ສປປ ລາວ ຮຽກຮ້ອງໃຫ້ສືບຕໍ່ເພີ່ມທະວີການຮ່ວມມືເພື່ອຫຼຸດຜ່ອນຄວາມທຸກຍາກ

ໃນກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 29 ຈັດຂຶ້ນທີ່ບາຫລີ, ປະເທດອິນໂດເນເຊຍ ໃນວັນທີ 8 ພຶດສະພາ 2023 ຜ່ານມາ, ຄະນະຜູ້ແທນ ສປປ ລາວ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກອາຊຽນ ແລະພາກສ່ວນທີ່ກ່ຽວຂ້ອງສືບຕໍ່ເພີ່ມທະວີການຮ່ວມມືເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານໃນພາກພື້ນ.

ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ມີຄຳເຫັນໃນຄັ້ງນີ້ວ່າ: ການແກ້ໄຂບັນຫາຄວາມແຕກໂຕນ ແລະການຊອກຫາວິທີທາງແກ້ໄຂລຶບລ້າງຄວາມທຸກຍາກ ແລະຄວາມອຶດຫິວຂອງປະຊາຊົນແມ່ນວຽກງານທີ່ໜັກໜ່ວງຫຼາຍສຳລັບອົງການໃດໜຶ່ງ ຫລືພາກສ່ວນໃດໜຶ່ງ. ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດາອົງການຕ່າງໆຈາກພາກພື້ນ ແລະສາກົນລວມທັງພາກສ່ວນຕ່າງໆທີ່ກ່ຽວຂ້ອງຮ່ວມກັນເພື່ອສືບຕໍ່ພັດທະນາ ແລະຍົກລະດັບວຽກງານດັ່ງກ່າວໃຫ້ດີຂຶ້ນຊຶ່ງຕ້ອງໄດ້ລົງທຶນທັງດ້ານງົບປະມານ ແລະ ການພັດທະນາຂີດຄວາມສາມາດຂອງບຸກຄະລະກອນເພື່ອຈະສາມາດນຳມາສົ່ງເສີມເຂົ້າໃນວຽກງານດັ່ງກ່າວໃຫ້ດີຂຶ້ນໃນການແກ້ໄຂບັນຫາຄວາມທຸກຍາກ ແລະຄວາມໝັ້ນຄົງທາງດ້ານອາຫານໃນພາກພື້ນ.

ສປປ ລາວ ກໍເປັນໜຶ່ງໃນປະເທດທີ່ຈັດຢູ່ໃນປະເທດທີ່ດ້ອຍພັດທະນາ, ຊຶ່ງລັດຖະບານກໍໄດ້ຕັ້ງເປົ້າໝາຍໃຫ້ປະເທດຊາດສາມາດຫລຸດພົ້ນອອກຈາກຄວາມທຸກຍາກໃຫ້ສຳເລັດ ພາຍໃນປີ 2026 ໂດຍອີງໃສ່ວາ ລະການພັດທະນາແບບຍືນຍົງ ປີ 2030 ແລະການຈັດຕັ້ງປະຕິບັດແຜນງານບັນດາປະເທດທີ່ດ້ອຍພັດທະນາ ແລະບັນດາປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດຈອດກັບທະເລທີ່ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5ປີ ຄັ້ງທີ 9 ແລະຍຸດທະສາດການພັດທະນາແບບສີຂຽວຊຶ່ງໄດ້ກຳນົດເຂົ້າໃນແຜນບູລິມະສິດເພື່ອການພັດທະນາແບບຍືນຍົງ.

ທ່ານລັດຖະມົນຕີກະຊວງ ຖວທ ກ່າວຕື່ມວ່າ: ສປປ ລາວ ພ້ອມແລ້ວທີ່ຈະໃຫ້ການຮ່ວມມືກັນຢ່າງໃກ້ຊິດກັບອິນໂດເນເຊຍ ແລະບັນດາປະເທດສະມາຊິກອາຊຽນເພື່ອຮັບປະກັນວຽກງານບູລິມະສິດອາຊຽນ ໃນປີ 2023 ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດຊຶ່ງຈະນຳຜົນປະໂຫຍດມາສູ່ພາກພື້ນຂອງພວກເຮົາແລະເປັນພື້ນຖານໃຫ້ແກ່ ສປປ ລາວ ໃນການຮັບໜ້າທີ່ການເປັນປະທານອາຊຽນ ໃນປີ 2024. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ຄວາມສຳຄັນຂອງການຮ່ວມມືໃນພາກພື້ນ ແລະ ສາກົນ ເພື່ອທີ່ຈະສືບຕໍ່ພັດທະ ນາສັງຄົມໃຫ້ມີຄວາມກ້າວໜ້າ ແລະສາມາດຜ່ານພົ້ນຄວາມຫຍຸ້ງຍາກທາງດ້ານເສດຖະກິດທີ່ໄດ້ຮັບຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19 ເຊັ່ນ: ສິ່ງທ້າທາຍມາຈາກການແຂ່ງຂັນຂອງມະຫາອຳນາດ,ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະລາຄາສິນຄ້າ, ອາຫານ ແລະພະລັງງານທີ່ກຳລັງເພີ່ມຂຶ້ນເລື້ອຍໆ.

ໃນກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 29, ຜູ້ນຳອາຊຽນໄດ້ເຫັນຄວາມສຳຄັນຂອງການສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຊົນໃນເຂດຊົນນະບົດເພື່ອສະໜັບສະໜູນການພັດທະນາແບບຍືນຍົງ ແລະ ລຶບລ້າງຄວາມທຸກຍາກໃນພາກພື້ນອາຊຽນ; ກອງປະຊຸມຍັງໄດ້ສະໜັບສະໜູນການສະເໜີສ້າງຕັ້ງເຄືອຂ່າຍໝູ່ບ້ານອາຊຽນ ເພື່ອເສີມຂະຫຍາຍການສ້າງເຄືອຂ່າຍບ້ານຕໍ່ບ້ານໃຫ້ທົ່ວອາຊຽນ; ເຫັນດີເພີ່ມທະວີການປົກປ້ອງປະຊາຊົນອາຊຽນ ແລະຄາດຫວັງວ່າຖະແຫລງການອາຊຽນວ່າດ້ວຍການປົກປ້ອງຜູ້ອອກແຮງງານເຄື່ອນຍ້າຍ ແລະສະມາຊິກຄອບຄົວຂອງເຂົາເຈົ້າໃນສະຖານະການສຸກເສີນ ແລະ ຖະແຫລງການອາຊຽນວ່າດ້ວຍການຈັດຈ້າງ ແລະປົກປ້ອງແຮງງານເຄື່ອນຍ້າຍໃນເຮືອປະມົງຈະຖືກຮັບຮອງທີ່ກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 42.

ກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ໄດ້ຮັບຊາບການສືບຕໍ່ພະຍາຍາມປະຕິບັດຄຳໝາຍໝັ້ນຂອງອາຊຽນເພື່ອແກ້ໄຂວຽກງານການປ່ຽນແປງດິນຟ້າອາກາດລວມທັງຜົນສຳເລັດໃນການສ້າງຕັ້ງໜ່ວຍງານຄວບຄຸມມົນລະພິດໝອກຄວັນຂ້າມຜ່ານຊາຍແດນທີ່ເປັນການປະຕິບັດຕາມສັນຍາອາຊຽນວ່າດ້ວຍມົນລະພິດໝອກຄວັນຂ້າມຜ່ານຊາຍແດນ.
ທີ່ມາ: ກົມແຜນການ ແລະການຮ່ວມມືສາກົນ ກະຊວງ ຖວທ