ເຈົ້າແຂວງຫຼວງພະບາງ ລົງສຳຫຼວດ-ກວດກາ ໂຄງການກໍ່ສ້າງສູນບໍາບັດຜູ້ຕິດຢາເສບຕິດ

ທ້າຍເດືອນມີຖຸນາຜ່ານມາ, ການນໍາແຂວງຫຼວງພະບາງ ນໍາໂດຍທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ໄດ້ລົງຊີ້ນໍາໂຄງການກໍ່ສ້າງສູນບໍາບັດຜູ້ຕິດຢາເສບຕິດ ຢູ່ບ້ານຄົກມັນ ກຸ່ມເມືອງຂາຍ ນະຄອນຫຼວງພະບາງ, ມີພົນຈັດຕະວາ ຕູ້ຊົ່ງ ປັດໄຈ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ, ພ້ອມດ້ວຍພະນັກງານຫຼັກແຫຼ່ງຈາກຫ້ອງພະລາທິການກອງບັນຊາການ ປກສ ແຂວງ ແລະພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມເຮັດວຽກຮ່ວມ. 

ໃນແຜນຍຸດທະສາດຂອງລັດຖະບານອົງການປົກຄອງແຂວງກໍ່ຄືກະຊວງປ້ອງກັນຄວາມສະຫງົບ ແລະກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ກຳນົດໃນການຄວບຄຸມສະກັດກັ້ນ ແລະຕ້ານຢາເສບຕິດ, ທັງມີຄວາມເປັນຫ່ວງເປັນໄຍເຫັນຄວາມສຳຄັນ-ຄວາມຈຳເປັນອັນຮີບດ່ວນຕໍ່ວຽກງານບຳບັດ ແລະປີ່ນປົວຜູ້ຕິດຢາເສບຕິດ ໃຫ້ຫາຍດີ ແລະສາມາດດຳລົງຊີວິດຢູ່ໃນສັງຄົມໄດ້ຕາມປົກະຕິ.

ໂຄງການກໍ່ສ້າງສູນບໍາບັດຜູ້ຕິດຢາເສບຕິດເປັນໂຄງການລົງທືນຂອງລັດ 100% ຕັ້ງຢູ່ບ້ານຄົກມັນ ກຸ່ມເມືອງຂາຍ ນະຄອນຫຼວງພະບາງ, ມີເນື້ອທີ່ປະມານ 65 ເຮັກຕາ ໃນໄລຍະຜ່ານມາພາຍໃນແຂວງຫຼວງພະບາງ ເຈົ້າໜ້າທີ່ໄດ້ເກັບກຳບັນຊີຜູ້ທີ່ພົວພັນຄ້າຂາຍ ແລະເສບຢາເສບຕິດທັງໝົດ 6.205 ຄົນ, ຍິງ 321 ຄົນ, ໃນນັ້ນ ຄ້າຂາຍຢາເສບຕິດມີ 1.343 ຄົນ, ຍິງ 157 ຄົນ, ສ່ວນຜູ້ເສບຢາເສບຕິດມີທັງໝົດ 4.862 ຄົນ, ຍິງ 164 ຄົນ, ໃນນັ້ນເສບຢາບ້າ 4.809 ຄົນ, ເສບຢາຝີ່ນ 53 ຄົນ.

ພາບ-ຂ່າວ: ຮອ ດາວ