ລັດຖະບານ ທົບທວນວຽກງານຄວາມປອດໄພທາງຫຼວງ ພາກກາງ-ພາກໃຕ້

ກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມວຽກງານຄວາມປອດໄພທາງຫຼວງ 8 ແຂວງພາກກາງ-ພາກໃຕ້ ແລະນະຄອນຫຼວງ ໃນຮູບແບບເຊິ່ງໜ້າ ແລະຮູບແບບທາງໄກ ໃນວັນທີ 9 ພຶດສະພາ2023 ທີ່ນະຄອນປາກເຊ ແຂວງຈຳປາສັກ ໂດຍການເປັນປະທານຂອງ ທ່ານກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະການແຫ່ງຊາດດ້ານຄວາມປອດໄພທາງຫລວງ, ມີທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງໆຈຳປາສັກ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍຄະນະກໍາມະການດ້ານຄວາມປອດທາງຫລວງຈາກນະຄອນຫລວງວຽງຈັນ, ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ອັດຕະປື, ເຊກອງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ກ່າວວ່າ: ປັດຈຸບັນ ການນໍາໃຊ້ຍານພາຫະນະທາງບົກ ແລະທາງຫລວງນັບມື້ເພີ່ມຂຶ້ນແບບກ້າວກະໂດດ,ຄຽງຄູ່ກັບການເພີ່ມຂຶ້ນຂອງພາຫະນະນັ້ນ, ແຕ່ລະປີຈໍານວນອຸບັດເຫດກໍມີທ່າອ່ຽງເພີ່ມຂຶ້ນເຊັ່ນກັນເຊິ່ງເຮັດໃຫ້ມີຄົນບາດເຈັບ, ເສຍອົງຄະ, ເສຍຊີວິດມີຈໍານວນເພີ່ມຂຶ້ນລວມທັງຊັບສິນຂອງປະຊາຊົນກໍຄືຂອງລັດເສຍຫາຍຫລາຍຮ້ອຍຕື້ໃນແຕ່ລະປີ. ສະພາບດັ່ງກ່າວໄດ້ກາຍເປັນໜຶ່ງໃນປາກົດການຫຍໍ້ທໍ້ໃຫຍ່ຂອງສັງຄົມ, ສ້າງຄວາມສູນເສຍໃຫຍ່ຫລວງ ທີ່ກົດໜ່ວງການພັດທະນາ, ເປັນສິ່ງທ້າທາຍໃຫຍ່ຂອງການບໍລິຫານ-ຄຸ້ມຄອງສັງຄົມຂອງລັດຖະບານ. ກອງປະຊຸມຄັ້ງນີ້ ຢັ້ງຢືນເຖິງຄວາມເປັນຫ່ວງເປັນໃຍ, ຄວາມເອົາໃຈໃສ່ ແລະຄວາມຮັບຜິດຊອບຂອງລັດຖະບານກໍຄືບັນດາແຂວງຕໍ່ວຽກງານຄວາມປອດໄພທາງຫລວງເພື່ອຈຳກັດ, ຫລຸດຜ່ອນອຸບັດເຫດທາງຫລວງເວົ້າລວມ, ເວົ້າສະເພາະເພື່ອປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນ, ຂອງຊາດຄຽງຄູ່ກັບການປົກປ້ອງສຸຂະພາບ ແລະສະຫວັດດີການສັງຄົມທັງເປັນການຕິດຕາມກວດກາການຈັດຕັ້ງປະຕິບັດ ຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫລວງ ໄລຍະປີ 2021-2030 ແລະແຜນດຳເນີນງານໄລຍະປີ 2021-2025 ພ້ອມທັງຕີລາຄາສະພາບຄວາມເປັນຈິງ. ພ້ອມນັ້ນຍັງໄດ້ມີການປຶກສາຫາລືແລກປ່ຽນຄຳຄິດເຫັນກ່ຽວກັບວຽກງານຄວາມປອດໄພທາງຫລວງ ເພື່ອຮ່ວມກັນຫາວິທີທາງແກ້ໄຂ, ປັບປຸງກົນໄກເຮັດວຽກ, ກົນໄກການປະສານງານ ເພື່ອປ້ອງກັນ ແລະ ຫລຸດຜ່ອນອຸບັດເຫດທາງຫລວງ.

ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານກ່ຽວກັບຄວາມຈຳເປັນຮີບດ່ວນຂອງການເພີ່ມທະວີວຽກງານປອດໄພທາງຫຼວງໃນເງື່ອນໄຂໃໝ່; ການກວດກາການບັງຄັບໃຊ້ກົດໝາຍ ແລະລະບຽບການກ່ຽວກັບການຈະລາຈອນທາງບົກ, ສະຖິຕິການເກີດອຸບັດເຫດທາງຫຼວງ; ທົບທວນຄືນຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫຼວງ ໄລຍະປີ 2021-2030 ແລະແຜນດຳເນີນງານ ໄລຍະປີ 2021-2025 ພ້ອມທັງແຜນການຈັດຕັ້ງວຽກງານຄວາມປອດໄພທາງຫລວງໃນເງື່ອນໄຂໃໝ່. ນອກຈາກນີ້, ໃນກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບທິດທາງແຜນການໃນຕໍ່ໜ້າທີ່ແຕ່ລະຂະແໜງການຈະໄດ້ປະຕິບັດ ແລະ ມີສ່ວນຮ່ວມໃນການເຄື່ອນໄຫວວຽກງານເພື່ອໃຫ້ບັນລຸເປົ້າໝາຍຂອງຍຸດທະສາດ ຫຼຸດອັດຕາການເສຍຊີວິດ ແລະການບາດເຈັບສາຫັດລົງ ໃຫ້ໄດ້ 50% ໃນປີ 2030; ພ້ອມທັງຫາລືກ່ຽວກັບການບັງຄັບໃຊ້ກົດໝາຍ ແລະ ລະບຽບການ ກ່ຽວກັບການຈະລາຈອນທາງບົກ ເປັນຕົ້ນ ກວດກາຄວາມໄວຂອງການແລ່ນລົດ, ກວດກາທາດເຫລົ້າຂອງຜູ້ຂັບຂີ່ ແລະມາດຕະການປັບໄໝຕ່າງໆ ຕໍ່ຜູ້ຂັບຂີ່, ການຊ່ວຍເຫຼືອສຸກເສີນພາຍຫລັງທີ່ມີການເກີດອຸບັດເຫດ ແລະ ມີຜູ້ໄດ້ຮັບບາດເຈັບ,ອຸປະກອນຮັບໃຊ້ສຳລັບການປະຖົມພະຍາບານເບື້ອງຕົ້ນ ໃນແຕ່ລະແຂວງ, ງົບປະມານທີ່ນໍາມາຈັດຕັ້ງປະຕິບັດວຽກງານຄວາມປອດໄພທາງຫລວງທັງນີ້ກໍເພື່ອຮັບປະກັນໃຫ້ວຽກງານຄວາມປອດໄພທາງຫລວງໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນສູງຂຶ້ນກວ່າເກົ່າ.
ທີ່ມາ: ຂປລ. ຂ່າວ-ພາບ: ທູນທອງໃຈ