ລັດຖະບານ ຍົກເອົາ 15 ບັນຫາ ເຂົ້າຫາລືໃນກອງປະຊຸມເປີດກວ້າງເພື່ອແກ້ໄຂບັນຫາລວມຂອງຊາດ

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2023 ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 4 ກໍລະກົດ 2023 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ. ໂດຍຈະໄດ້ປຶກສາຫາລື, ຄົ້ນຄວ້າ 15 ຫົວຂໍ້ສໍາຄັນ ແລະເຄັ່ງຮ້ອນໃນການແກ້ໄຂບັນຫາລວມຂອງຊາດຄື:

1. ຕີລາຄາສະພາບພົ້ນເດັ່ນໃນ 6 ເດືອນຕົ້ນປີ ແລະທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີຂອງລັດຖະບານ;
2. ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະແຜນເງິນຕາ 6 ເດືອນຕົ້ນປີ ແລະສະເໜີແຜນແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດແຜນວຽກຈຸດສຸມ 6 ເດືອນທ້າຍປີ;
3. ສະຫລຸບລາຍງານ ຄວາມຄືບໜ້າໃນການປັບປຸງສະພາບແວດລ້ອມການລົງທຶນ 6 ເດືອນຕົ້ນປີ 2023 ແລະ ສະເໜີແຜນວຽກໃນ 6 ເດືອນທ້າຍປີ;
4. ລາຍງານຄວາມຄືບໜ້າໃນການແກ້ໄຂຜົນການກວດສອບ ຕາມການແບ່ງຄວາມຮັບຜິດຊອບ ໃນດຳລັດສະບັບເລກທີ 90/ນຍ ແລະ ທິດທາງແກ້ໄຂໃນຕໍ່ໜ້າ;
5. ລາຍງານຄວາມຄືບໜ້າການຈັດຕັ້ງການເກັບລາຍຮັບເປັນທັນສະໄໝ 6 ເດືອນຕົ້ນປີ ແລະສະເໜີແຜນວຽກ 6 ທ້າຍປີ;
6. ລາຍງານການແກ້ໄຂບັນຫາເງິນເຟີ້ ແລະການຄຸ້ມຄອງອັດຕາແລກປ່ຽນ;
7. ລາຍງານການຄຸ້ມຄອງລາຄາສິນຄ້າ ແລະຄ່າບໍລິການທີ່ແພງຂຶ້ນ ແລະມາດຕະການແກ້ໄຂໃນ 6 ເດືອນທ້າຍປີ;
8. ລາຍງານສະພາບການຜະລິດລະດູແລ້ງຜ່ານມາ ແລະການຜະລິດລະດູຝົນ 2023 ຕິດພັນກັບມາດຕະການຮັບມືກັບໄພແລ້ງ, ການແກ້ໄຂການບຸກລຸກປ່າໄມ້ ແລະ ໄຟໄໝ້ປ່າ;
9. ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃຫ້ບັນດາກະຊວງ ແລະອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງປະຕິບັດມະຕິຕົກລົງຂອງຄະນະບໍລິຫານງານສູນກາງພັກກ່ຽວກັບການເພີ່ມທະວີວຽກງານຄຸ້ມຄອງ ແລະພັດທະນາທີ່ດິນໃນໄລຍະໃໝ່;
10. ລາຍງານມາດຕະການແກ້ໄຂບັນຫາການຮຽນ-ການສອນ, ນັກຮຽນຂາດຮຽນ, ຮຽນບໍ່ຈົບ, ຂາດຄູສອນອື່ນໆ;
11. ລາຍງານການແກ້ໄຂບັນຫາແຮງງານ ແລະ ການຄົ້ນຄວ້າປັບປຸງອັດຕາຄ່າແຮງງານຕໍ່າສຸດ, ການຄຸ້ມຄອງແຮງງານລາວໄປອອກແຮງງານຢູ່ຕ່າງປະເທດ ແລະ ແຮງງານຕ່າງປະເທດມາອອກແຮງງານຢູ່ລາວ;
12. ສະເໜີນະໂຍບາຍ, ແຜນວຽກຕົ້ນຕໍ ແລະແຜນແບ່ງຄວາມຮັບຜິດຊອບກະກຽມເປີດປີທ່ອງທ່ຽວລາວ2024;
13. ລາຍງານຄວາມຄືບໜ້າ ແລະ ແຜນການກະກຽມເປັນປະທານອາຊຽນ 2024;
14. ສະຫລຸບຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະສະເໜີແຜນວຽກຈຸດສຸມ 6 ເດືອນທ້າຍປີ;
15. ສະຫລຸບຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕິດພັນກັບການແກ້ໄຂບັນຫາອາວຸດເຖື່ອນ ແລະສະເໜີແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023.

ທີ່ມາ: ກົມປະຊາສຳພັນ