ຮອງນາຍົກລັດຖະມົນຕີ ຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະກອງປະຊຸມກ່ຽວຂ້ອງ

ວັນທີ 9 ພຶດສະພາ 2023 ທີ່ລາບວນ ບາໂຈ, ອິນໂດເນເຊຍ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ (AMM),ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ (APSC) ຄັ້ງທີ 26 ແລະ ກອງປະຊຸມສະພາປະສານງານອາຊຽນ(ACC) ຄັ້ງທີ 33 ໂດຍການເປັນປະທານຂອງ ອິນໂດເນເຊຍ ພາຍໃຕ້ຄໍາຂວັນ “ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ”. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຮັບຊາບຄວາມຄືບໜ້າຂອງຂະບວນການສ້າງປະຊາຄົມອາຊຽນ ເປັນຕົ້ນ ແມ່ນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ການປຶກສາຫາລືກະກຽມຮ່າງວິໄສທັດປະຊາຄົມອາຊຽນຫລັງປີ 2025 ແລະ ໄດ້ປຶກສາຫາລືການຮ່ວມມືພາຍນອກຂອງອາຊຽນລວມທັງການສະໝັກເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC)ຂອງປະເທດຕ່າງໆ.

ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 26 ໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາກິດຈະກຳ ແລະ ວຽກງານຂອງຂະແໜງການທີ່ກ່ຽວຂ້ອງພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມຫມັ້ນຄົງອາຊຽນ, ລວມທັງການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025.

ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 33 ໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ“ຂໍ້ສະເໜີແນະກ່ຽວກັບການຮັດແໜ້ນຂີດຄວາມສາມາດ ແລະ ປະສິດທິພາບດ້ານສະຖາບັນຂອງອາຊຽນ” ແລະໄດ້ຮັບຮອງເອົາແຜນດຳເນີນງານສຳລັບການເຂົ້າເປັນສະມາຊິກອາຊຽນຂອງ ຕີມໍແລັດສະເຕ. ພ້ອມນີ້, ກອງປະຊຸມໄດ້ປຶກສາຫາລືການກະກຽມດ້ານຕ່າງໆ ລວມທັງເອກະສານຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ທີ່ຈະຈັດຂຶ້ນໃນວັນທີ 10-11 ພຶດສະພາ 2023 ທີ່ ລາບວນ ບາໂຈ, ປະເທດອິນໂດເນເຊຍ.
ທີ່ມາ: ຂປລ. ຂ່າວ: ກະຊວງການຕ່າງປະເທດ