ອາເລັກຊັນດຣ້າ ຕົວແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມ ຜູ້ມີອິດທິພົນທາງອິນເຕີເນັດຈີນ-ອາຊຽນ

ກອງປະຊຸມຜູ້ມີອິດທິພົນທາງອິນເຕີເນັດ ຈີນ-ອາຊຽນ ຄັ້ງທີ 2 ຈັດຂຶ້ນຢູ່ນະຄອນຟູໂຈ່ວ, ແຂວງຟູຈ້ຽນ ສປ ຈີນ ໃນວັນທີ 19 ພຶດສະພາ 2023 ນີ້, ພາຍໃຕ້ຫົວຂໍ້: “ຂ້າມພູເຂົາ ແລະທະເລເພື່ອພົບກັນໃນດິນແດນແຫ່ງຄວາມສຸກ” ໂດຍມີຜູ້ຕາງໜ້າຈາກສະຖານທູດອາຊຽນ ປະຈຳ ສປ ຈີນ, ຜູ້ຕາງໜ້າສື່ມວນຊົນຈີນ ແລະຕ່າງປະເທດ, ລວມເຖີງຜູ້ມີອິດທິພົນທາງອິນເຕີເນັດຈາກຈີນ ແລະປະເທດໃນອາຊຽນເຂົ້າຮ່ວມ. ໃນນີ້ສໍາລັບຈາກ ສປປ ລາວ ລວມມີ: ທ່ານ ຄື:ທ່ານ ສິງຫາລາດ ບຸບຜາ, ຕາງໜ້າຈາກສະຖານທູດ ປະຈຳ ສປ ຈີນ ແລະທ່ານນາງ ອາເລັກຊັນດຣ້າ ບຸນຊ່ວຍ, ນັກຮ້ອງ ແລະນັກສະແດງທີ່ມີຊື່ສຽງຂອງລາວໄດ້ຮັບເຊີນໃຫ້ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ບັນດາຜູ້ຕາງໜ້າຈາກສະຖານທູດອາຊຽນ ປະຈໍາ ສປ ຈີນ ໄດ້ທົບທວນຄືນຜົນສຳເລັດຂອງການຮ່ວມມືລະຫວ່າງຈີນ-ອາຊຽນ ໃນໄລຍະຜ່ານມາ, ໂດຍສະເພາະນັບແຕ່ມີຂໍ້ລິເລີ່ມ “ໜຶ່ງແລວທາງໜຶ່ງເສັ້ນທາງ (BRI)” ໃນໄລຍະ 10 ປີ ຜ່ານມາ ເຊີ່ງໄດ້ນໍາເອົາຜົນປະໂຫຍດຢ່າງຫລວງຫລາຍມາໃຫ້ແກ່ປະເທດສະມາຊິກ BRI ກໍຄື ປະເທດສະມາຊິກອາຊຽນ, ລວມທັງ ສປປ ລາວ, ໃນນີ້ທີ່ພົ້ນເດັ່ນແມ່ນການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ນັບແຕ່ທ້າຍປີ 2021 ເປັນຕົ້ນມາ, ນອກຈາກໄດ້ນໍາເອົາຜົນປະໂຫຍດຕົວຈີນມາໃຫ້ແກ່ສອງປະເທດລາວ ແລະ ຈີນ, ຫລາຍປະເທດອາຊຽນກໍໄດ້ຮັບຜົນປະໂຫຍດຢ່າງເຊັ່ນດຽວກັນ, ພ້ອມນີ້ຍັງແລກປ່ຽນຄວາມຄິດຄວາມເຫັນເຊີ່ງກັນ ແລະກັນຫລາຍຢ່າງເພື່ອແນໃສ່ຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງຈີນ-ອາຊຽນ ນັບມື້ດີຂຶ້ນກວ່າເກົ່າໃນຕໍ່ໜ້າ.

ໃນໂອກາດນີ້, ທ່ານ ນາງ ອາເລັກຊັນດຣ້າ ບຸນຊ່ວຍ, ນັກຮ້ອງ ແລະນັກສະແດງທີ່ມີຊື່ສຽງຂອງລາວໄດ້ຮ່ວມກັບບັນດາຜູ້ມີຊື່ສຽງທາງອິນເຕີເນັດຈາກຈີນ ແລະ ປະເທດໃນອາຊຽນ ມີຄໍາເຫັນເພື່ອແບ່ງປັນບົດຮຽນ ແລະປະສົບການກ່ຽວກັບການນໍາໃຊ້ອິນເຕີເນັດ ແລະເຕັກໂນໂລຊີການສື່ສານໃໝ່ໃນພາລະກິດຂອງຕົນ, ລວມເຖີງນໍາໃຊ້ເຂົ້າໃນການຊຸກຍູ້ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການແລກປ່ຽນວັດທະນະທໍາອັນດີງາມລະຫວ່າງປະເທດຂອງຕົນກັບອາຊຽນ ກໍຄື ອາຊຽນກັບຈີນ. ທ່ານ ນາງ ອາເລັກຊັນດຣ້າ ບຸນຊ່ວຍ, ສະແດງຄວາມເຊື່ອໝັ້ນວ່າ: ດົນຕຣີ ແລະສື່ຕ່າງໆ ເປັນເຄື່ອງມືທີ່ສໍາຄັນທີ່ຊ່ວຍເຮັດໃຫ້ຄົນທັງຫຼາຍຈາກຕ່າງປະເທດ ແລະຈີນ ສາມາດຍັບເຂົ້າໃກ້ຊິດກັນ, ເຖິງວ່າມີພາສາປາກເວົ້າ, ມີຮີດຄອງປະເພນີ ແລະວັດທະນະທໍາທີ່ແຕກຕ່າງກັນກໍຕາມ.

ສໍາລັບທ່ານ ນາງ ອາເລັກຊັນດຣ້າ ບຸນຊ່ວຍ. ນີ້ແມ່ນເປັນຄັ້ງທີ 2 ທີ່ຖືກຮັບເຊີນໃຫ້ເຂົ້າຮ່ວມກອງປະຊຸມຜູ້ມີອິດທິພົນທາງອິນເຕີເນັດ ຈີນ-ອາຊຽນ, ເຊີ່ງກອງປະຊຸມດັ່ງກ່າວ ຄັ້ງທີ 1 ໄດ້ຈັດຂຶ້ນຢູ່ສະຖານທີ່ດຽວກັນນີ້ໃນລະຫວ່າງວັນທີ 11 -13 ມັງກອນ 2022 ພາຍໃຕ້ຫົວຂໍ້: “ເດີນທາງຈາກແຜ່ນດິນທີ່ມີຄວາມຜາສຸກເມື່ອລົມພັດມາໃນທາງບວກ” ແຕ່ເປັນການເຂົ້າຮ່ວມໂດຍຜ່ານທາງລະບົບອອນລາຍ.