ລົດໄຟລາວ-ຈີນ ປັບປຸງແຜນແລ່ນລົດໄຟຂ້າມແດນ ວຽງຈັນ-ຄຸນໝິງ ຮອດໄວຂຶ້ນ 1 ຊົ່ວໂມງ .

ຕາມລາຍງານຂອງບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ໃຫ້ຮູ້ວ່າ: ເພື່ອເພີ່ມທະວີປະສິດທິພາບການແລ່ນລົດໄຟຂ້າມແດນ ແລະອຳນວຍຄວາມສະດວກໃນການເດີນທາງຂອງຜູ້ໂດຍສານ, ຈຶ່ງໄດ້ມີການການປັບປຸງແຜນເດີນລົດຂອງລົດໄຟຂ້າມແດນ, ໂດຍເລີ່ມແຕ່ວັນທີ 25 ກໍລະກົດເປັນຕົ້ນໄປ.
 
ເວລາອອກເດີນທາງຈາກສະຖານີວຽງຈັນ ສປປ ລາວ ຫາ ສະຖານີຄຸນໝິງໃຕ້ ສປ ຈີນ ຈະປ່ຽນຈາກເວລາ 19:36 ໂມງ ມາເປັນເວລາ 18:34 ໂມງຕາມເວລາທ້ອງຖິ່ນ (ເວລາຈີນ) ແລະ ເວລາອອກເດີນທາງຈາກສະຖານີຄຸນໝິງໃຕ້ ສປ ຈີນ ຫາ ສະຖານີນະຄອນຫຼວງວຽງຈັນ ສປປ ລາວ ຈະປ່ຽນຈາກເວລາ 17:38 ໂມງ ເປັນເວລາ 16:34 ໂມງ ຕາມເວລາທ້ອງຖິ່ນ (ເວລາລາວ), ໄລຍະເວລາຂອງການແລ່ນລົດແມ່ນສັ້ນລົງ 1 ຊົ່ວໂມງ.
 
ລົດໄຟຂ້າມແດນລາວ-ຈີນ ແມ່ນໄດ້ເປີດໃຫ້ບໍລິການຢ່າງເປັນທາງການໃນວັນທີ 13 ເມສາ ຂອງປີນີ້ ເຮັດໃຫ້ສາມາດເດີນທາງຈາກນະຄອນຫຼວງວຽງຈັນ ສປປ ລາວ ຫາ ນະຄອນຄຸນໝິງ ສປ ຈີນໄດ້ພາຍໃນ 1 ມື້.