ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນ ແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນມາດຕະການແກ້ໄຂສະພາບປະລະການຮຽນຂອງນັກຮຽນ ວ່າ: ພາຍຫລັງການລະບາດໂຄວິດ-19 ແລະ ຜົນກະທົບທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ພໍ່ແມ່ຜູ້ປົກຄອງມີຄວາມສາມາດສົ່ງລູກໄປຮຽນຫລຸດລົງ, ການສະໜອງການສຶກສາ ໃຫ້ແກ່ເດັກນ້ອຍໃນເກນອາຍຸເຂົ້າຮຽນໃນແຕ່ລະລະດັບແມ່ນໄດ້ພົບກັບອຸປະສັກ, ເນື່ອງຈາກງົບປະມານລົງທຶນໃສ່ຂະແໜງການຫລຸດລົງ, ບັນຫາການຂາດຄູ, ສະພາບການເຂົ້າຮຽນໃນແຕ່ລະຊັ້ນຫລຸດລົງ ແລະການປະລະການຮຽນຂອງນັກຮຽນເພີ່ມຂຶ້ນໃນຊັ້ນປະຖົມສຶກສານັບແຕ່ປີ 2021 ເປັນຕົ້ນມາ, ສ່ວນຊັ້ນມັດທະຍົມສຶກສາມີການປະລະການຮຽນສູງຂຶ້ນນັບແຕ່ປີ 2017.
ເພື່ອແກ້ໄຂສະພາບການດັ່ງກ່າວ ລັດໄດ້ກຳນົດ 9 ມາດຕະການແກ້ໄຂ ດັ່ງນີ້:
1) ຈະໄດ້ເລັ່ງໃສ່ສ້າງກົດໝາຍວ່າດ້ວຍສາມັນສຶກສາ ໂດຍລະບຸຈະແຈ້ງກ່ຽວກັບພັນທະ ແລະໜ້າທີ່ຂອງພໍ່ແມ່ຜູ້ປົກຄອງໃນການສົ່ງເສີມການສຶກສາຂອງລູກເປັນຕົ້ນການສຶກສາພາກບັງຄັບ;
2) ລົງເຜີຍແຜ່ບັນດານິຕິກໍາຕ່າງໆ ຂອງວຽກງານການສຶກສາໃຫ້ນັກຮຽນຜູ້ປົກຄອງໃຫ້ເຂົ້າໃຈ, ສົມທົບກັບອົງການປົກຄອງທ້ອງຖິ່ນ, ຄະນະພັດທະນາການສຶກສາຂັ້ນບ້ານ, ສະມາຄົມພໍ່ແມ່ນັກຮຽນ, ພໍ່ແມ່ຜູ້ປົກຄອງໃນການປຸກລະດົມຊຸກຍູ້ເອົາລູກຫລານເຂົ້າຮຽນຕາມເກນອາຍຸບໍ່ໃຫ້ມີຜູ້ຕົກຫລົ່ນ;
3) ໂຮງຮຽນສົມທົບກັບກຸ່ມໂຮງຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ, ສະມາຄົມຜູ້ປົກຄອງນັກຮຽນເພື່ອຊ່ວຍໃນການຕິດຕາມນັກຮຽນທີ່ມີທ່າອ່ຽງຈະອອກໂຮງຮຽນ;
4) ສະໜອງປຶ້ມແບບຮຽນໃຫ້ພຽງພໍແກ່ນັກຮຽນ ໃນການສຶກສາພາກບັງຄັບ, ມີນະໂຍບາຍໃຫ້ແກ່ນັກຮຽນທີ່ຂາດທຶນຮອນດ້ວຍການມອບອຸປະກອນການຮຽນ-ການສອນ, ຍົກເວັ້ນຄ່າລົງທະບຽນ ແລະ ຄ່າໃຊ້ຈ່າຍອື່ນໆທີ່ຈໍາເປັນ;
5) ເພີ່ມທະວີການລົງແນະນໍາວິຊາຊີບ ໃຫ້ນັກຮຽນຮັບຮູ້ໂອກາດ ແລະການວາງແຜນສຶກສາຕໍ່ໃນຂັ້ນທີ່ສູງຂຶ້ນ, ສ້າງແຮງບັນດານໃຈໃນການຊອກຮູ້ຮໍ່າຮຽນ ໃນລະດັບສູງຂຶ້ນ ແລະ ເລືອກຮຽນສາຍວິຊາຊີບ ເພື່ອເປັນທາງເລືອກ ແລະສາມາດປະກອບອາຊີບລ້ຽງຕົນເອງ ແລະຄອບຄົວໄດ້;
6) ຊຸກຍູ້ສົ່ງເສີມໃຫ້ຜູ້ບໍລິຫານການສຶກສາແຕ່ລະຂັ້ນລົງຕິດຕາມ ແລະຊຸກຍູ້ການຮຽນ-ການສອນໃຫ້ປົກກະຕິ, ຄູສອນຕ້ອງໄດ້ເພີ່ມຄວາມເຂັ້ມງວດໃນການປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ;
7) ສ້າງ ແລະປັບປຸງສະຖານການສຶກສາໃຫ້ມີສະພາບແວດລ້ອມໂຮງຮຽນທີ່ດຶງດູດ ແລະເອື້ອອໍານວຍໃຫ້ນັກຮຽນຢາກມາຮຽນສ້າງ ແລະຂະຫຍາຍຫໍພັກໃຫ້ແກ່ນັກຮຽນທີ່ຢູ່ບ້ານໄກ;
8) ຈັດຕັ້ງການບໍາລຸງໃຫ້ແກ່ນັກຮຽນທີ່ມີຜົນການຮຽນອ່ອນ (ເພາະນັກຮຽນເຫລົ່ານີ້ມີໂອກາດທີ່ຈະປະລະການຮຽນສູງ), ສ້າງຄວາມເຂັ້ມແຂງໃຫ້ແກ່ການສຶກສານອກໂຮງຮຽນ ແລະໃຫ້ບໍລິການການສຶກສານອກໂຮງຮຽນ ແລະຝຶກອົບຮົມວິຊາຊີບຂັ້ນພື້ນຖານໃຫ້ແກ່ເດັກທີ່ຢູ່ນອກໂຮງຮຽນໃນເຂກຫ່າງໄກສອກຫລີກ;
9) ໃຫ້ບໍລິການການສຶກສາແກ່ປະຊາຊົນໃນເຂດທີ່ມີການຜະລິດເປັນສິນຄ້າຫລາຍເປັນຕົ້ນ: ໂຮງຮຽນກິນນອນ, ສາມັນວິຊາຊີບ, ໂຮງຮຽນອະນຸບານ, ສະໜອງອາຫານທ່ຽງໃນໂຮງຮຽນເພື່ອສ້າງເງື່ອນໄຂໃຫ້ຜູ້ປົກຄອງໄດ້ມີເງື່ອນໄຂ ທໍາການຜະລິດ ແລະລູກຫລານເຂົາເຈົ້າໄດ້ຮຽນເປັນປົກກະຕິ.