ອີນເດຍ ປັຍຫຼຸດອັດຕາດອກເບ້ຍນະໂຍບາຍ

ທະນາຄານກາງອິນເດຍປັບ ຫຼຸດອັນຕາດອກເບ້ຍນະໂຍບາຍລົງຕື່ມອີກ ໃນທ້າຍອາທິດທີ່ຜ່ານມາ ກ່ອນຈະມີການເລືອກຕັ້ງທົ່ວໄປ.

ຕາມຂ່າວຕ່າງປະເທດລາຍ ງານວ່າ ທະນາຄານກາງອິນເດຍ (RBI) ປັບຫຼຸດອັດຕາດອກເບ້ຍ ນະໂຍບາຍ ນັບເປັນຄັ້ງທີ 2 ຂອງ ປີນີ້ ແລະມີຂຶ້ນກ່ອນການເລືອກ ຕັ້ງທົ່ວໄປໃນວັນທີ 11 ເມສາປີນີ້ ພາຍຫຼັງອັດຕາດອກເບ້ຍຊື້ຄືນພັນ ທະບັດ ຫຼື ຣີໂປ ທີ່ອາບີໄອ ໃຫ້ທະ ນາຄານການຄ້າກູ້ຢືມຈະຫຼຸດລົງ 0,25 ເຫຼືອ 6% ຍ້ອນເຖິງເວລາ ທີ່ຄວນ ຫຼຸດອັດຕາເງິນເຟີ້ໃຫ້ຕ່ຳ ກວ່າເປົ້າໝາຍ 4% ເພື່ອສົ່ງເສີມບັນຍາກາດການບໍລິໂພກໃນໄລຍະ ການເລືອກຕັ້ງ ພ້ອມທັງເສີມສ້າງ ຄວາມເຂັ້ມແຂງໃຫ້ການຂະຫຍາຍ ຕົວໃນປະເທດ ດ້ວຍການກະຕຸ້ນ ການລົງທຶນພາກເອກະຊົນໃຫ້ເຂັ້ມ ແຂງຂຶ້ນ.

ຢ່າງໃດກໍຕາມ ເສດຖະກິດອິນ ເດຍໃນໄຕມາດສຸດທ້າຍປີ 2018 ຂະຫຍາຍຕົວ 6,6% ຫຼຸດລົງຈາກ 7,1% ໃນໄຕມາດ 3 ຂອງປີ 2018 ແລະຫຼຸດລົງຈາກ 8,2% ໃນໄຕ ມາດສຸດທ້າຍຂອງປີ 2017. ຂະນະທີ່ມີລາຍງານໃນເດືອນກຸມ ພາຜ່ານມາວ່າ ອັດຕາການວ່າງ ວຽກປີ 2017-2018 ສູງທີ່ສຸດ ໃນຮອບ 45 ປີຢູ່ທີ່ 6,1%.

ນສພ ເສດຖະກິດ-ສັງຄົມ