ທະນາຄານແຫ່ງ ສປປ ລາວ ຈະຈຳໜ່າຍພັນທະນາບັດງວດທີ 2 ມູນຄ່າ 2.000 ຕື້ກີບ

ໃນວັນທີ 8 ພຶດສະພາ 2023 ຫ້ອງການ ທະນາຄານແຫ່ງ ສປປ ລາວ ອອກແຈ້ງການເລື່ອງຈະອອກຈຳໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ (ທຫລ) ສະກຸນເງິນກີບ ງວດທີ 2 ຄັ້ງທີ 3 ໃຫ້ແກ່ມວນຊົນ ໃນວົງເງິນ ຈຳໜ່າຍທັງໝົດ 2.000.000.000.000 ກີບ (ສອງພັນຕື້ກີບ), ອັດຕາດອກເບ້ຍ 15% ຕໍ່ປີ, ມີອາຍຸຄົບກຳນົດ 6 ເດືອນ.

ສຳລັບມື້ເລີ່ມຈຳໜ່າຍພັນທະບັດ ທຫລ ຕົວຈິງ ແລະວິທີການຈຳໜ່າຍແມ່ນຈະແຈ້ງໃຫ້ຊາບໃນພາຍຫຼັງຕື່ມ.
ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງບັນດາທ່ານເພື່ອຊາບ ແລະກະກຽມຄວາມພ້ອມເພື່ອປະກອບສ່ວນໃນການຖືຄອງພັນທະບັດ ທຫລ ທີ່ຈະອອກຈຳໜ່າຍໃນໄວໆນີ້ດ້ວຍ.