ເປີດສູນການສຶກສາ B-YOU ສາຂາ 3 ທີ່ສູນການຄ້າວຽງຈັນເຊັນເຕີ

ເປີດຢ່າງເປັນທາງການສູນການສຶກສາ B-YOU ຫຼື B-YOU EDUCATION CENTER ສາຂາ 3 ຕັ້ງຢູ່ຊັ້ນ 2 ຂອງສູນການຄ້າວຽງຈັນເຊັນເຕີ, ນະຄອນຫຼວງວຽງຈັນ, ພິທີເປີດຈັດຂຶ້ນໃນວັນທີ 28 ພຶດສະພາ 2023 ໂດຍການເຂົ້າຮ່ວມຂອງ ທ່ານ ສຸພາບ ຄູນທະວີໄຊ ຮອງຫົວໜ້າຫ້ອງການ, ກະຊວງສຶກສາທິການ ແລະກິລາ, ທ່ານ ໂຊກໄຊ ສຸຂະວົງ ປະທານກຸ່ມບໍລິສັດ SKV, ທ່ານ ນາງ ອາລິຍາ ສີລາເພັດ ຜູ້ບໍລິຫານສູນການສຶກ B-YOU ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ອາລິຍາ ສີລາເພັດ ຜູ້ບໍລິຫານສູນການສຶກ B-YOU ກ່າວວ່າ: ສູນການສຶກສາ B-YOU ໄດ້ສ້າງຕັ້ງຂຶ້ນໃນປີ 2018 ເຊິ່ງສາຂາ 1 ຕັ້ງຢູ່ບ້ານຊຽງຍືນ, ເມືອງຈັນທະບູລີ; ສາຂາ 2 ຢູ່ບ້ານໂພນທັນ ແລະສາຂາ 3 ຢູ່ສູນການຄ້າວຽງຈັນເຊັນເຕີ ເຊິ່ງສູນການສຶກສາ B-YOU ໄດ້ຝືກອົບຮົມພາສາຕ່າງປະເທດໃຫ້ກັບຄົນລາວຜູ້ທີ່ສົນໃຈຮຽນພາສາຕ່າງປະເທດໂດຍເນັ້ນພາສາຈີນເປັນຫຼັກ ແລະການຝືກອົບຮົມພາສາລາວໃຫ້ຄົນຕ່າງປະເທດ. ພ້ອມນັ້ນ, ທາງສູນຍັງໄດ້ໃຫ້ຄຳປຶກສາໃຫ້ກັບພໍ່ແມ່ນັກຮຽນ ແລະ ນ້ອງນັກຮຽນທີ່ສົນໃຈຢາກໄປສຶກສາຮໍ່າຮຽນຕໍ່ທີ່ປະເທດຈີນ ເຊິ່ງລະດັບການສຶກສາເລີ່ມແຕ່ລະດັບມັດທະຍົມປາຍຂຶ້ນໄປຮອດລະດັບປະລິຍາຕີ, ປະລິຍາໂທ ແລະ ປະລິນຍາເອກ ໃນລະບົບຈ່າຍດ້ວຍທຶນຕົນເອງ ແລະລະບົບໄດ້ທຶນການສຶກສາ. ນອກນັ້ນ, ທາງສູນຍັງມີໂຄງການຊິງທຶນຮຽນຟຣີໃນທຸກໆປີ.

ສູນການສຶກສາ B-YOU ມີຫຼັກສູດການຮຽນດັ່ງນີ້: 1). ຄອສພາສາຈີນ ລະດັບ HSK1-5; 2). ຄອສພາສາຈີນ ທຸລະກິດ; 3). ຄອສພາສາຈີນ ສໍາລັບສົນທະນາ; 4)​ ຄອສພາສາລາວ ສໍາລັບຄົນຈີນ; 4). ຄອສພາສາຈີນ/ລາວ ແບບສ່ວນຕົວ; 5). ຄອສພາສາຈີນ ສໍາລັບເດັກນ້ອຍ 3-12 ປີ; 6). ຄອນກຽມພາສາຈີນ ໄລຍະຍາວ ແລະ 7). ທຶນຮຽນຕໍ່ທີ່ ສປ ຈີນ.

ຄອສສໍາລັບຜູ້ໃຫຍ່: ຫຼັກສູດພາສາຈີນສຳລັບນັກຮຽນ 13 ປີ ຂຶ້ນໄປ. ມີຫຼາກຫຼາຍຫຼັກສູດນັບຕັ້ງແຕ່ລະດັບເລີ່ມຕົ້ນເຊິ່ງເໝາະສຳລັບນັກຮຽນ, ນັກສຶກສາ ແລະ ພະນັກງານທີ່ກຽມສອບເສັງ HSK, ຮຽນເພື່ອນໍາໃຊ້ເຂົ້າໃນການເຮັດວຽກກັບຄົນຈີນ, ຮຽນເພື່ອກຽມເອົາທຶນໄປຮຽນຕໍ່ຈີນ, ນອກນັ້ນ ພວກເຮົາຍັງມີຫຼັກສູດພາສາລາວ ສຳລັບຄົນຈີນອີກດ້ວຍ.

ຄອສສຳລັບເດັກນ້ອຍ: ຫຼັກສູດພາສາຈີນສຳລັບເດັກນ້ອຍ 3-12 ປີ ໂດຍສະເພາະເນັ້ນການປູກຝັງຄວາມຄຸ້ນເຄີຍກັບພາສາຈີນ ແລະການສົນທະນາກັນໃນຫ້ອງຮຽນໃຫ້ຫຼາຍເພື່ອໃຫ້ນັກຮຽນມີຄວາມກ້າໃນການເວົ້າ ແລະສື່ສານເປັນພາສາຈີນຕັ້ງແຕ່ຍັງນ້ອຍ. ນອກນັ້ນ, ຍັງໄດ້ຮຽນຮູ້ຄວາມເປັນມາຂອງຕົວອັກສອນຈີນ, ຈາກຮູບພາບ ແລະການເຝິກແອບການຂຽນອີກດ້ວຍ.

ຄອສຮຽນຕໍ່ຕ່າງປະເທດ: ບໍລິຫານກ່ຽວກັບການເປັນທີ່ປຶກສາໃຫ້ກັບພໍ່ແມ່ ແລະນ້ອງໆນັກຮຽນທີ່ສົນໃຈໄປຮຽນຕໍ່ຕ່າງປະເທດໂດຍສະເພາະປະເທດຈີນ ແລະອົດສະຕຣາລີ ນັບຕັ້ງແຕ່ລະດັບມັດທະຍົມປາຍ ຂຶ້ນໄປຮອດລະດັບຊັ້ນສູງ, ປະລິນຍາຕີ, ປະລິນຍາໂທ ແລະປະລິນຍາເອກໃນລະບົບຈ່າຍດ້ວຍທຶນຕົນເອງ ແລະລະບົບໄດ້ທຶນການສຶກສາ.

ນອກນີ້, ພາຍໃນງານທາງສູນ B-YOU ຍັງໄດ້ຈັດແຂ່ງຂັນສິລະປະ ແລະການສະແດງ ພາຍໃຕ້ຫົວຂໍ້ “ຈຳປາ ແລະ ດອກໂບຕັນ ໃນງານ B-YOU The Best Contest ຄັ້ງທີ 1 ເຊິງລາງວັນມູນຄ່າ 30 ລ້ານກີບ, ຈຸດປະສົງເພື່ອສົ່ງເສີມຄວາມຄິດສ້າງສັນໂດຍການນຳເອົາຫົວຂໍ້ຂອງງານມາປະຍຸກເປັນການສະແດງສິນລະປະເຊັ່ນ: ການຟ້ອນ, ການເຕັ້ນ, ຮ້ອງເພງ, ແຣັປ ແລະອື່ນໆ ທີ່ສາມາດເອົາມາປະສົມປະສານຮ່ວມເຂົ້າກັນເປັນບົດການສະແດງໜຶ່ງຂຶ້ນມາໂດຍທາງສູນພວກເຮົາຢາກມີສ່ວນຮ່ວມໃນການສະໜັບສະໜູນໃຫ້ໄວໜຸ່ມລາວມີຄວາມກ້າຄິດ,ກ້າສະແດງອອກຢ່າງສ້າງສັນ,ພ້ອມກັນນັ້ນກໍຍັງເປັນການຜັກດັນກິດຈະກຳເພື່ອດຶງດູດໃຫ້ເຍົາວະຊົນຫ່າງໄກຈາກຢາເສບຕິດ.

ທ່ານໃດສົນໃຈຢາກຮຽນຮູ້ດ້ານພາສາໂດຍສະເພາະແມ່ນພາສາຈີນສາມາດເຂົ້າໄປຮຽນ ຫຼືສອບຖາມຂໍ້ມູນທີ່ສູນການສຶກສາ B-YOU ທັງ 3 ສາຂາໄດ້ຄື: ສາຂາ 1 ຕັ້ງຢູ່ບ້ານຊຽງຍືນ ເມືອງຈັນທະບູລີ, ສາຂາ 2 ຕັ້ງຢູ່ບ້ານໂພນທັນ ເມືອງໄຊເສດຖາ ແລະສາຂາ 3 ຕັ້ງຢູ່ສູນການຄ້າວຽງຈັນເຊັນເຕີ ຊັ້ນ 2.