ICBC ພ້ອມເປີດສູນຊໍາລະເງິນຢວນ ຢູ່ ສປປ ລາວ

ສູນບໍລິການຊໍາລະສະສາງເງິນຢວນ ແມ່ນສະຖາບັນຕ່າງປະເທດທີ່ໃຫ້ບໍລິການຊໍາລະສະສາງເງິນຢວນໃຫ້ແກ່ທະນາຄານຢູ່ໃນຂົງເຂດ ຫຼືປະເທດທີ່ສາມາດຊໍາລະສະສາງເງິນຢວນໄດ້. ໃນປັດຈຸບັນ, ໄດ້ສ້າງຕັ້ງສູນຊໍາລະສະສາງເງິນຢວນຕ່າງປະເທດ ລວມທັງໝົດ 31 ແຫ່ງ ໃນ 29 ປະເທດ ແລະຂົງເຂດທົ່ວໂລກຊຶ່ງໄດ້ກວມເອົາທະວີບອາເມຣິກາ, ເອີຣົບ, ອາຊີຕາເວັນອອກ, ອາຊີຕາເວັນອອກສ່ຽງໃຕ້, ໂອເຊອານີ ແລະອາຟຣິກາ. ທ້າຍປີ 2021, ທົ່ວໂລກມີສະຖາບັນການເງິນທີ່ຮ່ວມມືກັບສູນຊໍາລະສະສາງເງິນຢວນ ເຖິງ 950 ແຫ່ງ.

ໃນວັນທີ 20 ກັນຍາ 2022, ທະນາຄານປະຊາຊົນຈີນ ແລະທະນາຄານແຫ່ງ ສປປ ລາວ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການແຕ່ງຕັ້ງທະນາຄານຊໍາລະສະສາງເງິນຢວນຢູ່ ສປປ ລາວ. ພ້ອມດຽວກັນນັ້ນ,ໃນວັນທີ 30 ກັນຍາ 2022 ທະນາຄານປະຊາຊົນຈີນ ໄດ້ມອບໝາຍໃຫ້ທະນາຄານອຸດສາຫະກຳ ແລະ ການຄ້າຈີນ ຈໍາກັດ ສາຂານະຄອນຫຼວງວຽງຈັນ ເຮັດໜ້າທີ່ເປັນສູນຊໍາລະສະສາງເງິນຢວນໃນ ສປປ ລາວ. ມາຮອດປັດຈຸບັນ, ສປປ ລາວ ກາຍເປັນປະເທດທີ 5 ໃນອາຊຽນທີ່ໄດ້ຮັບອະນຸຍາດສ້າງຕັ້ງເປັນສູນຊໍາລະສະສາງ ເງິນຢວນຖັດຈາກ ສິງກະໂປ, ມາເລເຊຍ, ໄທ ແລະຟີລິບປິນ. ແລະໃນວັນທີ 30 ພະຈິກ 2022.

ການສ້າງຕັ້ງສູນຊໍາລະສະສາງເງິນຢວນນີ້ແມ່ນໝາກຜົນສໍາເລັດອັນໜຶ່ງຂອງສາຍພົວພັນຮ່ວມມືລາວ-ຈີນ ທີ່ມີມູນເຊື້ອປະຫວັດສາດອັນຍາວນານ, ມີການຮ່ວມມືສົ່ງເສີມດ້ານເສດຖະກິດຊຶ່ງກັນ ແລະກັນລະຫວ່າງສອງຊາດຢ່າງແໜ້ນແຟ້ນ, ມີຂົງເຂດການຮ່ວມມືໃນຫຼາຍດ້ານຊຶ່ງເກີດດອກອອກຜົນຢ່າງຫຼວງຫຼາຍ ແລະ ມີແຜນພັດທະນາໃນອະນາຄົດທີ່ສົດໃສຢ່າງບໍ່ຢຸດຢັ້ງ. ໃນປີ 2020, ທະນາຄານກາງຂອງສອງປະເທດ ໄດ້ລົງນາມເຊັນສັນຍາວ່າດ້ວຍການຮ່ວມມືໃນການສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນລະຫວ່າງສອງປະເທດລາວ-ຈີນ ແລະ ສັນຍາແລກປ່ຽນກີບ-ຢວນ (SWAP) ຊຶ່ງອະນຸຍາດໃຫ້ສາມາດ ນໍາໃຊ້ເງິນທ້ອງຖິ່ນຂອງສອງປະເທດເຂົ້າໃນການຊໍາລະດຸນບັນຊີຊໍາລະປົກກະຕິ (Current Account) ແລະ ດຸນບັນຊີທຶນ (Capital Account) ໂດຍກົງ, ສົ່ງເສີມ ແລະ ຊຸກຍູ້ອໍານວຍຄວາມສະດວກດ້ານການຄ້າ ແລະການລົງທຶນລະຫວ່າງສອງປະເທດ. ມາຮອດທ້າຍປີ 2021, ມູນຄ່າການລົງທຶນລະຫວ່າງລາວ-ຈີນ ໄດ້ບັນລຸເຖິງ 16,4 ຕື້ໂດລາ ແລະໃນໄລຍະປີ 2018-2022, ມູນຄ່າການຄ້າລະຫວ່າງສອງປະເທດບັນລຸໄດ້ຫຼາຍກວ່າ 15,9 ຕື້ໂດລາ, ອັດຕາການເຕີບໂຕສະເລ່ຍຕໍ່ປີແມ່ນ 15,9% ຊຶ່ງປັດຈຸບັນ ສປ ຈີນ ໄດ້ກາຍເປັນປະເທດ ອັນດັບ 1 ທີ່ ສປປ ລາວ ສົ່ງອອກຫຼາຍທີ່ສຸດ ແລະເປັນປະເທດອັນດັບ 1 ທີ່ເຂົ້າມາລົງທຶນຫຼາຍສຸດໃນ ສປປ ລາວ, ພ້ອມກັນນັ້ນຍັງເປັນຄູ່ຮ່ວມມືດ້ານການຄ້າລາຍໃຫຍ່ອັນດັບສອງຂອງ ສປປ ລາວ, ສາຍພົວພັນການຮ່ວມມືດ້ານການຄ້າລະຫວ່າງ ສອງປະເທດ ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ ແລະສັກກະຍະພາບທີ່ດີ.

ອີງໃສ່ຂໍ້ໄດ້ປຽບດ້ານເຄືອຂ່າຍຂອງກຸ່ມທະນາຄານ ອຸດສາຫະກຳ ແລະການຄ້າຈີນ ທີ່ມີເຄືອຂ່າຍບໍລິການການຊໍາລະສະສາງເງິນຢວນ ຢູ່ທົ່ວໂລກ, ພາຍຫຼັງການສ້າງຕັ້ງສູນຊໍາລະສະສາງເງິນຢວນໃນ ສປປ ລາວ ຈະຊ່ວຍຍົກສູງປະສິດທິພາບການຊຳລະເງິນຢວນຂອງ ສປປ ລາວ, ສາມາດສະໜອງການບໍລິການຊໍາລະເງິນຢວນ, ບໍລິການເງິນສົດ, ບໍລິການສະໜັບສະໜູນສະພາບຄ່ອງ, ບໍລິການແລກປ່ຽນກີບ-ຢວນ ແລະ ບໍລິການດ້ານການເງິນອື່ນໆໃຫ້ແກ່ບັນດາທະນາຄານໃນລາວໃຫ້ດີຍິ່ງຂຶ້ນ. ຄຽງຄູ່ກັນນັ້ນ, ຈະສົ່ງເສີມ ແລະອຳນວຍຄວາມສະດວກໃຫ້ແກ່ບັນດາຫົວໜ່ວຍທຸລະກິດຂອງແຕ່ລະຂົງເຂດໃນ ສປປ ລາວ ໃຫ້ສາມາດດໍາເນີນທຸລະກໍາເງິນຢວນ ໃນຮູບແບບຫຼາກຫຼາຍ ແລະສະດວກວ່ອງໄວ, ຍົກສູງຄວາມສາມາດດ້ານການບໍລິການ ແລະ ປະສິດທິພາບໃນການຊໍາລະສະສາງເງິນຢວນ ລະຫວ່າງປະເທດໃຫ້ດີຂຶ້ນ, ອຳນວຍຄວາມສະດວກໃຫ້ແກ່ການຊໍາລະເງິນຕາທ້ອງຖິ່ນຂອງ ການຄ້າສອງຝ່າຍ, ພ້ອມທັງຍັງຈະຊ່ວຍເພີ່ມທາງເລືອກທີ່ຫຼາກຫຼາຍຂອງຄັງສໍາຮອງເງິນຕາຕ່າງປະເທດຂອງ ສປປ ລາວ ອີກດ້ວຍ.

ພາຍຫຼັງທີ່ ທະນາຄານ ອຸດສາຫະກຳ ແລະການຄ້າຈີນ ຈໍາກັດ ສາຂານະຄອນຫຼວງວຽງຈັນ ເຮັດໜ້າທີ່ເປັນສູນຊໍາລະສະສາງເງິນຢວນໃນ ສປປ ລາວ, ກໍໄດ້ສຳເລັດການກະກຽມວຽກງານຕ່າງໆໃນໄລຍະຕົ້ນ ແລະປັດຈຸບັນນີ້ກໍພວມຕັ້ງໜ້າກະກຽມວຽກງານເປີດໃຫ້ບໍລິການຕາມການອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ແລະ ທະນາຄານປະຊາຊົນຈີນ. ຂັ້ນຕອນຂອງວຽກງານຕ່າງໆໄດ້ດໍາເນີນການຢ່າງເປັນລະບຽບຮຽບຮ້ອຍຊຶ່ງຈະສູ້ຊົນໃຫ້ໄດ້ເປີດບໍລິການຢ່າງເປັນທາງການພາຍໃນເດືອນມິຖຸນາຂອງປີ 2023 ນີ້.ຫຼັງຈາກທີ່ໄດ້ເປີດໃຫ້ບໍລິການຢ່າງເປັນທາງການແລ້ວສູນຊໍາລະສະສາງເງິນຢວນຈະປະຕິບັດຕາມລະບຽບກົດໝາຍ ແລະຂໍ້ກໍານົດກົດລະບຽບຕ່າງໆຂອງ ສປປ ລາວ, ການດໍາເນີນທຸລະກິດ ຈະປະຕິບັດຕາມຫຼັກການຂອງຕະຫຼາດ ແລະການຄ້າ,ຈະສົມທົບກັບບັນດາພາກສ່ວນຕ່າງໆໃນລາວເພື່ອຈັດຕັ້ງປະຕິບັດຕາມ ສັນຍາວ່າດ້ວຍການຮ່ວມມືໃນການສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນ ແລະສັນຍາແລກປ່ຽນກີບ-ຢວນ (SWAP)” ຂອງສອງປະເທດ, ຈະສົ່ງເສີມໃຫ້ນຳໃຊ້ເງິນຕາທ້ອງຖິ່ນກໍຄືເງິນກີບ ແລະເງິນຢວນຫຼາຍຂຶ້ນໃນການຊຳລະການຄ້າ-ການລົງທຶນລະຫວ່າງ ລາວ-ຈີນ, ຈະສ້າງສະພາບແວດລ້ອມທີ່ດີໃນການຊຸກຍູ້ການຊຳລະດ້ວຍເງິນຕາທ້ອງຖິ່ນ ແລະພັກດັນການເຄື່ອນໄຫວໃໝ່ໃນການຄ້າ-ການລົງທຶນລະຫວ່າງສອງປະເທດລາວ-ຈີນ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງເພື່ອສົ່ງເສີມ ແລະ ພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ.
ຂ່າວ: ທະນາຄານ ອຸດສາຫະກຳ ແລະການຄ້າຈີນ ຈໍາກັດ