ແນວລາວສ້າງຊາດຄຳມ່ວນຈັດກອງປະຊຸມ ຄົບຄະນະຄັ້ງທີ 4

  ກອງປະຊຸມຄົບຄະນະຄັ້ງທີ 4 ສະໄໝທີ VII ຂອງຄະນະກຳມະການແນວລາວສ້າງຊາດແຂວງຄຳມ່ວນຈັດຂຶ້ນໃນວັນທີ 2 ເມສາ 2019 ທີ່ຫ້ອງວ່າການແຂ ວງຄຳ ມ່ວນໂດຍການເປັນປະທານຂອງ ທ່ານ ແສງທອງ ພະຄຸນທອງ ປະທານແນວລາວສ້າງຊາດແຂວງ, ມີຄະນະອົງການພຸດທະສາສະໜາຂັ້ນແຂວງ, ຄະ ນະກຳມະບານສູນກາງແນວລາວສ້າງຊາດປະຈຳຢູ່ແຂວງ, ກຳມະການແນວລາວສ້າງຊາດໃນທົ່ວແຂວງເຂົ້າຮ່ວມ.

 ກອງປະຊຸມດັ່ງກ່າວແມ່ນໄດ້ມີການຕີລາຄາຄືນໃນການເຄື່ອນໄຫວຈັດຕັ້ງປະຕິບັດຜົນງານດ້ານດີ, ຂໍ້ຄົງຄ້າງ ແລະບົດຮຽນທີ່ຖອດຖອນໄດ້ໃນ 1 ປີຜ່ານມາ ໂດຍສະເພາະວຽກງານປັບປຸງການຈັດຕັ້ງ, ບຸກຄະລາກອນ ແລະແບບແຜນວິທີເຮັດວຽກ, ການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ປົ ປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ ແລະເອກະລັກຂອງຊົນເຜົ່າ, ການເຕົ້າໂຮມຄວາມສາມັກຄີທາງດ້ານສາສະໜາ, ການປະສານສົມທົບກັບອົງການພາຄີ, ວຽ ກງານຊັ້ນຄົນ-ອົງການຈັດຕັ້ງສັງຄົມ, ວຽກງານໂຄສະນາຂະບວນການ ແລະການພົວພັນກັບຕ່າງປະເທດພ້ອມທັງວາງທິດທາງຄາດໝາຍສູ້ຊົນໃນ 1 ປີ 20 19 ແລະພ້ອມກັນຄົ້ນຄວ້າ, ປະກອບຄຳຄິດ-ຄຳເຫັນເຂົ້າໃນການເຄື່ອນໄຫວວຽກງານແນວລາວສ້າງຊາດເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້ າໃຫ້ມີຄວາມສອດຄ່ອງ ແລະດີຂຶ້ນກວ່າເກົ່າໂດຍສະເພາະການສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ,ປຸກລະດົມພະນັກງານ,ສະມາຊິກພັກ,ປະຊາຊົນບັນດາເຜົ່າ,ຊັ້ນຄົນ,ສາສະໜາ ແລະເພດ-ໄວໃຫ້ເປັນປຶກແຜ່ນພ້ອມກັນຈັດຕັ້ງປະຕິບັດບັນດາແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດ ແລະແຜນພັດທະນາເສດຖະກິດ-ສັງຄົມໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້.

   ນອກນີ້ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ບົດໂອ້ລົມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ຕໍ່ກອງປະຊຸມຜູ້ຊົງຄຸນວຸດທິທົ່ວປະເທດຄັ້ງທີ 3 ປີ 2018 ແລະມະຕິກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດຄັ້ງທີ 4 ສະໄໝທີ X.

ໂດຍ: ກອງຄຳ