ໃນລະຫວ່າງວັນທີ 10 - 19 ກໍລະກົດ 2023 ທີ່ ສໍານັກງານໃຫຍ່ ອົງການສະຫະປະຊາຊາດ ທີ່ ນິວຢອກ, ສ. ອາເມລິກາ, ຄະນະຜູ້ແທນ ສປປ ລາວ ທີ່ປະກອບດ້ວຍ ກະຊວງການຕ່າງປະເທດ ແລະ ກະຊວງແຜນການ ແລະ ການລົງທຶນ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ ປະຈໍາປີ 2023,ເຊິ່ງໄດ້ຈັດຂຶ້ນໃນຂອບ ສະພາເສດຖະກິດ-ສັງຄົມ ອົງການ ສປຊ ພາຍໃຕ້ຫົວຂໍ້: “ການເລັ່ງລັດເພື່ອຟື້ນຟູຈາກ ຜົນກະທົບຂອງພະຍາດໂຄວິດ-19 ແລະ ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງຢ່າງເຕັມສ່ວນໃນທຸກລະດັບ”. ກອງປະຊຸມ ໄດ້ພ້ອມກັນພິຈາລະນາ ແລະ ທົບທວນຄືນການຈັດຕັ້ງປະຕິບັດວາລະ ປີ 2030 ເພື່ອການພັດທະນາແບບຍືນຍົງ ກໍຄື ບັນດາ 17 ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ ຫຼື SDGs), ເຊິ່ງໃນປີນີ້ ແມ່ນສຸມໃສ່ 5 ປພຍ ຄື: ປພຍ 6 ວ່າດ້ວຍ ນໍ້າສະອາດ ແລະ ສຸຂະອະນາໄມ, ປພຍ 7 ວ່າດ້ວຍ ພະລັງງານທີ່ສະອາດ ແລະ ທຸກຄົນເຂົ້າເຖິງໄດ້, ປພຍ 9 ວ່າດ້ວຍ ການສົ່ງເສີມການຫັນເປັນອຸດສາຫະກໍາ, ການປະດິດສ້າງ ແລະ ສ້າງພື້ນຖານໂຄງລ່າງໃຫ້ເຂັ້ມແຂງ, ປພຍ 11 ວ່າດ້ວຍ ການສ້າງຕົວເມືອງ ແລະ ຊຸມຊົນໃຫ້ມີຄວາມຍືນຍົງ ແລະ ປພຍ 17 ວ່າດ້ວຍ ການເປັນຄູ່ຮ່ວມມືເພື່ອຈັດຕັ້ງປະຕິບັດ ປພຍ. ໃນປີນີ້ ໄດ້ມີ 39 ປະເທດສະມາຊິກ ສປຊ ຜັດປ່ຽນຫມູນວຽນກັນນໍາສະເໜີ ບົດລາຍງານແຫ່ງຊາດແບບສະໝັກໃຈ ກ່ຽວກັບ ການຈັດຕັ້ງປະຕິບັດ ປພຍ ໃນລະດັບປະເທດ ຂອງຕົນ.
ສໍາລັບກອງປະຊຸມລະດັບລັດຖະມົນຕີ ແມ່ນຈັດຂຶ້ນໃນລະຫວ່າງວັນທີ 17 - 19 ກໍລະກົດ 2023 ພາຍໃຕ້ຫົວຂໍ້: "ການສ້າງທ່າແຮງໃຫ້ແກ່ ກອງປະຊຸມສຸດຍອດ ວ່າດ້ວຍ ປພຍ", ເຊິ່ງໃນພິທີເປີດ ທ່ານເລຂາທິການໃຫຍ່ ອົງການ ສປຊ ໄດ້ສະແດງຄວາມເປັນຫ່ວງຕໍ່ກັບການຈັດຕັ້ງປະຕິບັດ ປພຍ ໃນທົ່ວໂລກ ທີ່ບໍ່ມີຄວາມຄືບໜ້າເທົ່າທີ່ຄວນ ເນື່ອງຈາກສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະແມ່ນການຂາດທຶນຮອນທີ່ເພີ່ມຂຶ້ນຈາກ 2,500 ຕື້ໂດລາສະຫະລັດຕໍ່ປີ ກ່ອນການລະບາດຂອງ ພະຍາດໂຄວິດ-19 ມາເປັນ 4,200 ຕື້ໂດລາສະຫະລັດຕໍ່ປີໃນປະຈຸບັນ ແລະ ລັດຖະບານຂອງຫລາຍປະເທດກໍາລັງພັດທະນາ ກຳລັງປະເຊີນກັບບັນຫາໜີ້ສິນທີ່ເພີ່ມສູງຂຶ້ນ. ສ່ວນປະທານສະມັດຊາໃຫຍ່ ສປຊ ສະໄໝທີ 77 ກໍໄດ້ມີຂໍ້ສະເໜີແນະ 7 ຂໍ້ ເພື່ອຊ່ວຍໃນການບັນລຸ ປພຍ, ເຊິ່ງຕິດພັນກັບການສ້າງຍຸດທະສາດ ແລະ ລະບຽບການ ທີ່ສະໜັບສະໜູນການຈັດຕັ້ງປະຕິບັດ ປພຍ, ການກໍານົດ ແລະ ສຸມໃສ່ວຽກງານບຸລິມະສິດ ໃຫ້ສອດຄ່ອງກັບຫຼັກການຂອງ ປພຍ, ການສ້າງແຜນດໍາເນີນງານທີ່ໂປ່ງໃສ ສໍາລັບ ປພຍ ແລະ ທີ່ສໍາຄັນ ແມ່ນການສ້າງກົນໄກຕິດຕາມການຈັດຕັ້ງປະຕິບັດ ປພຍ ທີ່ມີລັກສະນະວິທະຍາສາດ.
ໃນກອງປະຊຸມລະດັບລັດຖະມົນຕີ ມື້ທໍາອິດ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນ ສປປ ລາວ ກໍໄດ້ກ່າວປາໄສໃນພາກອະພິປາຍທົ່ວໄປ, ເຊິ່ງໃນນັ້ນໄດ້ສະແດງຄວາມເປັນຫ່ວງຕໍ່ກັບ ບັນຫາວິກິດການ ແລະ ສິ່ງທ້າທາຍໃນດ້ານຕ່າງໆ ທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດ ປພຍ ໃນລະດັບປະເທດ ພ້ອມໄດ້ເນັ້ນຄວາມສຳຄັນຂອງ ກອງປະຊຸມ HLPF ແລະ ກອງປະຊຸມສຸດຍອດ ວ່າດ້ວຍ ປພຍ (SDG Summit) ທີ່ຈະມາເຖິງ ສຳລັບການທົບທວນຄວາມຄືບຫນ້າ ກໍຄືການວາງແນວທາງ ເພື່ອເລັ່ງລັດການຈັດຕັ້ງປະຕິບັດ ປພຍ ໃຫ້ສາມາດບັນລຸໄດ້ ໃນພາຍປີ 2030. ນອກຈາກນີ້, ສປປ ລາວ ໄດ້ແລກປ່ຽນໃຫ້ສາກົນໄດ້ຮັບຊາບ ກ່ຽວກັບ ຄວາມພະຍາຍາມໃນການແກ້ໄຂບັນຫາເສດຖະກິດ ແລະ ການເງິນ ກໍຄື ການສ້າງຍຸດທະສາດ ວ່າດ້ວຍ ການສະໜອງທຶນຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9. ພ້ອມນັ້ນ, ສປປ ລາວ ກໍຖືໂອກາດແຈ້ງ ກ່ຽວກັບ ແຜນການສ້າງ ບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 3 ທີ່ຈະນໍາສະເໜີຕໍ່ສາກົນ ໃນປີ 2024 ພາຍຫຼັງທີ່ ສປປ ລາວ ໄດ້ສົ່ງບົດລາຍງານມາແລ້ວ 2 ສະບັບ ໃນປີ 2018 ແລະ 2021 ຜ່ານມາ.