ຖວທ ເມືອງໄຊທານີ ພົບບັນຫາກ່ຽວກັບປ້າຍໂຄສະນາ ຍ້ອນຜູ້ປະກອບການຈຳນວນຫຼາຍບໍ່ໃຫ້ຄວາມຮ່ວມມື

ການຄວບຄຸມ ແລະອານຸຍາດອອກປ້າຍໂຄສະນາຢູ່ພາຍໃນເມືອງໄຊທານີຍັງພົບຫຼາຍບັນຫາເນື່ອງຈາກມີຜູ້ປະກອບການທຸລະກິດຈຳນວນຫຼາຍຍັງບໍ່ເອົາໃຈໃສ່ ແລະ ໃຫ້ຄວາມຮ່ວມມືໃນການແຈ້ງດຳເນີນການຂໍຂຶ້ນປ້າຍໂຄສະນານຳພາກສ່ວນຮັບຜິດຊອບວຽກງານດ້ານປ້າຍຂອງຫ້ອງການຖະແຫຼງຂ່າວ,ວັດທະນະທໍາ ແລະທ່ອງທ່ຽວ (ຖວທ) ເມືອງ ເຮັດໃຫ້ມີປ້າຍໂຄສະນາຕິດຕັ້ງບໍ່ເປັນລະບຽບ,ຕິດຕັ້ງຊະຊາຍ, ປ້າຍບໍ່ມີເຈົ້າຂອງ, ມີການລັກຕິດຕັ້ງປ້າຍໂຄສະນາ, ປ້າຍບໍ່ໄດ້ມາດຕະຖານຕາມກຳນົດ ແລະ ບໍ່ຖືກຕ້ອງຕາມຫຼັກ ການໃຊ້ພາສາລາວ ເຊິ່ງຈະພົບເຫັນຕາມເສັ້ນທາງໂດຍສະເພາະຖະໜົນໄກສອນ ພົມວິຫານ, ເສັ້ນທາງເລກ 10 ແລະ ເສັ້ນທາງເລກ 13 ໃຕ້) ອີງຕາມການເກັບກຳຂໍ້ມູນຂອງຫ້ອງການ ຖວທ ເມືອງໄຊທານີເຫັນວ່າມີພຽງ 58 ປ້າຍໂຄສະນາທົ່ວເມືອງທີ່ໄດ້ດຳເນີນການແຈ້ງຂຶ້ນທະບຽນປ້າຍຖືກຕ້ອງຕາມລະບຽບ.

ໃນວັນທີ 13 ກໍລະກົດ 2023 ທ່ານ ຄູນມີ ລາດຊະພົນ ຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດກ່ຽວກັບການຄວບຄຸມປ້າຍ ແລະ ອານຸຍາດການອອກປ້າຍໂຄສະນາ ພາຍໃນເມືອງໄຊທານີ ວ່າ: ຕໍ່ບັນຫາດັ່ງກ່າວ, ໄລຍະຜ່ານມາ ເຈົ້າເມືອງໄຊທານີ ກໍໄດ້ອອກຂໍ້ຕົກລົງ ເລກທີ 454/ຈມ, ຊທນ ລົງວັນທີ 27 ມິຖຸນາ 2023 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ, ຢູ່ເຂດສະຫງວນທາງ, ການແກ້ໄຂປ້າຍ ແລະການຂາຍເຄື່ອງຊະຊາຍຕາມເສັ້ນທາງພາຍໃນ ເມືອງໄຊທານີ ໂດຍອີງຕາມກົດໝາຍວ່າດ້ວຍທາງຫຼວງ ສະບັບເລກທີ 24/ສພຊ, ລົງວັນທີ 12 ທັນວາ 2021 ແລະ ກົດໝາຍວ່າດ້ານຜັງເມືອງ ສະບັບເລກທີ 03/99/ສພຊ, ລົງວັນທີ 03 ເມສາ 1999, ກົດໝາຍວ່າດ້ວຍປ້າຍ ສະບັບເລກທີ 50/ນຊ, ລົງວັນທີ 21 ມິຖຸນາ 2018, ອີງຕາມຄຳສັ່ງແນະນໍາ ສະບັບເລກທີ 010/ຈນວ, ລົງວັນທີ 13 ກັນຍາ 2013 ວ່າດ້ວຍການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍໃນການຈາລະຈອນຕາມເສັ້ນທາງ,ການຄຸ້ມຄອງການປຸກສ້າງສ້ອມແປງ ແລະການຕິດຕັ້ງປ້າຍໂຄສະນາຕ່າງໆ ໃນນະຄອນຫຼວງວຽງຈັນ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງເພື່ອເຄື່ອນໄຫວຕິດຕາມກວດກາ ແລະແກ້ໄຂ.

ພ້ອມນີ້, ທ່ານຫົວໜ້າຫ້ອງການ ຖວທ ເມືອງໄຊທານີ ຍັງໃຫ້ຮູ້ຕື່ມກ່ຽວກັບບັນຫາຫາງສຽງທາງສື່ສັງຄົມອອນລາຍທີ່ຄະນະກໍາມະການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ, ຢູ່ເຂດສະຫງວນທາງ, ການແກ້ໄຂປ້າຍ ແລະ ການຂາຍເຄື່ອງຊະຊາຍຕາມເສັ້ນທາງພາຍໃນ ເມືອງໄຊທານີ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງລົງກວດກາປ້າຍທີ່ບໍ່ຖືກຕ້ອງຕາມຖະໜົນໄກສອນ ພົມວິຫານ, ເສັ້ນທາງເລກ 10 ແລະ ເສັ້ນທາງເລກ 13 ໃຕ້ ເຫັນວ່າມີການໃຊ້ຫຼັກພາສາລາວບໍ່ຖືກຕ້ອງຕາມທີ່ກຳນົດ ແລະ ຕິດຕັ້ງປ້າຍຊະຊາຍຢູ່ໃນເຂດສະຫງວນທາງ. ສະນັ້ນທາງໜ່ວຍງານທີ່ກ່ຽວຂ້ອງໄດ້ໃຫ້ປັບປ່ຽນຄຳເວົ້າຄືນໃໝ່ທີ່ຖືກຕ້ອງ, ພ້ອມແນະນຳໃຫ້ຊາວຄ້າຂາຍເຂົ້າໄປຂາຍຢູ່ສະຖານທີ່ທີ່ມີການຈັດສັນໄວ້ແລ້ວເພື່ອຄວາມປອດໄພ ແລະເປັນລະບຽບຮຽບຮ້ອຍ.

ສະນັ້ນ, ຝາກເຖິງບັນດາຮ້ານຄ້າ ແລະຜູ້ປະກອບການດຳເນີນທຸກລະກິດທີ່ຈະມີການໂຄສະນາດ້ານປ້າຍ ຫຼືການເຮັດປ້າຍແມ່ນຢາກໃຫ້ເຂົ້າມາຜ່ານນຳພາກສ່ວນທີ່ຮັບຜິດຊອບວຽກດັ່ງກ່າວ ໂດຍກົງວ່າຖືກຕ້ອງຕາມລະບຽບກຳນົດໄວ້ບໍ.

ທັງນີ້, ກໍເພື່ອຮັບປະກັນບໍ່ໃຫ້ມີຄວາມຜິດພາດດ້ານການໃຊ້ພາສາລາວ, ຮັບປະກັນໄດ້ມາດຕະຖານການຕິດຕັ້ງ, ຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງ ແລະ ສະຖານທີ່ຕ່າງໆພາຍໃນເມືອງ, ທັງເປັນສ້າງຂະບວນການຕ້ອນຮັບການເປັນເຈົ້າພາບຈັດກອງປະຊຸມທ່ອງທ່ຽວອາຊຽນ ຂອງ ສປປ ລາວ ໃນປີ 2024, ທັງເຮັດໃຫ້ ເມືອງໄຊທານີ ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະອາດຈົບງາມ, ເປັນເມືອງທີ່ໜ້າຢູ່, ຮັບປະກັນຄວາມປອດໄພໃນການສັນຈອນ, ບໍ່ມີສິ່ງກີດຂວາງ, ບໍ່ຂາຍຊະຊາຍຕາມແຄມທາງ ຫຼືນຳໃຊ້ເຂດສະຫງວນຂອງທາງເປັນບ່ອນຄ້າຂາຍ.

ແຫຼ່ງຂ່າວ ປະເທດລາວ