ບໍລິສັດ ທ່ອງທ່ຽວອາລິ້ວ ເນັ້ນຄວາມຊື່ສັດ ສັງຄົມເຊື່ອໝັ້ນ

ເລື່ອງການບໍລິການທ່ອງທ່ຽວບໍ່ວ່າຢູ່ພາຍໃນຫຼືຕ່າງປະເທດຄິດຫາບໍລິສັດທ່ອງທ່ຽວອາລິ້ວ ແລະບໍລິການລົດເຊົ່າ ຈຳກັດຜູ້ດຽວ ເພິ່ນມີປະສົບການເລື່ອງບໍລິການມາຫຼາຍປີ ທີ່ເພິ່ນເອົາໃຈໃສ່ເນັ້ນຄວາມສຳຄັນຊື່ສັດເຮັດໃຫ້ການບໍລິການຜ່ານມາຮອດປະຈຸບັນສັງຄົມໃຫ້ຄວາມເຊື່ອໝັ້ນ.


ບໍລິສັດມີບໍລິການດ້ານການທ່ອງທ່ຽວຢູ່ພາຍໃນ ແລະຕ່າງປະເທດຕາມການສັ່ງຈອງຂອງລູກຄ້າ ແລະ 2 ບໍລິການໃຫ້ເຊົ່າລົດຊຶ່ງມີລົດຫຼາຍປະເພດໃຫ້ເຊົ່າຕາມຄວາມຕ້ອງການຂອງລູກຄ້າເຊັ່ນ: ບໍລິການໃຫ້ເຊົ່າລົດແກ່ນັກທ່ອງທ່ຽວເປັນກຣຸບ ຫຼືເປັນຄອບຄົວໄປທ່ອງທ່ຽວຢູ່ພາຍໃນ ແລະຕ່າງປະເທດ ຫຼືເຊົ່າລົດເພື່ອຂົນສົ່ງພະນັກງານໂຮງງານຕ່າງໆພາຍໃນນະຄອນຫຼວງວຽງຈັນ ເຊົ່າເປັນເດືອນເປັນປີ ແລະອື່ນ.

ຊຶ່ງເມື່ອບໍ່ດົນຜ່ານມາໃນລະຫວ່າງວັນທີ 12-14 ພຶດສະພານີ້ ທີມງານທົດລອງລາຍການທ່ອງທ່ຽວເຊຶ່ອມຕໍ່ລະຫວ່າງ ສປປ ລາວ-ຈີນ 3 ວັນ 2 ຄືນ ທີ່ກິ່ງແຂວງ 12 ພັນນາ ໂດຍສະເພາະຕົວເມືອງຊຽງຮຸ່ງ, ສປ ຈີນ ໄດ້ສຳເລັດລາຍການທ່ອງທ່ຽວເຊິ່ງນຳໂດຍບໍລິສັດ ທ່ອງທ່ຽວອາລິ້ວ ແລະ ບໍລິການລົດເຊົ່າ ຈຳກັດຜູ້ດຽວ ພ້ອມພະນັກງານບໍລິສັດ, ພາກລັດ, ຂະແຫນງການທີ່ກ່ຽວຂ້ອງ ແລະເຈົ້າຫນ້າທີ່ຕຳຫຼວດປະຈຳດ່ານຮ່ວມການສຳຫລວດ.

ໃນການເດີນທາງທົດລອງລາຍການທ່ອງທ່ຽວຄັ້ງນີ້ທີມງານໄດ້ເຂົ້າທ່ຽວຊົມສະຖານທີ່ທ່ອງທ່ຽວສຳຄັນ ແລະມີຊື່ສຽງໃນຕົວເມືອງຊຽງຮຸ່ງ ໃນນີ້ໄດ້ເຂົ້າທ່ຽວຊົມຄວາມງາມທີ່ເປັນເອກະລັກອັນໂດດເດັ່ນວັດຫຼວງໄທລື້, ໝູ່ບ້ານໄທລື້, ສວນປ່າດົງດິບ, ໝູ່ບ້ານເຜົ່າໄອ່ນີ, ຕະຫຼາດມືດ 9 ຈອມ 12 ຊຽງ, ສວນມ່ານທິງ, ວັດປ່າເຈດີ, ໂຊເຕັ້ນລະບຳນົກຍຸງ, ສວນຊ້າງ ແລະທ່ຽວຊົມຮ້ານຊັບພະສິນຄ້າ.

ນອນນັ້ນຍັງໄດ້ພົບປະພະນັກງານບໍລິສັດທີ່ປະຈຳຢູ່ ສປ ຈີນ ຮ່ວມປຶກສາຫາລື ແລະຈັດລາຍການທ່ອງທ່ຽວ 3 ວັນ 2 ຄືນ ແລະ 4 ວັນ 3 ຄືນ ໃຫ້ສອດຄ່ອງກັບສະພາບການທ່ອງທ່ຽວຕົວຈິ່ງຂອງລະດູການແນ່ໃສ່ດຶງດູດເອົານັກທ່ອງທ່ຽວຈາກ ສປປ ລາວ ເຂົ້າໄປທ່ອງທ່ຽວຢູ່ ສປ ຈີນ ແລະນັກທ່ອງທ່ຽວ ສປ ຈີນ ມາ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ.

ພິເສດເນື່ອງໃນໂອກາດຕ້ອນຮັບວັນເດັກແພ້ກເກັດ 7 ມື້ 6 ຄືນ. ລວມ 4 ເມືອງທີ່ມີຊື່ສຽງຂອງປະເທດຈີນຄຸນມີງ, ຕາລີ່, ລີ່ຈຽງ, ແຊງກີລາ 7ມື້6 ຄືນດ້ວຍລາຄາ 699$ ຕໍ່ 1 ທ່ານລາຄານີ້ລວມທຸກຢ່າງອາຫານ, ທີ່ພັກ, ປີ້ລົດໄຟໄປກັບ, ປີ້ເຂົ້າຊົມສະຖານທີ່ທ່ອງທ່ຽວ...

ສະຖານທີ່ທ່ອງທ່ຽວທີ່ເປັນຈຸດເດັ່ນເຈດີ 3 ອົງ, ເມືອງເກົ່າຕາລີ່, ວັດເຈົ້າແມ່ກວນອີນ, ຊ່ອງແຄບເສືອກະໂດດ, ພິພິຕະພັນດົງປາ, ເມຶອງເກົ່າແຊງກີລາ, ແມ່ນໍ້າແຢງຊີກຽງ, ວັດຊົ່ງຈານຫຼີງ, ເມືອງບູຮານລີ່ຈຽງທະເລສາບພະນາໄຫ, ສະນໍ້າມັງກອນດຳ, ໂຊຈ່າງຢີ້ໂຫມ, ນັ່ງກະເຊົ້າ, ຂື້ນພູເຂົາຫິມະ ມັງກອນຢົກ, ອຸທະຍານນໍ້າຕົກ ວັນທີ່ອອກເດີນທາງ 1-7/6/2023, 10-17/6/2023,20-27/6/2023, ພິເສດ: ບໍ່ກຳນົດຄົນເດີນທາງ 2-3 ຄົນກໍອອກເດີນທາງສະເພາະຊ່ວງໂປຣ)ກຸບສວນໂຕ 8-10 ທ່ານ ສາມາດເລືອກມື້ອອກເດີນທາງໄດ້ເລີຍສົນໃຈຢາກໄປທ່ຽວສາມາດຊອບຖາມ ຂໍ້ມູນລາຍລະອຽດ ໄດ້ທີ່ ເບີຕິດຕໍ່: ບໍລິສັດທ່ອງທ່ຽວອາລິ້ວ ແລະ ບໍລິການລົດເຊົ່າ ຈຳກັດຜູ້ດຽວຕັ້ງຢູ່ບ້ານຖິ່ນ ເມືອງໄຊ ແຂວງອຸດົມໄຊ ທ່ານໃດສົນໃຈຢາກໄປທ່ຽວ ແລະເຊົ່າລົດສາມາດຊອບຖາມ ຂໍ້ມູນລາຍລະອຽດ ໄດ້ທີ່ ເບີຕິດຕໍ່: +85620 55 318 678+856 20 59 869 088+856 20 96 265 678+856 20 58 052 537

ຂ່າວ: ບຸນນິກ ມະນີ