ເຊກອງຫວນຄືນມູນເຊື້ອວັນສ້າງຕັ້ງ ຊປປ ລາວ

  ພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ (ຊປປລ) ຄົບຮອບ 64 ປີ (14 ເມສາ 1955-14 ເມສາ 2019) ໄດ້ມີຂຶ້ນໃນຕອນເຊົ້າວັນທີ 3 ເມສານີ້ ຢູ່ທີ່ສະໂມສອນແຂວງເຊກອງໂດຍການເປັນປະທານຂອງສະຫາຍ ສີດາ ສຸວັນນະສາຍ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກ ງານອົງການຈັດຕັ້ງມະຫາຊົນ, ມີທ່ານ ສາກົນ ພອນປະເສີດ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງພ້ອມດ້ວຍຄະນະປະຈໍາຊາວໜຸ່ມ, ຄະນະບໍລິຫານງານຊາວໜຸ່ມ, ຄະນະຮາກຖານ, ເລຂາໜ່ວຍ ແລະສະມາຊິກຊາວໜຸ່ມເຂົ້າຮ່ວມຢ່າງພ້ອມພຽງ.

 ສະຫາຍ ສີດາ ສຸວັນນະສາຍ ໄດ້ເປັນກຽດເລົ່າຫວນຄືນມູນເຊື້ອທີ່ອົງອາດກ້າຫານຂອງຄະນະ ຊປປ ລາວ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງອົງການຈັດຕັ້ງຄະນະ ຊປປ ລາວ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ແລະມູນເຊື້ອການຕໍ່ສູ້ຢ່າງພິລະອາດຫານຂອງຊາວໜຸ່ມລາວແຕ່ ລະຮຸ່ນຊຶ່ງເລີ່ມແຕ່ປີ 1930-1955 ແລະດ້ວຍຄວາມເຊື້ອໝັ້ນໃນກໍາລັງແຮງ, ຄວາມສາມາດ ແລະນໍ້າໃຈອົງອາດກ້າຫານຂອງຊາວໜຸ່ມລາວບັນດາເຜົ່າໃນພາລະກິດຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານນັ້ນ, ພັກໄດ້ຖືເອົາວຽກງານຂົນຂວາຍ, ຈັດຕັ້ງ ແລະນໍາພາວຽກງານຊາວໜຸ່ມເປັນວຽກງານໜຶ່ງທີ່ສໍາຄັນຂອງພັກໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ພັກໄດ້ຕົກລົງສ້າງຕັ້ງການຈັດຕັ້ງຊາວໜຸ່ມຕະລຸມບອນຂຶ້ນໃນຖັນແຖວກໍາລັງປະກອບອາວຸດຂຶ້ນໃນວັນທີ 14 ເມສາ 1955 ຊຶ່ງອົງການດັ່ງກ່າວນີ້ໄດ້ກາຍເປັນໃຈກາງເຕົ້າໂຮມ ແລະສຶກສາອົບຮົມຊາວໜຸ່ມດ້ວຍມານະຈິດທີ່ວ່າ: “ຍອມຕາຍດີກວ່າຍອມເສຍເອກະລາດ, ເດັດຂາດບໍ່ໃຫ້ປະເທດຊາດຖືກຕັດແບ່ງ ແລະຄວາມປອງດອງຊາດຖືກທໍາລາຍນອກນີ້ຍັງໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງຊາວໜຸ່ມນັບແຕ່ປີ 1955 ເຖິງປະຈຸບັນ.

  ໃນວັນດຽວກັນຄະນະໜ່ວຍຊາວໝຸ່ມຮາກຖານພະແນກສາທາລະນະສຸກແຂວງເຊກອງໄດ້ຈັດຕັ້ງພິທີຫວນຄືນມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 64 ປີ 2019) ຂຶ້ນທີ່ຫ້ອງປະຊຸມຂອງຕົນໂດຍການເຂົ້າຮ່ວມຂອງທ່ານ ດຣ. ບົວໄລ ເກດຈັນ ຄະນະພັກຮາກຖານພະແນກສາທາລະ ນະສຸກແຂວງ, ພ້ອມນີ້ ກໍມີທ່ານ ດຣ. ແປງ ປະທຸມທອງ ເລຂາໜ່ວຍຊາວໝຸ່ມພະແນກສາທາລະນະສຸກແຂວງ ແລະມາຊິກຊາວໝຸ່ມເຂົ້າຮ່ວມຮັບຟັງ.

ໂດຍ: ພຸດທະສອນ