ໄຟຟ້າລາວ ປັບໂຄງສ້າງລາຄາໄຟຟ້າໃຫມ່

ເພື່ອໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດຂອງປະເທດ,ທັງສາມາດປະຕິບັດນະໂຍບາຍການສະໜອງໄຟຟ້າໃຫ້ສັງຄົມໄດ້ທົ່ວເຖິງ ແລະດໍາເນີນທຸລະກິດ ຢ່າງມີປະສິດທິຜົນ. ດັ່ງນັ້ນ,ລັດວິສາຫະກິດໄຟຟ້າລາວ (ຟຟລ) ຈຶ່ງມີການປັບປຸງໂຄງສ້າງ ແລະຄາລາໄຟຟ້າໃໝ່ທີ່ບໍ່ແມ່ນພາກທີ່ຢູ່ອາໄສເພື່ອປະຕິບັດຕາມແຈ້ງການ ຂອງກະຊວງພະລັງງານ ແລະບໍ່ແຮ່ ໂດຍຈະເລີ່ມແຕ່ເດືອນກໍລະກົດ 2023 ເປັນຕົ້ນໄປ.

ສໍາລັບການປັບໂຄງສ້າງ ແລະລາຄາໄຟຟ້າໃໝ່ ແມ່ນມີລາຍລະອຽດດັ່ງນີ້: ປະເພດທີ່ບໍ່ແມ່ນທີ່ຢູ່ອາໄສໄຟແຮງດັນຕໍ່າ 0,4 ກິໂລວັດໂມງ ຄິດໄລລາຄາ ຕໍ່ຫົວໜ່ວຍກິໂລວັດໂມງ (kv) ສໍາລັບອົງການຈັດຕັ້ງສາກົນລາຄາເກົ່າ 2.053 ກີບ ປັບເປັນ 2.160 ກີບ, ພາກທຸລະກິດທົ່ວໄປ ລາ ຄາເກົ່າ 1.592 ກີບ ປັບເປັນ 1.675 ກີບ, ພາກທຸລະກິດການສຶກສາ ລາຄາເກົ່າ 1.233 ກີບ ປັບເປັນ 1.283 ກີບ, ທຸລະກິດກິລາ ລາຄາເກົ່າ 1.499 ກີບ ປັບເປັນ 1.608 ກີບ, ທຸລະກິດບັນເທີງ ລາຄາເກົ່າ 2.125 ກີບ ປັບເປັນ 2.237 ກີບ, ສໍານັກງານລັດບໍລິຫານ ລາຄາເກົ່າ 1.253 ປັບເປັນ 1.318, ຊົນລະປະທານ ແລະກະສິກໍາແບບຄອບຄົວລາຄາເກົ່າ 1.009 ກີບ ປັບເປັນ 1.092 ກີບ, ທຸລະກິດກະສິກໍາ ເພື່ອການຄ້າ ລາຄາເກົ່າ 1.233 ກີບ ປັບເປັນ 1.356 ກີບ, ອຸດສາຫະກໍາປຸງແຕ່ງທົ່ວໄປລາຄາເກົ່າ 1.402ກີບ ປັບເປັນ 1.509 ກີບ, ໂຮງງານປຸງແຕ່ງກະສິກໍາ ລາຄາເກົ່າ 1.375 ກີບ ປັບເປັນ 1.477 ກີບ.

ສໍາລັບປະເພດໄຟແຮງດັນກາງ 22 ກິໂລໂວນ ສຳລັບອົງການຈັດຕັ້ງສາກົນ ລາຄາເກົ່າ 1.832ກີບ ປັບເປັນ  1.900 ກີບ, ທຸລະກິດທົ່ວໄປ ລາຄາເກົ່າ 1.396 ກີບ ປັບເປັນ 1.477 ກີບ, ທຸລະກິດສຶກສາ ລາຄາເກົ່າ 1.072 ປັບເປັນ 1.129 ກີບ, ທຸລະກິດກິລາ ລາຄາເກົ່າ 1.315 ກີບ ປັບເປັນ 1.415 ກີບ, ທຸລະກິດບັນເທີງ ລາຄາເກົ່າ 1.886 ກີບ ປັບເປັນ 1.969 ກີບ, ສໍານັກງານລັດບໍລິຫານ ລາຄາເກົ່າ 1.098 ກີບ ປັບເປັນ 1.160 ກີບ, ຊົນລະປະທານ ແລະ ກະສິກໍາແບບຄອບຄົວ ລາຄາເກົ່າ 885 ກີບ ປັບເປັນ 961 ກີບ, ທຸລະກິດກະສິກໍາ ເພື່ອການຄ້າ ລາຄາເກົ່າ 1.191 ກີບ ປັບເປັນ 1.320 ກີບ, ທຸລະກິດທົ່ວໄປ ລາຄາເກົ່າ 1.239 ກີບ ປັບເປັນ 1.329 ກີບ, ໂຮງງານປຸງແຕ່ງກະສິກໍາ ລາຄາເກົ່າ 1.213 ກີບ ປັບເປັນ 1.299 ກີບ, ອຸດສາຫະກໍາຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ລາຄາເກົ່າ 1.631 ກີບ ປັບເປັນ 1.790 ກີບ, ເຂດເສດຖະກິດພິເສດ ແລະນິຄົມ 1.369 ກີບ ປັບເປັນ 1482 ກີບ.

ສໍາລັບປະເພດໄຟແຮງດັນສູງ 115 ກິໂລໂວນ ສຳລັບພາກທຸລະກິດທົ່ວໄປ ລາຄາເກົ່າ 1.334 ກີບ ປັບເປັນ 1.401 ກີບ, ອຸດສາຫະກໍາປຸງແຕ່ງທົ່ວໄປ ລາຄາເກົ່າ 1.205 ປັບເປັນ 1.289 ກີບ, ໂຮງງານປຸງແຕ່ງກະສິກໍາ ລາຄາເກົ່າ  1.159 ກີບ ປັບເປັນ 1.235 ກີບ, ອຸດສາຫະກໍາຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ລາຄາເກົ່າ 1.585ກີບ ປັບເປັນ 1.736 ກີບ, ເຂດເສດຖະກິດພິເສດ ແລະນິຄົມລາຄາເກົ່າ 1.309 ກີບ ປັບເປັນ 1.411 ກີບ, ທາງລົດໄຟຄວາມໄວສູງ ລາຄາເກົ່າ 1.424ກີບ ປັບເປັນ 1.547 ກີບ.
ທີ່ມາ: EDL LAOS