ວິສາຫະກິດສ່ວນບຸກຄົນ ສໍາປະທານດິນລັດຄຸ້ມຄອງທ່າເຮືອພູເອ່ນ ເມືອງທຸລະຄົມ

ຫ້ອງການແຜນການ ແລະການລົງທຶນເມືອງທຸລະຄົມ ແຂວງວຽງຈັນ ແລະວິສາຫະກິດ ຣີສອດສວນເສືອປ່າ ໄດ້ເຊັນສັນຍາກ່ຽວກັບການຈັດຕັ້ງປະຕິບັດໂຄງການສໍາປະທານດິນລັດຄຸ້ມຄອງ (ທ່າເຮືອພູເອ່ນ) ນາເຟີຍເພື່ອຂະຫຍາຍຮ້ານອາຫານເສືອປ່າຣີເວີໄຊ້ຂອງວິສາຫະກິດສ່ວນບຸກຄົນຣີສອດສວນເສືອປ່າ ໃນວັນທີ 12 ພຶດສະພາ 2023. ຕາງໜ້າລົງນາມໂດຍທ່ານ ຄໍາມະນີ ລາດຊະມີໄຊ ຫົວໜ້າຫ້ອງການແຜນການ ແລະການລົງທຶນເມືອງ ແລະທ່ານ ບຸນລະພະໄຊ ຣາຊາສົມບັດ ເຈົ້າຂອງວິສາຫະກິດສ່ວນບຸກຄົນ ຣີສອດສວນເສືອປ່າ, ມີທ່ານ ນາງ ຈັນທະບູນ ໂພສາລາດ ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ ແລະທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງໆທຸລະຄົມ ເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ບຸນລະພະໄຊ ຣາຊາສົມບັດ ໄດ້ຍົກໃຫ້ເຫັນສະພາບລວມ, ຈຸດພິເສດຂອງພື້ນທີ່, ຄວາມມຸ່ງມາດປາຖະໜາຂອງຕົນເອງ, ຄອບຄົວພ້ອມທັງຢືນຢັນຈະລົງມືຈັດຕັ້ງປະຕິບັດໂຄງການຕາມຂອບຂອງສັນຍາ ແລະລະບຽບທີ່ນິຕິກໍາກໍານົດໄວ້, ເຊິ່ງໂຄງການສໍາປະທານດິນລັດຄຸ້ມຄອງທ່າເຮືອພູເອ່ນເພື່ອຂະຫຍາຍຮ້ານອາຫານເສືອປ່າຣີເວີໄຊ້ ໃນຄັ້ງນີມີເນື້ອທີ່ 1 ເຮັກຕາ.

ໂຄງການຂະຫຍາຍຮ້ານອາຫານເສືອປ່າ ຣີເວີໄຊ້ ເປັນໂຄງການໜຶ່ງທີ່ສໍາຄັນເພື່ອປະກອບສ່ວນສ້າງສາພັດທະນາເມືອງທຸລະຄົມ, ສອດຄ່ອງກັບນະໂຍບາຍຂອງຂັ້ນເທິງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ກໍຄືຂອງແຂວງ, ເປັນສະຖານທີ່ທ່ອງທ່ຽວທໍາມະຊາດແຄມອ່າງນໍ້າງື່ມທີ່ສວຍງາມສະຫວາດງາມຕາ, ຖ້າກໍ່ສ້າງສໍາເລັດຈະສາມາດຮອງຮັບແຂກຄົນກໍຄືນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດໄດ້ອີກລະດັບໜຶ່ງ, ທັງເປັນສີສັນອັນໃໝ່ໃນຂະແໜງການທ່ອງທ່ຽວ ແລະປະກອບສ່ວນແກ້ໄຂວຽກເຮັດງານທໍາໃຫ້ເມືອງທຸລະຄົມຕື່ມອີກ.