ລີສອດອ່າງນໍ້າລີກ ມີຫຼາຍກິດຈະກຳໜ້າທ່ຽວຊົມ

ສະຖານທີ່ທ່ອງທ່ຽວໃຫມ່ ຫນ້າເຂື່ອນນໍ້າລີກ ເມືອງເຟືອງເປີດໃຫ້ບໍລິການແລ້ວ ລອງມາສຳພັດກັບບັນຍາກາດໄດ້ສຳຫລັບຄົນທີ່ມັກຄວາມສະຫງົບສາມາດຕັ້ງແຄ້ມກາງເຕັ້ນນອນໄດ້ມີຫລາຍໆດອນໃຫ້ກາງເຕັ້ນສຳຫລັບສາຍແຄມປີ໋ງ ລີສອດອ່າງນໍ້າລີກ ໜຶ່ງສະຖານທີ່ທ່ອງທ່ຽວທາງທຳມະຊາດ ທີ່ມີຄວາມອຸດົມສົມບູນ ວີວງາມທີ່ສາມາດສ້າງຄວາມສຸກໃນການຜັກຜ່ອນບໍ່ວ່າຈະເປັນຄອບຄົວ, ໝູ່ຄູ່.

ສຳລັບກິດຈະກຳແມ່ນມີລອງເຮືອແພກີນອາຫານ, ມີພາຍເຮືອຂະຍັກ, ລອງເຮືອໄມ້ໄຟ, ລອ່ງເຮືອຫາງຍາວເບີ່ງທິວທັດໜ້າເຄືອນ, ຂີ່ກົງເບີງ, ໃສ່ມອງ, ຕືກເບັດຕົກປາ,ຕັກບາດຕອນເຊົ້າ ແລະເເຄມເປີງທຳມະຊາດແບບອາເວັນເຈີ.

ປັດຈຸບັນນີ້ມີຜູ້ປະກອບການຂໍສະເໜີເຂົ້າມາລົງທຶນພັດທະນາແຫຼ່ງທ່ອງທ່ຽວແຫ່ງໃໝ່ຕາມແຄມນໍ້າລີກຂ້ອນຂ້າງຫຼາຍພໍສົມຄວນສ່ວນໃຫຍ່ຕ້ອງການຢາກເຮັດເຮືອນແພ, ຣີສອດ ແລະໂຮງແຮມຊຶ່ງພວກເຮົາຈະໄດ້ປຶກສາຫາລື, ຄົ້ນຄວ້າ ແລະສຶກສາຄວາມເປັນໄປໄດ້ກ່ອນຍ້ອນວ່າພວກເຮົາຈະຄັດເລືອກເອົາແຕ່ກຸ່ມນັກທຸລະກິດເຮັດແທ້ທໍາຈິງ ແລະຮັກສິ່ງແວດລ້ອມເປັນກົກ.

ສະເພາະເມືອງເຟືອງນີ້ຖືວ່າອຸດສາຫະກໍາທ່ອງທ່ຽວແມ່ນພົ້ນເດັ່ນບໍ່ໜ້ອຍກວ່າຂະແໜງການຜະລິດກະສິກໍາ ແລະຈະກາຍເປັນເມືອງທ່ອງທ່ຽວອັນດັບຕົ້ນໆຂອງແຂວງວຽງຈັນເຊັ່ນກັນ, ດັ່ງທີ່ຮູ້ຜ່ານມາແຫຼ່ງທ່ອງທ່ຽວເມືອງວັງວຽງເປັນອັນດັບໜຶ່ງຕະຫຼອດແຕ່ປັດຈຸບັນນີ້ແຫຼ່ງທ່ອງທ່ຽວເມືອງເຟືອງພວມຈະຄັດເລືອກ ແລະຈັດອັນດັບພາຍໃນຕົວມັນເອງວ່າຖ້ານັກທ່ອງທ່ຽວຕ້ອງການມານອນເຮືອນແພແຮມຄືນຕາມສາຍນໍ້າລີກທີ່ຫງຽບສະຫງົບ, ຕອນເຊົ້າໃສ່ບາດ, ຂີ່ເຮືອລອງຕາມສາຍນໍ້າ, ມີຄົນຂັບເຮືອມາເລາະຂາຍເຄື່ອງໃຫ້ນັກທ່ອງທ່ຽວຕາມເຮືອນແພ, ວິຖີຊີວິດຂອງຄົນທ້ອງຖິ່ນ,ໄປເບິ່ງຜາທໍ່ໜໍ່ຄໍາ ແລະອື່ນໆ ນັ້ນພວກເຂົາເຈົ້າຂ້ອຍອາດເລືອກເມືອງເຟືອງກໍເປັນໄດ້.

ສະຖານທີ່ຕັ້ງຢູ່ ເມືອງເຟືອງ ແຂວງວຽງຈັນ ທ່ານໃດສົນໃຈສາມາດຕິດຕໍ່ພົວພັນ ສອບຖາມໄດ້ທີ່ເບີ 020 22088883 ຫຼື 54273888.
ຂ່າວ: ບຸນນິກ ມະນີ