ອາເຈ ບັງກາ ຊາວອາເມລິກາ ເຊື້ອສາຍອິນເດຍ ຮັບຕຳແໜ່ງປະທານທະນາຄານໂລກຄົນໃໝ່ ຕໍ່ຈາກທ່ານ ເດວິດ ມັລພາສ ທີ່ກຳລັງຈະລົງຈາກຕຳແໜ່ງໃນເດືອນໜ້າ

ຄະນະກຳມະການບໍລິຫານຂອງທະນາຄານໂລກໄດ້ລົງຄະແນນເລືອກທ່ານ ບັງກາ ເຊິ່ງເປັນຜູ້ທີ່ປະທານາທິບໍດີ ໂຈ ໄບເດັນ ຂອງອາເມລິກາເປັນຜູ້ຍືນສະເໜີຊື່ດ້ວຍຕົນເອງ ໃຫ້ເປັນປະທານທະນາຄານໂລກຄົນໃໝ່ ເຊິ່ງເຂົ້າຮັບຕຳແໜ່ງຕໍ່ຈາກທ່ານ ເດວິດ ມັລພາສ ທີ່ກຳລັງຈະລົງຈາກຕຳແໜ່ງໃນເດືອນໜ້າ.

ປະທານາທິບໍດີ ໂຈ ໄບເດັນ ກ່າວຍ້ອງຍໍປະທານທະນາຄານໂລກຄົນໃໝ່ເຊິ່ງຈະເປັນປະທານທະນາຄານໂລກຄົນທຳອິດທີ່ເປັນຄົນອາເມລິກາເຊື້ອສາຍອິນເດຍວ່າເປັນຜູ້ນຳແຫ່ງການປ່ຽນແປງ ແລະເຊື່ອວ່າ ທ່ານ ບັງກາ ຈະສາມາດນຳບັນຫາພາວະໂລກຮ້ອນເຂົ້າໄປລວມຢູ່ໃນຄວາມທ້າທາຍທີ່ທະນາຄານໂລກຕ້ອງປະເຊີນໃນການເຮັດວຽກຮ່ວມກັບບັນດາປະເທດທີ່ກຳລັງພັດທະນາໄດ້ຢ່າງດີ.

ທ່ານ ບັງກາ ອາຍຸ 63 ປີ ຖືເປັນຊາວອາເມລິກາເຊື້ອສາຍອິນເດຍຄົນທຳອິດທີ່ດຳລົງຕຳແໜ່ງນີ້ທ່ານຈະເລີ່ມດຳເນີນການດຳລົງຕຳແໜ່ງເປັນເວລາ 5 ປີໃນວັນທີ 2 ມິຖຸນານີ້, ທ່ານ ບັງກາ ເກີດໃນປະເທດອິນເດຍ ແຕ່ປັດຈຸບັນເປັນພົນລະເມືອງອາເມຣິກາ.

ອາເຈ ບັງກາ ໄດ້ເລີ່ມຕົ້ນອາຊີບໃນປະເທດອິນເດຍບ້ານເກີດຂອງທ່ານພໍ່ຂອງທ່ານເປັນນາຍທະຫານຂອງກອງທັບອິນເດຍ ແລະທ່ານເຄີຍເຮັດວຽກຢູ່ບໍລິສັດ Nestlé ແລະ Citigroup ກ່ອນທີ່ຈະມາຮ່ວມວຽກກັບບໍລິສັດ Mastercard ເຊິ່ງທ່ານເຮັດວຽກຢູ່ບ່ອນນັ້ນຫຼາຍກວ່າ 10 ປີ.

ປະທານາທິບໍດີ ໂຈ ໄບເດັນ ຍັງໄດ້ໃຫ້ເຫດຜົນໃນການສະເໜີຊື່ ບັງກາ ເປັນປະທານທະນາຄານໂລກຄົນໃໝ່ວ່າ “ລາວມີສາຍສຳພັນກັບພາກເອກະຊົນ ແລະຕະຫຼາດທີ່ເກີດໃຫມ່ເຊິ່ງນັ້ນຈະເປັນການເລີ່ມຕົ້ນການຍົກເຄື່ອງສະຖາບັນການໃຫ້ກູ້ລະດັບໂລກທີ່ມີອາຍຸ 77 ປີແຫ່ງນີ້ໃຫ້ດີຂຶ້ນ ແລະຫັນມາໃສ່ໃຈຕໍ່ການປ່ຽນແປງຂອງສະພາບອາກາດໂລກຂຶ້ນນຳ.”
ທີ່ມາຈາກ: Biznews