ບໍລິສັດ ຍອດງື່ມ ສໍາປະທານກິດຈະການຈໍາໜ່າຍນໍ້າມັນເຊື້ອໄຟຢູ່ຊຽງຂວາງ

ພິທີເຊັນສັນຍາສໍາປະທານກິດຈະການຈໍາໜ່າຍພາຍໃນຂອງລັດວິສາຫະກິດນໍ້າມັນເຊື້ອໄຟລາວ (ລນລ) ສາຂາແຂວງຊຽງຂວາງລະຫວ່າງລັດວິສາຫະກິດນໍ້າມັນເຊື້ອໄຟລາວ ກັບບໍລິສັດ ຍອດງື່ມ ພາວເວີ ມະຫາຊົນ ໄດ້ຈັດຂຶ້ນໃນວັນທີ 21 ກໍລະກົດ 2023.

ທ່ານ ສີສັງຄົມ ໂຄດໂຍທາ ຜູ້ອໍານວຍການ ລນລ ກ່າວວ່າ: ໂຄງການດັ່ງກ່າວຖືເປັນໂຄງການຕົວແບບທີ່ທາງຄະນະປະຕິຮູບ ລນລ ໄດ້ຄົ້ນຄວ້າທົດລອງມອບໃຫ້ເອກະຊົນເຂົ້າມາ ສໍາປະທານກິດຈະການໃນກຳນົດ 10 ປີ ໂດຍຈະມີການຕິດຕາມ ແລະປະເມີນຜົນຕົວຈິງຢ່າງໃກ້ຊິດຊຶ່ງນອກຈາກການໄດ້ຮັບຄ່າສຳປະທານດັ່ງກ່າວແລ້ວຍັງເປັນການສົ່ງເສີມພັດທະນາ ແລະ ຍົກລະດັບການໃຫ້ບໍລິການຂອງ ລນລ ໃຫ້ມີຄວາມທັນສະໄໝ, ໂປ່ງໄສ ແລະ ສາມາດແຂ່ງຂັນກັບປໍ້າເອກະຊົນອື່ນໄດ້ໃນອະນາຄົດ ແລະທີ່ສໍາຄັນທີ່ສຸດແມ່ນຜູ້ສຳປະທານ ຈະມອບອາຄານສິ່ງປຸກສ້າງທີ່ໄດ້ລົງທຶນປຸກສ້າງຂຶ້ນໃໝ່ທັງໝົດໃຫ້ເປັນກຳມະສິດຂອງ ລນລ ພາຍຫລັງໄດ້ສຳປະທານຄົບກຳນົດ. ການຂົນຂວາຍໃຫ້ເອກະຊົນເຂົ້າມາລົງທຶນກໍແມ່ນເພື່ອດຶງເອົາທຶນຮອນ ແລະກົນໄກການບໍລິຫານທີ່ໂປ່ງໄສເຂັ້ມງວດເພື່ອສ້າງການປ່ຽນແປງ ແລະ ປ່ຽນຖ່າຍວັດທະນະອົງກອນໃຫ້ໄປສູ່ຄວາມເປັນມືອາຊີບໃນອະນາຄົດ.

ຂະນະດຽວກັນ, ທ່ານ ສົມຫວັງ ຄຸຣຸລັດ ຜູ້ອໍານວຍການ ບໍລິສັດ ຍອດງື່ມພາວເວີ ມະຫາຊົນ ໄດ້ໃຫ້ຮູ້ກ່ຽວກັບແຜນການດຳເນີນທຸລະກິດ ວ່າ: ຈະເຂົ້າມາປັບປຸງປໍ້ານໍ້າມັນຕົວແບບ(ປໍ້າໂພນງາມ) ຢູ່ເມືອງແປກ ແຂວງຊຽງຂວາງ ໃຫ້ມີຄວາມທັນສະໄໝຄົບວົງຈອນ ຊຶ່ງຈະເລີ່ມລົງມືຈັດຕັ້ງປະຕິບັດໃນເດືອນຕຸລາ 2023 ເປັນຕົ້ນໄປ ຄາດວ່າປໍ້ານໍ້າມັນໂພນງາມຈະເປັນປໍ້າ 1 ໃນ 3 ປໍ້າທີ່ງາມທີ່ສຸດໃນປະເທດລາວ; ຈະສືບຕໍ່ປັບປຸງປໍ້ານໍ້າມັນຕົວແທນໃນແຂວງຊຽງຂວາງ ແລະແຂວງຫົວພັນໃຫ້ມີຄວາມທັນສະໄໝເປັນຕົ້ນແມ່ນ: ການປັບປຸງພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ລັກສະນະສີສັນຂອງປໍ້າ, ອຸປະກອນ ແລະເຄື່ອງມືທັນສະໄໝລວມເຖິງລະບົບການບໍລິການຕ່າງໆໃຫ້ມີຄຸນນະພາບ. ສິ່ງສຳຄັນແມ່ນບັນດາປໍ້າຕົວແທນຈະຕ້ອງຊື້ນໍ້າມັນຈາກ ລນລ ທີ່ຈໍາໜ່າຍພາຍໃນເພື່ອປ້ອງກັນການນໍາເອົານໍ້າມັນມາຈາກບ່ອນອື່ນ, ປ້ອງກັນປັນຫາເລື່ອງຄຸນນະພາບນໍ້າມັນ ຊຶ່ງທາງບໍລິສັດ ມີໂຮງງານຜະລິດ ແລະ ໄດ້ຈໍາໜ່າຍໃຫ້ກັບ ລນລ; ຫລັງຈາກນັ້ນ ລນລ ຈະຈໍາໜ່າຍໃຫ້ກັບບັນດາປໍ້ານໍ້າມັນຕົວແທນທີ່ເປັນລູກຄ້າໃນແຕ່ລະຂົງເຂດ; ສ່ວນການເຂົ້າມາບໍລິຫານ ໃນຄັ້ງນີ້ແມ່ນຈະເລິ່ມຈາກການເພີ່ມເງິນເດືອນພື້ນຖານຂອງພະນັກງານ 10% ເລີ່ມຈາກເດືອນຕຸລາ 2023 ເປັນຕົ້ນໄປ. ນອກນັ້ນ, ຍັງມີສະຫວັດດີການທີ່ດີ ເຊັ່ນ: ຄ່າອາຫານ, ປະກັນສັງຄົມ ແລະ ເງິນຊ່ວຍເຫລືອຕ່າງໆພ້ອມ.
ແຫລ່ງຂ່າວ: ກະຊວງການເງິນ