ຮຮ ລ້ຽງເດັກອະນຸບານສາຍລົມ ເປັນໂຮງຮຽນຕົວແບບຄຸນນະພາບ

ໂຮງຮຽນ ລ້ຽງເດັກ ອະນຸບານສາຍລົມ ປະຕິບັດການຮຽນການສອນຕາມ 3 ລັກສະນະ, 5 ຫຼັກມູນການສຶກສາ ແລະ 3 ຂໍ້ແຂ່ງຂັນຂອງກະຊວງສຶກສາທິການ ແລະ ກິລາວາງອອກ 100% ໂດຍຖືເອົາວຽກງານວິຊາການເປັນວຽກງານທີ່ສໍາຄັນໂດຍສະເພາະແມ່ນດ້ານການຮຽນການສອນ, ຜະລິດສື່ອຸປະກອນໃຫ້ເທດເໝາະກັບອາຍຸເດັກ, ມີການຕິດຕາມກວດກາ ແລະປະເມີນຜົນການຮຽນການສອນ, ໄດ້ຮັບການຍ້ອງຍໍຈາກຂັ້ນເມືອງ ແລະ ຂັ້ນນະຄອນຫຼວງວຽງຈັນ ກາຍເປັນໂຮງຮຽນຕົວແບບຄຸນນະພາບສໍາລັບການສຶກສາກ່ອນໄວຮຽນຢ່າງເປັນທາງການ.
 
ພິທີເປີດປ້າຍໂຮງຮຽນຕົວແບບຄຸນນະພາບດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນທີ 19 ພຶດສະພາຜ່ານມາທີ່ໂຮງຮຽນລ້ຽງເດັກອະນຸບານສາຍລົມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະກິລານະຄອນຫຼວງວຽງຈັນ, ທ່ານ ແສງສະຖິດ ພິມເມືອງ ຫົວໜ້າຫ້ອງວ່າການປົກຄອງເມືອງຈັນທະບູລີ, ພ້ອມດ້ວຍຫົວໜ້າຫ້ອງການສຶກສາທິການ ແລະກິລາ ເມືອງຈັນທະບູລີ, ຫົວໜ້າຂະແໜງ, ໜ່ວຍງານ, ຜູ້ອໍານວຍການໂຮງຮຽນ, ນາຍບ້ານ, ຄູ ແລະນັກຮຽນຢ່າງພ້ອມພຽງ.
 
ໂອກາດດັ່ງກ່າວ, ທ່ານ ນາງ ສອນແກ້ວ ສ້ອຍວົງໄຊ ຮອງອໍານວຍການໂຮງຮຽນ ລ້ຽງເດັກອະນຸບານ ສາຍລົມ ໄດ້ກ່າວໃຫ້ຮູ້ວ່າ: ໂຮງຮຽນລ້ຽງເດັກອະນຸບານ ສາຍລົມ ແມ່ນໂຮງຮຽນລັດແຫ່ງໜຶ່ງ ຊຶ່ງຕັ້ງຢູ່ບ້ານສາຍລົມມີເນື້ອທີ່ທັງໝົດ 1.682 ຕາແມັດ, ເປັນອາຄານຊັ້ນດຽວ ມີ 1 ຫຼັງ, 5 ຫ້ອງຮຽນ, 1 ຫ້ອງການ, ມີຫ້ອງນໍ້າ 5 ຫ້ອງ, ຫ້ອງອາຫານ 1 ຫ້ອງ, ຫໍສະໝຸດ 1 ຫ້ອງ, ມີຄູສອນທັງໝົດ 5 ຄົນ, ຍິງ 5 ຄົນ, ຊຶ່ງໄດ້ປະຕິບັດການຮຽນການສອນຕາມ 3 ລັກສະນະ, 5 ຫຼັກມູນການສຶກສາ ແລະ 3 ຂໍ້ແຂ່ງຂັນຂອງກະຊວງສຶກສາທິການ ແລະ ກິລາວາງອອກ 100%. ການພັດທະນາໂຮງຮຽນລ້ຽງເດັກດັ່ງກ່າວ, ໄດ້ຖືເອົາວຽກງານວິຊາການເປັນວຽກງານທີ່ສໍາຄັນ ເປັນຕົ້ນແມ່ນດ້ານການຮຽນການສອນ ໂດຍໄດ້ມີແຜນການສອນ ປະຈໍາປີ, ເດືອນ ແລະ ອາທິດ, ມີການແຕ່ງບົດສອນ, ຜະລິດສື່ອຸປະກອນໃຫ້ເທດເໝາະກັບອາຍຸເດັກ, ມີການຕິດຕາມກວດກາ ແລະປະເມີນຜົນການຮຽນການສອນ, ໄດ້ສົ່ງຄູເຂົ້າຮ່ວມການຝຶກອົບຮົມ ແລະຜະລິດອຸປະກອນທຸກປີກ່ອນເປີດສົກຮຽນ, ສົ່ງຄູໄປເຊື່ອມຕໍ່ໃນໄລຍະພັກແລ້ງ ຈໍານວນ 2 ທ່ານ ແລະ ໄດ້ຮັບການຍ້ອງຍໍຈາກຫ້ອງການສຶກສາທິການ ແລະ ກິລາເມືອງ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ໄດ້ຮັບໃບຍ້ອງຍໍທຸງຂຽວ ແລະໂລ້ລາງວັນ, ໄດ້ຮັບຍ້ອງຍໍຈາກທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໃນກອງປະຊຸມຜູ້ບໍລິຫານການສຶກສາ-ກິລາທົ່ວນະຄອນຫຼວງວຽງຈັນ ປະຈໍາສົກຮຽນ 2021-2022.