ກະຊວງ ຖວທ ມອບອຸປະກອນໂທລະໂຄ່ງ 50 ຊຸດໃຫ້ ຖວທ ບໍລິຄຳໄຊ

ໃນວັນທີ 26 ພຶດສະພານີ້ ທີ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ແຂວງບໍລິຄໍາໄຊ ກົມສື່ມວນຊົນກະຊວງ ຖວທ ໄດ້ຈັດພິທີມອບ-ຮັບອຸປະກອນຊຸດໂທລະໂຄ່ງຂອງໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດ (ໄລຍະ 2) ໃຫ້ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ, ມີທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
 
ອຸປະກອນທີ່ນໍາມາມອບໃນຄັ້ງນີ້ປະກອບມີໂທລະໂຄ່ງຈຳນວນ 50 ຊຸດ, ມອບໃຫ້ 7 ເມືອງ 50 ບ້ານຄື: ເມືອງປາກຊັນ 9 ບ້ານ, ເມືອງທ່າພະບາດ 3 ບ້ານ, ເມືອງບໍລິຄັນ 9 ບ້ານ, ເມືອງປາກກະດິງ 9 ບ້ານ, ເມືອງຄຳເກີດ 10 ບ້ານ, ເມືອງວຽງທອງ 8 ບ້ານ ແລະເມືອງໄຊຈໍາພອນ 2 ບ້ານ ໃຫ້ກຽດມອບໂດຍທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນກະຊວງ ຖວທ, ຮັບໂດຍທ່ານ ພູວັນ ໄຊຍະສານ ຮອງຫົວໜ້າພະແນກ ຖວທ ແຂວງໂດຍຊ້ອງໜ້າ ທ່ານ ໂພສີ ແກ້ວມະນີວົງ ແລະທ່ານ ຄຳແຫວນ ປັນຍານຸວົງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ພາຍຫຼັງສຳເລັດການມອບ-ຮັບ ໄດ້ມີການຝຶກອົບຮົມຄວາມຮູ້-ເຕັກນິກນຳໃຊ້ໂດຍພື້ນຖານລວມເຖິງການບໍາລຸງຮັກສາອຸປະກອນຢ່າງຖືກຕ້ອງຕາມຫຼັກການເພື່ອໃຫ້ມີຄວາມຍືນຍົງ.
ຂ່າວ-ພາບ: ບໍລິຄຳໄຊ