ໂຮງຮຽນ ນໍ້າທາ ວິດສ໌ດອມ ສ້າງກິດຈະກຳ ສະຫຼອງວັນເດັກສາກົນ

ພັກ-ລັດຖະບານລາວ ໄດ້ຖືເອົາວັນທີ 1 ມິຖຸນາຂອງທຸກໆປີ ເປັນວັນສະເຫຼີມສະຫຼອງວັນເດັກສາກົນກໍຄືວັນປູກຕົ້ນໄມ້ແຫ່ງຊາດເພື່ອເຮັດໃຫ້ເດັກນ້ອຍອະນຸຊົນ, ເຍົາວະຊົນໄດ້ມີໂອກາດສະແດງຄວາມສາມາດຂອງຕົນ, ເຂົ້າຮ່ວມກິດຈະກຳຢ່າງເບີກບານມ່ວນຊື່ນ, ພັກຜ່ອນຕາມສິດທິຂອງເຂົາເຈົ້າພາຍໃຕ້ການເອົາໃຈໃສ່ເບິ່ງແຍງຂອງພໍ່ແມ່,ຄູ, ຊຸມຊົນ,ອົງການຈັດຕັ້ງມະຫາຊົນ, ອຳນາດການປົກຄອງພ້ອມດ້ວຍບັນດາພະແນກການທີ່ກ່ຽວຂ້ອງ ເປັນຕົ້ນດ້ານໂພຊະນາການ ແລະການຮັກສາສຸຂະພາບຂອງເດັກ, ການສຶກສາອົບຮົມເດັກໃຫ້ກາຍເປັນຄົນດີ ມີຄຸນນະພາບ, ຮູ້ຄິດ ແລະແກ້ໄຂບັນຫາ, ເພື່ອໃຫ້ສົມກັບເປັນລູກຫຼານທີ່ປະເສີດຂອງປະຊາຊົນ ເປັນພົນລະເມືອງດີຂອງຊາດ.

ຊຶ່ງໃນວັນທີ 31 ພຶດສະພາຜ່ານມາໂຮງຮຽນ ນໍ້າທາ ວິດສ໌ດອມ ລ້ຽງເດັກ-ອະນຸບານ ແລະປະຖົມໜຶ່ງໂຮງຮຽນເອກະຊົນພາກເໜືອນທີ່ເພິ່ນທຸ້ມເທ່ເອົາໃຈໃສ່ທຸກດ້ານຂອງການສຶກສາ ແລະເປົ້າໝາຍເລັ່ງເຫັນຄວາມສຳຄັນໃນການພັດທະນານັກຮຽນມີຄວາມຮູ້ຄວາມສາມາດທ່ຽບເທົ່າກັບນັກຮຽນເມືອງໃຫຍ່ ແລະສາກົນເພິ່ນກໍ່ເຫັນຄວາມສຳຄັນສ້າງກິດຈະກຳນ້ອງນັກຮຽນດ້ວຍບັນຍາກາກມ່ວນຊື່ນ.

ປະຈຸບັນມີຄູ ແລະພະນັກງານທັງໝົດ 22 ຄົນ, ເດັກນ້ອຍນັກຮຽນທັງໝົດ 240 ຄົນ. ມີຫ້ອງລ້ຽງເດັກ, ຫ້ອງອະນຸບານ ແລະປະຖົມ ແລະ ແຜນຕໍ່ໜ້າແມ່ນຈະສ້າງຮອດຊັ້ນມັດທະຍົມຕາມລໍາດັບ ແລະສິ່ງອໍານວຍຄວາມສະດວກຕາມການຂະຫຍາຍຕົວຂອງໂຮງຮຽນເທື່ອລະກ້າວ.ການຮຽນປະຕິບັດຕາມຫລັກສູດສຶກສາທີການໄດ້ນໍາເອົາຫລັກສູດປະສົມປະສານກັບການສຶກສາລະບົບຕ່າງປະເທດຄື: ເນັ້ນສອນພາສາອັງກິດ ແລະຈີນນັບຕັ້ງແຕ່ຊັ້ນອະນຸບານ ແລະສອນຜ່ານການຫລິ້ນກິດຈະກໍາ.
ປະຈຸບັນຄູທຸກຄົນໄດ້ຮັບການຄັດສັນມາຢ່າງດີບໍ່ວ່າດ້ານຄວາມຮູ້ ແລະຄຸນສົມບັດກິລິຍາມາລະຍາດ,ເພື່ອສິດສອນ,ເບຮ່ງແຍງເດັກນ້ອຍ ແລະຕ້ອນຮັບແຂກກໍ່ຄືຜູ້ປົກຄອງຢ່າງເອກະພາບ, ໂດຍບໍ່ມີການຈໍາແນກຊົນຊັ້ນວັນນະ, ເຊື້ອຊາດ, ສາດສາະນາ. ທຸກຄົນລ້ວນແຕ່ເປັນລູກຄ້າວີໄອພີ. ຈຸດນີ້, ໂຮງຮຽນໄດ້ກໍານົດລະບຽບສະເພາະເພື່ອຄຸ້ມຄອງ, ບໍລິຫານຄູ. ທີ່ຕັ້ງຂອງໂຮງຮຽນຕັ້ງຢູ່: ບ້ານນາຫ້ອມ, ເມືອງ ແລະແຂວງຫລວງນໍ້າທາ (ເທດສະບານແຂວງ).ໂທ/ແອັບ: 02028816569, 29991179. Facebook page: Namtha Wisdom School