ເລີ່ມກໍ່ສ້າງໂຮງກັ່ນນໍ້າມັນດິບ ຢູ່ເຂດເສດຖະກິດພິເສດທ່າແຂກ ຄາດຈະໄດ້ຈໍາຫນ່າຍໃນປີ 2024

ໂຄງການສ້າງຕັ້ງໂຮງກັ່ນນໍ້າມັນດິບ ແລະສາງນໍ້າມັນ ແມ່ນໜຶ່ງໃນກິດຈະການລົງທຶນ ເປັນການຮ່ວມທຶນພາຍໃນກັບຕ່າງປະເທດທີ່ໄດ້ຮັບການອະນຸຍາດລົງທຶນຈາກກະຊວງແຜນການ ແລະການລົງທຶນ, ເປັນກິດຈະການ ໂຮງກັ່ນນໍ້າມັນດິບ, ທຶນທັງໝົດ: 65 ຕື້ກີບ, ຕາມໃບອະນຸຍາດລົງທຶນ ສະບັບເລກທີ 0618/ກຜທ.ຫຂສພ. ລົງວັນທີ 15 ກຸມພາ 2023 ແລະ ໄດ້ເຊັນສັນຍາເຊົ່າສໍາປະທານເນື້ອທີ່ດິນ ກັບ ຄະນະຄຸ້ມຄອງເຂດເສດຖະກິດພິເສດທ່າແຂກ ໃນເນື້ອທີ່ດິນ 23 ເຮັກຕາ, ອາຍຸເຊົ່າສໍາປະທານ 30 ປີ.
 
ຕາມແຜນແມ່ບົດການພັດທະນາເບື້ອງຕົ້ນຂອງບໍລິສັດດັ່ງກ່າວແມ່ນເພື່ອລົງທຶນສ້າງຕັ້ງໂຮງກັ່ນນໍ້າມັນດິບ ແລະ ສາງນໍ້າມັນ, ອອກຊື່ຕາມໃບທະບຽນວິສາຫະກິດເປັນບໍລິສັດ ພັດທະນາພະລັງງານ (ລາວ) ຈໍາກັດ, ເຊິ່ງໄດ້ແບ່ງແຜນການລົງທຶນອອກເປັນ 2 ໄລຍະໃນເບື້ອງຕົ້ນຄື ໄລຍະທີ 1 ແມ່ນຈະໄດ້ເລັ່ງກໍ່ສ້າງໂຮງກັ່ນນໍ້າມັນດິບ ແລະສາງນໍ້າມັນຂະໜາດນ້ອຍໃນເນື້ອທີ່ດິນ 03 ເຮັກຕາ. ເຊິ່ງໄດ້ເລີ່ມຕົ້ນການກໍ່ສ້າງມາແຕ່ເດືອນເມສາ ຫາ ເດືອນພະຈິກ 2023 ຄາດຄະເນຈະໃຫ້ສໍາເລັດຮ້ອຍເປີເຊັນ. ຕໍ່ຈາກນັ້ນແມ່ນເປັນໄລຍະ 2 ດໍາເນີນການທົດສອບລະບົບກັ່ນ ຫຼືທົດສອບການຜະລິດ ເລີ່ມໃນທ້າຍເດືອນພະຈິກ 2023 ຫາ ເດືອນມັງກອນ 2024 ແມ່ນເປັນລະບົບກັ່ນຂັ້ນຕົ້ນ, ຄວາມຊັບຊ້ອນໃນການກັ່ນ ຂັ້ນຕໍ່າ ກໍາລັງການຜະລິດປະມານ 6-10 ລ້ານລິດ/ເດືອນ, ຜະລິດຕະພັນທີ່ຈະຜະລິດໄດ້ຄື: ນໍ້າມັນແອັດຊັງ 540.000-900.000 ລິດ/ເດືອນ, ນໍ້າມັນກາຊວນ 2.000.000-2.520.000 ລິດ/ເດືອນ ແລະ ນໍ້າມັນເຕົາ 3.120.000 ລິດ/ເດືອນ ໂດຍຈໍານວນການຜະລິດດັ່ງກ່າວ ປະເມີນຈາກປະລິມານຄວາມສາມາດຂັ້ນຕໍ່າ. ເຊິ່ງປະລິມານຄວາມສາມາດຂັ້ນສູງສຸດທີ່ທາງໂຮງກັ່ນດັ່ງກ່າວຜະລິດໄດ້ ແລະ ໄລຍະເລີ່ມຈໍາໝ່າຍຜົນຜະລິດນໍ້າມັນດັ່ງກ່າວ ແມ່ນຄາດຄະເນໃນໄຕມາດທີໜຶ່ງຂອງປີ 2024.
ທີ່ມາ: Khammouane News