ລາວ-ຣັດເຊຍ ສືບຕໍ່ເພີ່ມທະວີການຮ່ວມມືຫຼາຍດ້ານ

ໃນວັນທີ 23 ພຶດສະພາ 2023 ໂດຍຕອບສະໜອງຕາມການເຊື້ອເຊີນຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ຄະນະຜູ້ແທນຂັ້ນສູງຂອງພັກຣັດເຊຍເອກະພາບນໍາໂດຍສະຫາຍ ດີມີຕຣີ ເມັດເວເດັບ ປະທານພັກຣັດເຊຍເອກະພາບ ຮອງປະທານສະພາຄວາມໝັ້ນຄົງ ເເຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ເເລະເຮັດວຽກ ຢູ່ ສປປ ລາວ.

ການພົວພັນ ລາວ-ຣັດເຊຍ ແມ່ນສືບຕໍ່ມາແຕ່ການພົວພັນ ລາວ-ອະດີດສະຫະພາບໂຊວຽດ ຊຶ່ງສອງປະເທດໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະກັນໃນໄລຍະຢູ່ຢ້ຽມຢາມ ສປປ ລາວ ຄະນະຜູ້ແທນຂັ້ນສູງຂອງພັກຣັດເຊຍເອກະພາບໄດ້ພົບປະເຮັດວຽກຮ່ວມກັບສະຫາຍເລຂາທິການໃຫຍ່ພັກ ປປ ລາວ ບັນດາການນໍາຝ່າຍລາວ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງພັກຣັດເຊຍເອກະພາບໃນຄັ້ງນີ້ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນ ແລະເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນພ້ອມໄດ້ແຈ້ງສະພາບການທີ່ພົ້ນເດັ່ນຂອງ ສປປ ລາວ ໃນໄລຍະມໍ່ໆມານີ້ ໃຫ້ຄະນະຜູ້ແທນຝ່າຍຣັດເຊຍຮັບຊາບໂດຍສະເພາະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໄດ້ແລກປ່ຽນບົດຮຽນໃນການຊີ້ນໍາ-ນໍາພາຂອງພັກ ປປ ລາວ ໃນໄລຍະທີ່ຜ່ານມາ ແລກປ່ຽນທັດສະນະຕໍ່ສະພາບການພາກພື້ນ ແລະສາກົນທີ່ສອງຝ່າຍມີຄວາມສົນໃຈ.

ສະຫາຍ ດີມີຕຣີ ເມັດເວເດັບ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບຂອງບັນດາການນໍາຂັ້ນສູງຂອງພັກ ແລະ ລັດ ເເຫ່ງ ສປປ ລາວ ໃນຄັ້ງນີ້ໄດ້ປຶກສາຫາລືກ່ຽວກັບທິດທາງການພົວພັນຮ່ວມມື ລະຫວ່າງ ສອງພັກໃນຕໍ່ໜ້າເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງຮອບດ້ານ ທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາໂດຍພາຍໃຕ້ການນໍາພາອັນຖືກຕ້ອງຂອງ ພັກ ປປ ລາວ ແລະ ສະແດງຄວາມເຊື່ອໝັ້ນວ່າ ປະຊາຊົນລາວ ຈະສືບຕໍ່ໄດ້ຮັບຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດແຫ່ງການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດເຮັດໃຫ້ປະເທດຊາດມີຄວາມມັ່ງຄັ່ງເຂັ້ມແຂງປະຊາຊົນຮັ່ງມີຜາສຸກ ສັງຄົມມີຄວາມປອງດອງ ປະຊາທິປະໄຕ ຍຸຕິທໍາ ແລະສີວິໄລ.

ໃນການຢ້ຽມຢາມຄັ້ງນີ້ ສະຫາຍ ດີມີຕຣີ ເມັດເວເດັບ ຍັງໄດ້ພົບປະກັບລັດຖະມົນຕີກະຊວງປ້ອງກັນປະເທດ ແລະລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມກັນນີ້ສອງພັກໄດ້ມີການລົງນາມໃນເອກະສານການຮ່ວມມື ລະຫວ່າງ ສອງພັກ ແລະຂົງເຂດການສຶກສາ ຈໍານວນໜຶ່ງເຊິ່ງເປັນການຢໍ້າຄືນເຖິງບົດບາດຄວາມສໍາຄັນຂອງການພົວພັນລະຫວ່າງສອງພັກທີ່ເປັນພື້ນຖານອັນຕົ້ນຕໍໃຫ້ເເກ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຣັດເຊຍ.
ທີ່ມາ: ປະຊາຊົນ