ປະທານ ຄພລ ສືບຕໍ່ລົງຕິດຕາມພ້ອມມອບນະໂຍບາຍໃຫ້ນັກກິລາຄົນພິການລາວ ກຽມຮ່ວມ “ອາຊຽນ ພາຣາເກມ”

ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຫຼື ຄພລ ພ້ອມດ້ວຍຄະນະສືບຕໍ່ລົງຕິດຕາມ ແລະໃຫ້ກຳລັງໃຈຢ່າງໃກ້ຊິດຕໍ່ທັບນັກກິລາຄົນພິການທີມຊາດລາວ ຈາກ 7 ປະເພດກິລາ ທີ່ກຳລັງດຳເນີນການຝຶກຊ້ອມຢ່າງຕໍ່ເນື່ອງພ້ອມທັງມອບນະໂຍບາຍຈຳນວນໜຶ່ງໃຫ້ນັກກິລາຄົບທຸກ 7 ປະເພດກິລາ ເພື່ອເປັນກຳລັງໃຈກຽມຄວາມພ້ອມເຂົ້າຮ່ວມງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 12 ຫຼື “ອາຊຽນ ພາຣາເກມ” ຈະຈັດຂຶ້ນທີ່ຣາຊະອານາຈັກກຳປູເຈຍເປັນເຈົ້າພາບ.

ເມື່ອລະຫວ່າງວັນທີ 23-24 ພຶດສະພາຜ່ານມາ,ທ່ານນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກິລາ,ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຫຼື ຄພລ ແລະ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະສິລະປະສຶກສາ ກະຊວງສຶກສາທິການ ແລະກິລາ ທັງເປັນຮອງປະທານ ແລະເລຂາທິການ ຄພລ ສືບຕໍ່ລົງຕິດຕາມຊຸກຍູ້ໃຫ້ກຳລັງໃຈຢ່າງໃກ້ຊິດ ພ້ອມທັງຖາມໄຖ່ການໃຊ້ຊີວິດຂອງທັບນັກກິລາຄົນພິການທີມຊາດລາວ ໃນປັດຈຸບັນ ແລະ ມອບນະໂຍບາຍຈຳນວນໜຶ່ງໃຫ້ຄະນະຄູຝຶກ ແລະ ນັກກິລາຈາກ 7 ປະເພດ ກໍຄືຍົກນໍ້າໜັກ, ແລ່ນ-ລານ, ບານບ້ວງລໍ້ເລື່ອນ, ໂກນບານ, ບັອດເຊຍ, ກິລາບານເຕະ ແລະກິລາລອຍນ້າຊຶ່ງກຳລັງຝຶກຊ້ອມຢ່າງເປັນປົກກະຕິກຽມຮ່ວມແຂ່ງຂັນງານກິລາຄົນພິການອາຊຽນ ຄັ້ງທີ 32 ທີ່ຣາຊະອານາຈັກກຳປູເຈຍ ລະຫວ່າງວັນທີ 3-9 ມິຖຸນານີ້.

ໃນໂອກາດດັ່ງກ່າວ, ທ່ານ ນາງ ຂັນທະລີ ສີຣິພົງພັນ ກໍໄດ້ສະແດງຄວາມເປັນຫ່ວງເປັນໃຍ ແລະຖາມໄຖ່ກ່ຽວກັບຂໍ້ສະເໜີຂອງຄະນະຄູຝຶກ ແລະນັກກິລາ ໃນຖ້ຽວກ່ອນ ທີ່ທ່ານປະທານ ຄພລ ພ້ອມດ້ວຍຄະນະໄດ້ລົງຕິດຕາມແກ້ໄຂຂໍ້ຄົງຄ້າງໃຫ້ແມ່ນໄດ້ຮັບການແກ້ໄຂຕາມການສະເໜີຫຼືບໍ່ພ້ອມທັງເນັ້ນໜັກໃຫ້ທັບນັກກິລາຄົນພິການລາວສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ເຂົ້າໃນການຝຶກແອບ, ມີລະບຽບວິໄນຮັບຟັງຄຳສັ່ງສອນຂອງຄູຝຶກຢ່າງເຂັ້ມງວດ ແລະສຳຄັນທຸກຄົນຕ້ອງມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວຍົກສູງຈິດໃຈຊາດພ້ອມທັງບືນຕົວສູ່ເປົ້າໝາຍຫຼຽນຄຳສະນັ້ນຂໍໃຫ້ທຸກຄົນສູ້ສຸດຄວາມສາມາດນຳເອົາກຽດຊື່ສຽງ ແລະສັກສີມາສູ່ປະເທດຊາດ ດ້ວຍຄວາມພາກພູມໃຈ.

ໃນການເຂົ້າຮ່ວມແຂ່ງຂັນງານກິລາ “ອາຊຽນ ພາຣາເກມ” ຄັ້ງທີ 12 ໃນຄັ້ງນີ້ຄາດວ່າຈະມີການຊີງໄຊທັງໝົດ 10 ກວ່າປະເພດກິລາ, ໃນນັ້ນ ສປປ ລາວ ຈະສົ່ງນັກກິລາທັງໝົດ 89 ຄົນ ຈາກ 7 ປະເພດກິລາດັ່ງກ່າວ ແລະໃນວັນທີ 31 ພຶດສະພານີ້ ທັບນັກກິລາຄົນພິການລາວຈະອອກເດີນທາງເຂົ້າຮ່ວມແຂ່ງຂັນຢ່າງເປັນທາງການ.

ປັດຈຸບັນ, ທັບນັກກິລາຄົນພິການລາວໄດ້ເກັບຕົວຝຶກຊ້ອມທີ່ສູນກິລາຕ່າງໆພາຍໃນນະຄອນຫຼວງວຽງຈັນ ສະເພາະກິລາບັອດເຊຍຝຶກຊ້ອມຢູ່ທີ່ສູນກິລາພະແນກສຶກສາ ແລະ ກິລາ ນະຄອນຫຼວງວຽງຈັນ (ບຶງຂະຫຍອງ), ແລ່ນ-ລານ ຝຶກຊ້ອມທີ່ສະໜາມກິລາເຈົ້າອານຸວົງ, ກິລາໂກນບານ ແລະ ບານບ້ວງລໍ້ເລື່ອງ ຝຶກຊ້ອມທີ່ສະໜາມກິລາໃນຮົ່ມສູນຟື້ນຟູຄົນພິການ ຫຼືອົງຄະທຽມ, ກິລາບານເຕະຝຶກຊ້ອມທີ່ເດີ່ນບານຫຍ້າທຽມ ເຟີຣາຣີ, ຍົກນໍ້າໜັກຝຶກຊ້ອມຢູ່ທີ່ຫ້ອງການຄະນະກຳມະການພາຣາແລມປິກແຫ່ງຊາດ ແລະລອຍນໍ້າແມ່ນຝຶກຊ້ອມຢູ່ທີ່ສະໜາມກິລາແຫ່ງຊາດ (ຫຼັກ16).
ຂ່າວໂດຍ: ສົງການ ພັນແພງດີ