ຫາລືຄວາມຄືບໜ້າໃນການກະກຽມ ເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

ໃນວັນທີ 01 ມິຖຸນາ 2023, ທີ່ ສູນການຮ່ວມມືສາກົນ ແລະການຝຶກອົບຮົມ (ICTC) ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະກໍາມາການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024ໄດ້ເປັນປະທານກອງປະຊຸມການກະກຽມແລະດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍການເຂົ້າຮ່ວມຂອງບັນດາລັດຖະມົນຕີ,ຮອງລັດຖະມົນຕີ, ເຈົ້າຄອງນະຄອນຫຼວງ, ຄະນະກົມ ແລະພະນັກງານທີ່ກ່ຽວຂ້ອງຈາກບັນດາກະຊວງ ທີ່ຂຶ້ນກັບ 14 ອະນຸກໍາມະການຮັບຜິດຊອບວຽກສະເພາະເພື່ອກະກຽມ ແລະດໍາເນີນການເປັນປະທານອາຊຽນ ໃນປີ 2024.
 
ກອງປະຊຸມຄັ້ງນີ້ໄດ້ທົບທວນຄືນຄວາມຄືບໜ້າຂອງບັນດາໜ້າວຽກຂອງ 14 ອະນຸກໍາມະການ ເຊັ່ນ: ດ້ານເນື້ອໃນ; ການອອກແບບກາໝາຍປະທານ; ການສ້າງວີດີໂອສັ້ນສໍາລັບການຮັບເປັນປະທານອາຊຽນ;ການກະກຽມທີ່ພັກ ແລະ ພາຫະນະສໍາລັບບັນດາປະມຸກລັດ/ຫົວໜ້າລັດຖະບານ ແລະ ຄະນະຜູ້ແທນ ຫຼື ນັກຂ່າວ; ສະຖານທີ່ຈັດກອງປະຊຸມ;ອຸປະກອນຮັບໃຊ້; ພະນັກງານຮັບໃຊ້ກອງປະຊຸມ; ແຜນງົບປະມານ; ການປັບປຸງເສັ້ນທາງ, ໄຟຟ້າ, ນໍ້າປະປາ, ສະຫນາມບິນ, ລະບົບການສື່ສານ, ສະຖານທີ່ທ່ອງທ່ຽວ ແລະອື່ນໆທີ່ມີຄວາມຈໍາເປັນຕ້ອງກະກຽມລ່ວງຫນ້າ.
 
ໃນຕອນທ້າຍຂອງກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ເນັ້ນຢໍ້າໃຫ້ບັນດາອະນຸກໍາມະການສືບຕໍ່ດໍາເນີນການກະກຽມບັນດາໜ້າວຽກຂອງຕົນດ້ວຍຄວາມເອົາໃຈໃສ່ ແລະມີຄວາມຮັບຜິດຊອບສູງໂດຍສະເພາະໜ້າວຽກທີ່ຮີບດ່ວນທີ່ຕ້ອງໃຫ້ສໍາເລັດເພື່ອໃຫ້ທັນກັບການມອບ-ຮັບປະທານອາຊຽນ ຈາກອິນໂດເນເຊຍ ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ໃນເດືອນກັນຍາ 2023 ນີ້ ແລະຊຸກຍູ້ໃຫ້ບັນດາຂະແຫນງການທີ່ຈະເປັນປະທານກອງປະຊຸມອາຊຽນໃນປີ 2024 ສືບຕໍ່ກະກຽມດ້ານດ້ານເນື້ອໃນ, ດ້ານພະລາທິການ ແລະດ້ານອື່ນໆໃຫ້ມີຄວາມກຽມພ້ອມເພື່ອຮັບປະກັນຜົນສໍາເລັດຂອງກອງປະຊຸມຂອງຕົນ ແລະ ສືບຕໍ່ກະກຽມຕ່າງໆ ໃຫ້ແກ່ການຈັດກອງປະຊຸມສຸດຍອດອາຊຽນ ແລະກອງປະຊຸມສໍາຄັນອື່ນໆ ທີ່ຈະຈັດຂື້ນຢູ່ ສປປ ລາວໃນປີ 2024 ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ທີ່ມາ: Lao National Radio