ທ່ານ ປະທານປະເທດ ເນັ້ນໃຫ້ສະຫະພັນກຳມະບານສືບຕໍ່ເປັນເຈົ້າການປົກປ້ອງສິດຜົນປະໂຫຍດຂອງຊາວຜູ້ອອກແຮງງານ ແລະສົ່ງເສີມໃຫ້ມີຄວາມຮູ້ຄວາມສາມາດ

ໃນໂອກາດສະເຫຼີມສະຫຼອງວັນກຳມະກອນສາກົນຄົບຮອບ 137 ປີ ທ່ານ ທອງລຸນ ສີສຸລິດ ປະທານປະເທດໄດ້ພົບປະໂອ້ລົມ ແລະໃຫ້ທິດຊີ້ນຳໃຫ້ແກ່ພະນັກງານ ສະມາຊິກກຳມະບານລາວ ໃນວັນທີ 9 ພຶດສະພາ 2023, ຕ້ອນຮັບໂດຍທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສະຫະພັນກຳມະບານລາວ.

ທ່ານ ນາງ ອາລີ ວົງໜໍ່ບຸນທຳ ໄດ້ລາຍງານສະພາບການຂອງກຳມະກອນ ແລະຜູ້ອອກແຮງງານໃນພາກພື້ນສາກົນ ແລະໃນລາວການເຄື່ອນໄຫວວຽກງານກໍາມະບານ ແລະທິດທາງວຽກງານຈຸດສຸມໂດຍຍົກໃຫ້ເຫັນຫຼາຍບັນຫາສຳຄົນເຊັ່ນຄ່າແຮງງານຕະຫຼາດແຮງງານມີແນວໂນ້ມທີ່ຈະຫລຸດລົງການຈ້າງງານກໍຫລຸດລົງເກີດມີໄພຫວ່າງງານເພີ່ມຂື້ນຄາດວ່າຈະມີກໍາມະກອນປະມານ 214 ລ້ານຄົນດໍາລົງຊີວິດຢູ່ໃນຄວາມທຸກຍາກ ເພີ່ມຕື່ມອີກເພາະບໍ່ມີວຽກເຮັດງານທຳ ຈຸດພິເສດສຳລັບຜູ້ອອກແຮງງານລາວໃນເກນອາຍຸອອກແຮງງານຢູ ່ ສປປ ລາວກຳລັງແຮງງານສ່ວນໃຫ່ຍມືອາຍຸ 25-64 ປີ ກວມເອົາ 78,7% ຜູ້ທີ່ມີວຽກເຮັດງານທຳທັງໝົດ 2,4 ລ້ານ ກວ່າຄົນ ກວມເອົາ 97,6% ຂອງກຳລັງແຮງງານທັງໝົດມີຜູ້ຫວ່າງງານທັງໝົດ 61 ພັນກວ່າຄືນ ໃນນັ້ນມີແມ່ ຍິງ 21 ພັນກວ່າຄົນ ກວມເອົາ 34,4% ຂອງຜູ້ຫວ່າງງານທັງໝົດແຮງງານລາວທີ່ເຄື່ອນຍ້າຍໄປອອກແຮງງານທີ່ຖືກຕ້ອງຕາມກົດໝາຍຢູ່ຕ່າງປະເທດມີທັງໝົດ 38 ພັນກວ່າຄົນ ຍິງ 21 ພັນກວ່າຄັນ.

ໂອກາດນີ້ທ່ານ ທອງລຸນ ສີສຸລິດ ໄດ້ໂອ້ລົມຕໍ່ພິທີດັ່ງກ່າວເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງກຳມະກອນຊາວຜູ້ອອກແຮງງານ ແລະຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອໄຫວຂອງວຽກງານກຳມະບານໃນໄລຍະຜ່ານມາເຊິ່ງກຳມະບານແມ່ນອົງການຈັດຕັ້ງທີ່ເປັນຕົວແທນປົກປ້ອງຜົນປະໂຫຍດສະນັ້ນຕ້ອງສົ່ງເສີມການມີວຽກເຮັດງານທຳປ້ອງກັນຄວາມປອດໄພ ແລະ ຄວາມຍຸຕິທຳໃຫ້ແກ່ຜູ້ອອກແຮງງານຊຸກຍູ້ສົ່ງເສີມສ້າງກຳມະກອນຜູ້ອອກແຮງງານໃຫ້ມີຄວາມຮູ້ຄວາມສາມາດສູງຂື້ນພັກເປັນຜູ້ສ້າງຕັ້ງກຳມະບານພັກຊີ້ນຳ ແລະອຳນວຍໃຫ້ກໍາມະບານເຄື່ອນໄຫວໄປຕາມແນວທາງແຜນນະໂຍບາຍຂອງພັກຊ່ວຍພັກປົກປັກຮັກສາ ແລະປົກປ້ອງຜົນປະ ໂຫຍດຂອງຊົນຊັ້ນກຳມະກອນຊາວຜູ້ອອກແຮງງານພັກຂອງພວກເຮົາຮັບຮູ້ວ່າຊົນຊັ້ນກຳມະກອນຊາວຜູ້ອອກແຮງງານລາວແມ່ນຊັ້ນຄົນກຸ່ມຄົນທີ່ມີຄວາມຕື່ນຕົວການ ເມືອງ ແລະມານະຈິດປະຕິວັດສູງມີລະບຽບວິໃນສູງກວ່າຊັ້ນຊັ້ນອື່ນມີສະຕິຕື່ນຕົວເຮັດທຸກສິ່ງທຸກຢ່າງເພື່ອຜົນປະໂຫຍດຂອງຊົນຊັ້ນຂອງປະຊາຊົນຜູ້ອອກແຮງງານສູງກວ່າໝູ່ທັງເປັນຊົນຊັ້ນທີ່ມີຄວາມເສຍສະຫຼະຜົນປະໂຫຍດສ່ວນຕົວເພື່ອສ່ວນລວມເມື່ອອີງໃສ່ຄຸນລັກສະນະ ແລະຈຸດພິເສດສະເພາະຂອງຊົນຊັ້ນກຳມະກອນສະມາຊິກກຳມະບານ ຜູ້ເປັນການນຳແຕ່ລະທ່ານຕ້ອງຮັບປະກັນການຮັກສາລັກສະນະ ແລະທາດແທ້ປະຕິວັດຂອງຊົນຊັ້ນກຳມະກອນໄວ້ໃຫ້ໄດ້ຢ່າງແທ້ຈິງຖັນແຖວພະນັກງານ ລັດຖະກອນສະມາຊິກກຳມະບານໝົດທຸກຄົນຕ້ອງມີຄວາມພາກພູມໃຈ ແລະ ກະຕືລືລົ້ນໃນການເຮັດວຽກທີ່ຖືກມອບໝາຍໃຫ້ເປັນເຈົ້າການຕໍ່ການຕອບຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນການສໍ້ລາດບັງຫຼວງການເສື່ອມທາດຂາດຄຸນຄວາມບໍ່ເຂັ້ມງວດຕໍ່ລະບຽບວິໄນເປັນເຈົ້າການ ແລະ ເປັນໃຈກາງປະສານງານ ໃຫ້ສອດຄ່ອງຕາມຄວາມຮຽກຮ້ອງຕ້ອງການຂອງກຳມະກອນຜູ້ອອກແຮງງານໃຫ້ຜູ້ໃຊ້ແຮງງານ ແລະໃຫ້ລັດຖະບານເພື່ອຮັບປະກັນຜົນປະໂຫຍດຂອງທຸກຝ່າຍໃນສັງຄົມເອົາໃຈໃສ່ປົກປ້ອງຮັກສາສິດຜົນປະໂຫຍດອັນຊອບທຳຂອງກຳມະກອນຜູ້ອອກແຮງງານໄປຄຽງຄູ່ກັນນັ້ນກໍຕ້ອງຊຸກຍູ້ການສົ່ງເສີມເອົາໃຈໃສ່ກໍ່ສ້າງບຳລຸງຖັນແຖວກຳມະກອນ ແລະ ຜູ້ອອກແຮງໃຫ້ໜັກແໜ້ນເຂັ້ມແຂງທາງດ້ານກໍາລັງກາຍສະຕິປັນຍາ ແລະສີມືແຮງງານທີ່ມີຄຸນນະພາບຢ່າງແທ້ຈິງເພື່ອເປັນກຳລັງແຮງໃຫ້ແກ່ການຜະລິດ.