ໜຶ່ງແລວໜຶ່ງເສັ້ນທາງ” ນຳເອົາຜົນປະໂຫຍດມາໃຫ້ ສປປ ລາວ

ສະຖາບັນອຸດສາຫະກຳ ແລະການຄ້າ (ສອຄ) ກະຊວງອຸດສາຫະກໍາ ແລະການຄ້າ (ອຄ) ຮ່ວມກັບມະຫາວິທະຍາໄລເຢີນມິນ ສະຖາບັນຄົ້ນຄວ້າການເງິນ ເມືອງຈົງຢາງ ສ​ປ ຈີນ ໄດ້ຈັດກອງປະຊຸມຄົບຮອບ 10 ປີ ແຫ່ງການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະເວທີປາໄສສາກົນຂອງການຮ່ວມມື ລາວ-ຈີນ ຂຶ້ນເມື່ອວັນທີ 5 ກໍລະກົດນີ້ ທີ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີພາກສ່ວນທີ່ກ່ຽວຂ້ອງທັງ ລາວ-ຈີນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ເພື່ອເປັນການສະເຫຼີມສະຫຼອງ 10 ປີ ແຫ່ງການສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ທັງເປັນການນຳສະເໜີບົດຄົ້ນຄວ້າລະຫວ່າງສອງສະຖາບັນໂດຍນັກຄົ້ນຄວ້າຈີນໄດ້ນຳເອົາບົດຄົ້ນຄວ້າກ່ຽວກັບ “ໜຶ່ງແລວໜຶ່ງເສັ້ນທາງ” ມາ​ນຳ​ສະ​ເໜີ ສຳລັບ ສປປ ລາວ ໄດ້ນຳເອົາແນວຄວາມຄິດກ່ຽວກັບຜົນປະໂຫຍດຂອງການນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ທີ່ຕິດພັນກັບ “ໜຶ່ງແລວໜຶ່ງເສັ້ນທາງ” ມານຳສະເໜີ, ກອງປະຊຸມຄັ້ງນີ້ຍັງຖືວ່າເປັນກອງປະຊຸມວິຊາການຂອງສອງສະຖາບັນດັ່ງກ່າວທີ່ໄດ້ພົບປະ,ແລກປ່ຽນບົດຮຽນຊຶ່ງກັນ ແລະກັນ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ກ່າວວ່າ: ແນວຄິດລິເລີ່ມຂອງທ່ານ ສີ ຈິ້ນຜິງ ກໍຄືຂອງລັດຖະບານ ສປ ຈີນ ກ່ຽວກັບ “ໜຶ່ງແລວໜຶ່ງເສັ້ນທາງ” ຫຼື ວ່າການສ້າງຄູ່ຮ່ວມຊາຕາກຳຂອງມວນມະນຸດອັນນີ້ແມ່ນເປັນຄວາມຄິດຂອງຜູ້ນຳ ທີ່ມີຄວາມຮັບຜິດຊອບເພາະວ່າມະນຸດເຮົາມີຄວາມມຸ່ງຫວັງຢາກຢູ່ດີກິນດີ, ຢາກຢູ່ໃນສັນຕິພາບ, ສະນັ້ນຈຶ່ງສ້າງຊະຕາກຳຮ່ວມກັນ, ອັນນີ້ແມ່ນເປົ້າໝາຍຂອງທ່ານ ສີ ຈິ້ນຜິງ ເພື່ອເຮັດໃຫ້ປະເທດໃນໂລກມີການພັດທະນາເພື່ອໃຫ້ພວກເຮົາຢູ່ດີກິນດີ ຊຶ່ງໄດ້ມີ 150 ກວ່າປະເທດໄດ້ມາເປັນພາຄີຂອງໜຶ່ງແລວໜຶ່ງເສັ້ນທາງ.

ທ່ານກ່າວຕື່ມວ່າ: “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ທ່ານ ສີ ຈິ້ນຜິງ ໄດ້ສະເໜີຂໍ້ລິເລີ່ມແມ່ນໄດ້ນຳເອົາຜົນປະໂຫຍດມາໃຫ້ ສປປ ລາວ ຫຼາຍດ້ານ ຊຶ່ງອັນໃຫຍ່ທີ່ສຸດແມ່ນເຮັດໃຫ້ການພົວພັນລາວ-ຈີນຮອບດ້ານ ແລະໄດ້ກ້າວໄປສູ່ຄຸນນະພາບໃໝ່ສາມາດເວົ້າໄດ້ວ່າການພົວພັນລາວ-ຈີນໃນປັດຈຸບັນນີ້ແມ່ນດີກວ່າທຸກສະໄໝທີ່ຜ່ານມາ, ມີຄວາມເຊື່ອໝັ້ນຊຶ່ງ​ກັນແລະກັນທາງດ້ານການເມືອງຢ່າງເລິກເຊິ່ງ,ການຮ່ວມມືທາງດ້ານເສດຖະກິດກໍຂະຫຍາຍຕົວສູງບົນຫຼັກການຕ່າງຝ່າຍ​ຕ່າງໄດ້ຮັບຜົນປະໂຫຍດ ຕົວຢ່າງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ແລະ ອື່ນໆ, ໃນນັ້ນລັດຖະບານຈີນຍັງໄດ້ຊຸກຍູ້ສະໜັບສະໜູນໃຫ້ຫົວໜ່ວຍທຸລະກິດຈີນທັງພາກລັດ ແລະ ເອກກະຊົນມາລົງທຶນຢູ່ປະເທດລາວ, ສະນັ້ນການລົງທຶນຂອງຈີນຢູ່ ສປປ ລາວ ຈຶ່ງເພີ່ມຂຶ້ນເລື້ອຍໆ ສະແດງອອກໃນການມາລົງທຶນໃນເຂດເສດຖະກິດພິເສດຢູ່ຫຼາຍແຂວງຂອງລາວ, ນອກຈາກນັ້ນຍັງມີທາງດ້ານພະລັງງານ-ບໍ່ແຮ່ ແລະ ກະສິກຳ, ໃນຂະດຽວກັນດ້ານກະສິກຳໄດ້ເຮັດໃຫ້ປະຊາຊົນຢູ່ທາງພາກເໜືອຂອງລາວມີລາຍຮັບເພີ່ມຂຶ້ນ, ນອກຈາກທາງລົດໄຟແລ້ວຍັງມີທາງດ່ວນວຽງຈັນ-ວັງວຽງແຂວງວຽງຈັນ ໃນນັ້ນຍັງມີແຜນການສ້າງທາງດ່ວນອຸດົມໄຊ ຫາ ບໍ່ເຕ່ນ ແລະບໍ່ເຕ່ນ ຫາ ຫ້ວຍຊາຍ, ນອກຈາກຂົງເຂດພື້ນຖານໂຄງລ່າງແລ້ວໃນຂົງເຂດການສຶກສາ ລາວ-ຈີນ ກໍໄດ້ມີການພົວພັນຮ່ວມມືກັນເປັນຢ່າງດີ ແລະອື່ນໆ.
ທີ່ມາ: ຫນັງສືພິມປະຊາຊົນ