່ມຫັນໄປສູ່ພາກພື້ນ, ສະພາບການຫັນໄປສູ່ບັນດາປະເທດອາຊີອາຄະເນກໍພົ້ນເດັ່ນ. ສປປ ລາວ ເປັນປະເທດທີ່ມີສະພາບແວດລ້ອມນະໂຍບາຍທີ່ໝັ້ນຄົງ ແລະ ເປີດປະຕູ, ມີຊັບພະຍາກອນ ແລະ ພະລັງງານທີ່ອຸດົມສົມບູນ, ມີທີ່ຕັ້ງຢູ່ເຂດໃຈກາງຂອງອາຊີອາຄະເນ ແລະມີພື້ນຖານໂຄງລ່າງທີ່ນັບມື້ໄດ້ຮັບການປັບປຸງໃຫ້ສົມບູນ, ສະນັ້ນຈຶ່ງພຽບພ້ອມໄປດ້ວຍທ່າແຮງພິເສດສໍາລັບຮອງຮັບການເຄື່ອນຍ້າຍຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ອຸປະທານຈາກທົ່ວໂລກ. ພາຍໃຕ້ສະພາບດັ່ງກ່າວ “ນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ” ຈຶ່ງໄດ້ກໍາເນີດຂື້ນມາ, ໂດຍເອົານິຄົມອຸດສາຫະກໍາດັ່ງກ່າວເປັນພາຫະເພື່ອເລັ່ງລັດໃຫ້ ສປປ ລາວ ເຊື່ອມໂຍງເຂົ້າກັບການພັດທະນາຕ່ອງໂສ້ອຸດສາຫະກໍາ ແລະຕ່ອງໂສ້ອຸປະທານຂອງໂລກ ທ່າມກາງໂຄງປະກອບໃໝ່ທີ່ປ່ຽນໂສມໜ້າເສດຖະກິດພາກພື້ນ, ຕາມການປະເມີນເບື້ອງຕົ້ນ, ມູນຄ່າການລົງທຶນທີ່ໄດ້ລົງນາມໃນງານປະຊາສໍາພັນການລົງທຶນຄັ້ງນີ້ ຈະບັນລຸເຖິງ 1/10 ຂອງຍອດມູນຄ່າການລົງທຶນທັງໝົດໃນເຄິ່ງຕົ້ນປີນີ້ຂອງ ສປປ ລາວ, ເຊິ່ງເປັນຕົວຢ່າງອີກອັນໜຶ່ງຂອງຄວາມສໍາເລັດດ້ານການດຶງດູດການລົງທຶນຈາກຕ່າງປະເທດ ແລະການຮ່ວມມືກັບຕ່າງປະເທດ.

ໂດຍ​ນໍາ​ໃຊ້​ກໍາ​ລັງ​ແຮງ​ພື້ນຖານ​ອຸດ​ສາ​ຫະ​ກໍາ ຂອງ ສປ ຈີນ, “ນິຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະ ອາ​ຊີ​-​ໂປ​ຕາສ ສາກົນ” ໄດ້​ເລັ່ງ​ຊ່ວຍເຫຼືອ​ການ​ລົງມື​ກໍ່ສ້າງ ແລະຍົກ​ລະດັບ​ການ​ຜະລິດ​ອຸດ​ສາ​ຫະ​ກໍາ. ສປ ຈີນ ເປັນ​ປະເທດ​ໃຫຍ່​ກວ່າ​ໝູ່​ທີ່​ມີ​ການ​ລົງທຶນ​ຕ່າງປະເທດ​ຢູ່ ສປປ ລາວ, ມີ​ລະບົບ​ອຸດ​ສາ​ຫະ​ກໍາ​ທີ່​ສົມບູນ ແລະຕ່ອງ​ໂສ້​ອຸດ​ສາ​ຫະ​ກໍາ​ທີ່​ຄົບ​ຖ້ວນ, ສອງ​ຝ່າຍ​ມີ​ທ່າແຮງ​ບົ່ມ​ຊ້ອນ​ໃນ​ການ​ພັດທະນາ​ອຸດ​ສາ​ຫະ​ກໍາບົນ​ພື້ນຖານ​ການ​ຮ່ວມ​ສ້າງສາ, ຮ່ວມ​ແບ່ງປັນ ແລະ ຮ່ວມ​ຜົນ​ປະໂຫຍດ, ພ້ອມ​ທັງ​ຂັບ​ເຄື່ອນ​ການ​ກໍ່ສ້າງ​ຫັນ​ເປັນ​ຕົວ​ເມືອງ ແລະການ​ພັດທະນາ​ຫັນ​ກະ​ສິ​ກໍາ​ໄປ​ສູ່​ທັນ​ສະ​ໄໝ. ເວທີ​ນິຄົມ​ອຸດ​ສາ​ຫະ​ກໍາ​ທີ່​ຕາງໜ້າ​ໂດຍ “ນິຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະ ອາ​ຊີ​-​ໂປ​ຕາສ ສາກົນ” ຈະ​ເລີ່ມ​ຕົ້ນ​ຮູບ​ແບບ​ການ​ພັດທະນາ​ອຸດ​ສາ​ຫະ​ກໍາ “ທັງ​ແນວ​ຕັ້ງ​ແລະ​ແນວ​ນອນ”, ກາຍເປັນ​ພື້ນ​ທີ່ຮາບ​ສູງ​ແຫ່ງ​ການ​ພັດທະນາ​ທີ່​ທັນ​ສະໄໝທີ່​ປະກອບ​ໄປ​ດ້ວຍ​ການ​ລວມ​ຕົວ​ຂອງ​ເງິນ​ທຶນ, ເຕັກ​ໂນ​ໂລ​ຊີ, ນະໂຍບາຍ, ຊັບພະຍາກອນ, ຕະຫຼາດ, ຕົ້ນ​ທຶນ ແລະ​ຂໍ້​ໄດ້​ປຽບ​ອື່ນໆ, “ທັງ​ສາມາດ​ທົດ​ແທນ​ການ​ນໍາ​ເຂົ້າ ແລະ ສາມາດ​ສົ່ງ​ອອກ​ເພື່ອ​ສ້າງ​ລາຍ​ຮັບ​ເງິນຕາ; ທັງ​ສາມາດ​ເພີ່ມ​ເງິນ​ຄັງ​ສໍາ​ຮອງ​ເງິນຕາ​ຕ່າງປະເທດ ແລະສາມາດ​ເພີ່ມ​ລາຍ​ຮັບ​ຂອງ​ປະຊາຊົນ; ທັງ​ສາມາດ​ແກ້​ໄຂ​ບັນຫາ​ໃນ​ປະຈຸ​ບັນ ແລະສາມາດ​ວາງ​ພື້ນ​ຖານ​ສໍາ​ລັບ​ການ​ພັດທະນາ​ໃນ​ອະນາຄົດ ຂອງ ສປປ ລາວ”.

ການ​ພັດທະນາ​ໂດຍ​ຫັນ​ເປັນ​ກຸ່ມ​ອຸດສາຫະກຳ, ເສດຖະກິດ​ນິຄົມ​ອຸດ​ສາ​ຫະ​ກໍາ ກາຍເປັນ​ກົນ​ໄກ ໃໝ່​ຂອງ​ການ​ພັດທະນາ​ເສດຖະກິດ​ຂອງ​ລາວ

​ກຸ່ມການຜະລິດ​ອຸດ​ສາ​ຫະ​ກຳ​ທັນ​ສະ​ໄໝ​ກໍາລັງຖືກປະກອບສ້າງຂື້ນຢ່າງວ່ອງໄວ, ເປັນແຮງຊ່ວຍປະ​ເທດລາວປັບ​ປຸງ​ລະ​ບົບ​ອຸດ​ສາ​ຫະ​ກຳ. ນິຄົມອຸດສາຫະກຳອັດສະລິຍະ ອາຊີ-ໂປຕາສ ສາກົນ ໄດ້ຖືເອົາການໝູນວຽນນໍາໃຊ້ຊັບພະຍາກອນ ແລະ ການ​ຈັດ​ສັນ​ຢ່າງ​ເໝາະ​ສົມ ມາ​ເປັນ​ແນວທາງ, ເພື່ອ​ເປີດ​ກວ້າງ​ການ​ເຕົ້າໂຮມ​ເອົາ​ບໍລິສັດ​ຊັ້​ນນໍາ​ໃນ​ໂລກເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ, ປະຈຸ​ບັນ​ກໍາ​ລັງ​ເລັ່ງ​ສັງ​ລວມ​ການ​ເຊື່ອມ​ໂຍງ​ກັບ​ບັນດາ​ວິ​ສາ​ຫະ​ກິດ​ຊັ້ນ​ນຳ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໃນ​ຂົງເຂດ​ຕ່າງໆ ມາ​ລົງທຶນ​ຢູ່​ລາວ, ຈາກ​ນີ້​ປະກອບ​ສ້າງ​ເປັນ​ກຸ່ມ​ອຸດ​ສາ​ຫະ​ກໍາເຊິ່ງ​ຈະ​ສົ່ງ​ຜົນ​ການ​ຮ່ວມ​ປະສານ​ຂອງ​ອຸດ​ສາ​ຫະ​ກໍາ​ທີ່​ເຂັ້ມແຂງ,ເປັນ​ແຮງ​ຊຸກຍູ້​ຂະບວນ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກໍາຂອງ ສປປ ລາວ.

ເສດຖະກິດ​ນິຄົມ​ອຸດ​ສາ​ຫະ​ກໍທີ່​ມີ​ຕົວ​ແທນ​ໂດຍນິຄົມ​ອຸດສາຫະກຳ​ອັດ​ສະ​ລິ​ຍະ ອາ​ຊີ​-​ໂປ​ຕາສ ສາກົນ ຈະ​ເປັນ​ເວທີ​ຮອງ​ຮັບ​ທີ່​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ລາວ. ນິຄົມ​ອຸດ​ສາ​ຫະ​ກໍາ ໄດ້​ຖື​ເອົາ​ບັນດາ​ວິ​ສາ​ຫະ​ກິດ​ຊັ້ນ​ນຳ​ທີ່​ມີ​ສະມັດ​ຕະ​ພາບ​ການ​ຜະລິດ​ສູງ, ມູນ​ຄ່າ​ຜົນ​ຜະລິດ​ສູງ ແລະມອບ​ອາກອນ​ສູງມາ​ເປັນ​ຫົວ​ຈັກ​ການ​ພັດ​ທະ​ນາ. ສົ່ງເສີມ​ຢ່າງ​ເຕັມ​ສ່ວນ​ຜົນ​ສະທ້ອນ​ຈາກ​ການ​ລວມ​ຕົວ​ບັນດາ​ປັດ​ໄຈ​ສໍາ​ຄັນ​ຂອງ​ການ​ຜະລິດ, ຂັບ​ເຄື່ອນ​ການ​ເຕີບ​ຕົວຢ່າງ​ວ່ອງໄວ​ຂອງ​ເສດຖະກິດ​ພາກ​ພື້ນ, ຊຸກຍູ້​ຂະບວນ​ການ​ຫັນ​ເປັນ​ຕົວ​ເມືອງ,ເພື່ອ​ບັນລຸ​ການ​ເຕົ້າໂຮມ​ວິ​ສາ​ຫະ​ກິດ, ເຕົ້າໂຮມ​ຜູ້​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ,ຍົກ​ລະດັບ​ການ​ຜະລິດ​ອຸດ​ສາ​ຫະ​ກໍາ,ການ​ພັດທະນາ​ທຸລະ​ກິດ ແລະ​ຜົນ​ສະທ້ອນ​ຫຼາກ​ຫຼາຍ​ອື່ນໆ, ເພື່ອ​ສະໜອງ​ຫົວ​ຈັກ​ໃໝ່​ສໍາ​ລັບ​ການ​ພັດທະນາ​ເສດຖະກິດ​ຂອງ ສປປ ລາວ.

“ການພັດທະນາ” ເປັນເຄືອງມືທີ່ມີປະສິດທິຜົນໃນການແກ້ໄຂບັນຫາເສດຖະກິດຂອງລາວ. ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພັກ ​ແລະລັດຖະບານໃນ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ຂອງການ​ລົງທຶນ ​ແລະ​ເພີ່ມ​ທະວີ​ນະໂຍບາຍການ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​, ທ່າມກາງໂຄງສ້າງໃໝ່​ຂອງ​ການ​ເຊື່ອມ​ໂຍງເຊື່ອມຈອດ​ໃນຂອບເຂດ​ທົ່ວ​ໂລກ, ນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ ໂດຍຖືການພັດທະນາແບບປະສົມປະສານໃນການຜະລິດອຸດສາຫະກໍາເຊິ່ງເປັນຮູບແບບປະດິດສ້າງໃໝ່ມາເປັນແນວທາງ, ໄດ້ເປີດກ້ວາງທະລຸທຸກຕ່ອງໂສ້ການຜະລິດອຸດສາຫະກໍາ,ບັນລຸ​ກໍາລັງສາມັກຄີທີ່ມີແນວທາງດຽວກັນ,ລົງເລິກການ​ເຊື່ອມ​ໂຍງລະຫວ່າງ​ການຜະລິດ​ອຸດສາຫະກຳ,ຕອບສະໜອງຕົວແບບ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຂອງ ສປປ ​ລາວ.ປຽບສະເໝືອນເມື່ອມີຄື້ນລົມພັດໂບຍມາແຮງເຮືອໃບກໍຈະອອກເດີນທາງ​, ສີສັນຂະແໜງການຜະລິດອຸດສາຫະກໍາທີ່ມີການປ່ຽນແປງ ແລະ ຜົນສະທ້ອນຂອງກຸ່ມທີ່ເກີດຈາກການປະຊາສໍາພັນສົ່ງເສີມການລົງທຶນ​ກໍາລັງຍືດຊື່ຕົງ “ກະດູກສັນຫຼັງ” ຂອງການພັດທະນາເສດຖະກິດ ສປປ ລາວ.