ປີ 2023 ນະຄອນຫຼວງວຽງຈັນ ມີແຜນປູກຕົ້ນໄມ້ 405 ເຮັກຕາ

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາທີ່ຈະມາເຖິງນີ້ ພະແນກກະສິກໍາ ແລະປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ຈະໄດ້ສົມທົບກັບບັນດາຂະແໜງການຕ່າງໆທັງພາກລັດ ແລະເອກະຊົນອ້ອມຂ້າງ ນວ ເພື່ອສ້າງຂະບວນການປູກຕົ້ນໄມ້ໂດຍປີນີ້ມີແຜນການປູກໃນເນື້ອທີ່ 405 ເຮັກຕາ.
 
ທ່ານ ສີເມືອງ ສຸດທິວົງນໍລາດ ຫົວໜ້າຂະແໜ່ງປ່າໄມ້ພະແນກກະສິກໍາ ແລະປ່າໄມ້ ນວ ໃຫ້ສໍາພາດວັນທີ 19 ພຶດສະພາວ່າ: ນວ ມີແຜນປູກໄມ້ປະຈໍາປີ 2023 ໃນເນື້ອທີ່ 405 ເຮັກຕາ ໃນນີ້ຈະປູກຕາມສວນສາທາລະນະທົ່ວ ນວ 5 ເຮັກຕາ ປູກຟື້ນຟູປ່າ 100 ເຮັກຕາ ແລະປູກເປັນສິນຄ້າ 300 ເຮັກຕາ ເຊິ່ງວັນທີ 1 ມິຖຸນາ 2023 ພະແນກກະສິກໍາ ແລະປ່າໄມ້ ໄດ້ສົມທົບກັບຂະແໜງການອ້ອມຂ້າງສ້າງຂະບວນການປູກຕົ້ນໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ເປັນຕົ້ນໄດ້ສົມທົບກັບຫ້ອງການຄຸ້ມຄອງ ແລະບໍລິການຕົວເມືອງວຽງຈັນ ແລະສະຖານທູດຝຣັ່ງປະຈໍາລາວ ຈະປູກໄມ້ປະດັບຢູ່ສວນສາທາລະນະເຈົ້າອະນຸວົງ 17 ຕົ້ນ ພ້ອມນັ້ນໄດ້ສົມທົບກັບເຂດເສດຖະກິດກວມລວມໄຊເສດຖາຈະປູກຕົ້ນໄມ້ 450 ຕົ້ນໃນເຂດດັ່ງກ່າວ.
 
ນອກນີ້ຍັງຈະໄດ້ສົມທົບກັບອົງການປົກຄອງເມືອງນາຊາຍທອງ ແລະກຸ່ມບໍລິສັດຄໍາໄພ ຊະນະກໍ່ສ້າງ ປູກໃນເຂດຟື້ນຟູໄຟໄໝ້ລາມປ່າ 60 ເຮັກຕາ ໃນນີ້ປີ 2023 ຈະປູກ 9 ເຮັກຕາ ໃນເຂດປ່າສະຫງວນແຫ່ງຊາດພູພະນັງໂດຍນໍາໃຊ້ທຶນຂອງກຸ່ມບໍລິສັດຄໍາໄພຊະນະພ້ອມນັ້ນຍັງມີນັກທຸລະກິດຜູ້ປະກອບການສົ່ງເສີມປູກໄມ້ຕີ້ວ ໄມ້ປ່ອງ ເພື່ອເປັນສີນຄ້າສົ່ງພາຍໃນ ແລະຕ່າງປະເທດ.
 
ຄຽງຄູ່ກັນນັ້ນພະແນກກະສິກໍາ ແລະປ່າໄມ້ຍັງໄດ້ເອົາໃຈໃສ່ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງເລກທີ 013 ຂອງເຈົ້າຄອງ ນວ ກ່ຽວກັບການປົກປັກຮັກສາພັດທະນາຢູ່ໃນເຂດປ່າສະຫງວນແຫ່ງຊາດພູພະນັງສວນອຸທິຍານແຫ່ງຊາດພູເຂົາຄວາຍໃຫ້ໄດ້ຮັບຜົນດີ.
 
ສໍາລັບຕົ້ນໄມ້ທີ່ຈະປູກໃນປີ 2023 ໄດ້ເນັ້ນການປູກພືດອຸດສາຫະກໍາໄມ້ພື້ນ ເມືອງລາວ ແລະໄມ້ປະດັບຄາດວ່າການປູກໄມ້ເປັນສິນຄ້າຈະສາມາດປະຕິບັດໄດ້ລື່ນແຜນການພ້ອມນີ້ສວນກ້າເບ້ຍໄມ້ຂອງພະແນກກະສິກໍາ ແລະປ່າໄມ້ ນວ ມີເບ້ຍໄມ້ສະໜອງໃຫ້ຈໍານວນ 10 ພັນກວ່າເບ້ຍ ນອກນັ້ນຍັງມີນັກທຸລະກິດຜູ້ປະກອບການສົ່ງເສີມປູກໄມ້ຕິ້ວ ໄມ້ປ່ອງ ເພື່ອເປັນສີນຄ້າສົ່ງພາຍໃນ ແລະຕ່າງປະເທດ.
 
ທ່ານ ສີເມືອງ ສຸດທິວົງນໍລາດໃຫ້ຮູ້ຕື່ມອີກວ່າ: ວັນທີ 25 ພຶດສະພາ ຫາ 4 ມິຖຸນາ ທີ່ຈະມາເຖິງນີ້ພະແນກກະສິກໍາ ແລະ ປ່າໄມ້ ນວ ຈະໄດ້ຈັດງານຕະຫຼາດນັດເບ້ຍໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2023 ຢູ່ທີ່ຕະຫຼາດກະສິກໍາຂອງພະແນກດັ່ງກ່າວ ຄາດວ່າຈະມີຮ້ານຈໍາໜ່າຍເບ້ຍໄມ້ເຂົ້າຮ່ວມ 36 ຮ້ານ ມີເບ້ຍໄມ້ຈໍລະຈອນ 2 ແສນເບ້ຍ.
-----
Cr.Vientiane Mai