ລາວກຽມການຍື່ນຂໍຂຶ້ນທະບຽນກັບຢູແນສໂກ “ພິທີສູ່ຂັວນ“ເປັນມໍລະດົກທາງວັດທະນາທຳຂອງມວນມະນຸດຫລືມໍລະດົກໂລກ

ມື້ນີ້ທີ່ຫ້ອງການກົມສິລະປະ-ວັດທະນາທຳ, ກະຊວງຖະແຫລງຂ່າວວັດທະນາທັມ ແລະ ທ່ອງທ່ຽວຢູ່ຄຸ້ມສີເມືອງໄດ້ມີກອງປະຊຸມເພື່ອຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄ້ວາ, ຮຽບຮຽງເນື້ອໃນຂອງພິທີສູ່ຂັວນເພື່ອປະກອບໃສ່ຟອມນໍາສະເຫນີເປັນມໍລະດົກໂລກເຊິ່ງຂ້າພະເຈົ້າເອງ ຫານຊະນະ ສີສານ ກໍ່ໄດ້ມີຊື່ຢູ່ໃນຄະນະທີ່ປຶກສາກິດຕິມະສັກໃນນາມປະທານສະມາຄົມອະນຸລັກ ແລະສົ່ງເສີມວັດທະນາທັມລາວ.

ພິທີສູ່ຂັວນນັ້ນເປັນວັດທະນາທັມເດີມຂອງຄົນລາວເຮົາ ແລະຄົນທີ່ມີກົກເຫງົ້າດຽວກັນເຊິ່ງມີເຜົ່າຊົນນີ້ຢູ່ໃນໂລກເຜົ່າຊົນດຽວເທົ່ານັ້ນທີ່ມີຄວາມເຊື່ອເລື່ອງຂວັນ, ຄົງເປັນຄວາມເຊື່ອ ແລະມີພິທີກັມທີ່ຍາວນານຫລາຍພັນປີ ແລະກ່ອນທີ່ວັດທະນາທັມຂອງຊາວຊົມພູທະວີບທີ່ແຜ່ຜາຍເຂົ້າມານໍາຂະບວນການຄ້າທາງເຮືອໃນໄລຍະຫນຶ່ງພັນປີມານີ້ອີກ. ພິທີກັມນີ້ໄດ້ຜູກພັນກັບຄົນລາວທາງດ້ານຈິດໃຈຈົນມາເຖິງປັດຈຸບັນນີ້ຈາກພິທີກັມໃນຊຸມຊົນຈົນກາຍມາເປັນພິທີທາງການຕ້ອນຮັບແຂກບ້ານແຂກເມືອງ ກໍ່ຄືຜູ້ຄົນທີ່ມີໄມຕິຈິດຕໍ່ກັນ.

ເທົ່າທີ່ຮູ້ລາວເຮົາໄດ້ຍື່ນຂໍຂຶ້ນທະບຽນລາຍການຟ້ອນລໍາວົງລາວເຊິ່ງຢູ່ໃນຂັ້ນຕອນການປ້ອງກັນສໍາລັບຂ້າພະເຈົ້າມີຄວາມພູມໃຈເປັນຢ່າງຍິ່ງທີ່ໄດ້ປະກອບສ່ວນໃນການສ້າງຊື່ສຽງໃຫ້ກັບປະເທດຊາດຂອງພວກເຮົາ, ຄິດວ່າໃນຕໍ່ໄປນີ້ກໍ່ອາດຈະມີການຂຶ້ນທະບຽນດ້ານພູມປັນຍາ,ອາຫານການກິນ ແລະອື່ນໆອີກຈິ່ງເຊີນຊວນບັນດາທ່ານເພື່ອນຟບໄດ້ປະກອບຄວາມເຫັນວ່າມີສິ່ງໃດແດ່ຄວນຈະຕ້ອງຂຶ້ນທະບຽນຈຸດປະສົງອັນໃຫຍ່ກໍ່ເພື່ອສ້າງເງື່ອນໄຂໃຫ້ຊຸມຊົນລາວມີຄວາມສາມັກຄີປອງດອງກັນຢູ່ຮ່ວມກັນພ້ອມກັນພັດທະນາ ແລະຫລຸດພົ້ນຈາກຄວາມຍາກຈົນເຊິ່ງມັນເປັນຄວາມມຸ່ງຫວັງຂອງຄົນລາວພວກເຮົາທຸກໆຄົນ.
(ຮູບພາບລາຍດາວໃນຜ້າຫົ່ມໄຕແດງແລະຮູບໃນຫນ້າກອງທອງສໍາລິດຫລືຄ້ອງບ້າງມັນຄືສັນຍາລັກຂອງຂວັນ)
ອ້າງອີງ: ທ່ານ ຫານຊະນະ ສີສານ
ທີ່ມາ: ຜະລິດຕະພັນລາວ