ນັກທຸລະກິດ ແຂວງຫຼວງນຳທາ ຈົກທຶນ 13 ຕື້ກວ່າກີບ ສ້າງໂຮງຮຽນອານຸບານປະຖົມ ແລະມັດທະຍົມ ເຊິນຈືເຕີ

 
ຍ້ອນເຫັນຄວາມສຳຄັນໃນການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນະພາບໄດ້ມາດຖານຕາມສັງຄົມຍຸກໃໝ່ມີຄວາມທັນສະໄໝບໍລິສັດເຊີນຈືເຕີພັດທະນາ ແລະ ບໍລິການຈຳກັດ ວັນທີ 30 ເມສາ 2023 ນີ້ຢູ່ທີ່ບ້ານນໍ້າແກ້ວຫຼວງ ເມືອງສີງ ແຂວງຫຼວງນໍ້າທາ ໄດ້ເປີດການກໍ່ສ້າງໂຮງຮຽນລາວ-ຈີນ ເຊີນຈືເຕີ ຂອງບໍລິສັດເຊີນຈືເຕີພັດທະນາ ແລະ ບໍລິການຈໍາກັດໂດຍການເຂົ້າຮ່ວມຂອງທ່ານ ປະລິນຍາເອກ ຈັນພິພັກ ກອງຈໍາປາກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆສີງມີທ່ານ ວົງມະນີ ເພື່ອປະຊາ ກໍາມະການພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທືນແຂວງຫຼວງນໍ້າທາ,ທ່ານ ບຸນໂຮມ ຈິດດາລາ ກຳມະການພັກແຂວງຫົວໜ້າພະແນກສືກສາທິການ ແລະກິລາແຂວງຫຼວງນຳ້ທາ, ທ່ານຄໍາເຫຼັກ ເຊີນຈືເຕີ ປະທານບໍລິສັດເຊີນຈືເຕີພັດທະນາ ແລະບໍລິການຈໍາກັດ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ,ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ,ເລຂາຄະນະພັກຮາກຖານກຸ່ມບ້ານ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາເຫຼັກ ເຊີນຈືເຕີ ປະທານບໍລິສັດເຊີນຈືເຕີພັດທະນາ ແລະບໍລິການຈໍາກັດໄດ້ລາຍງານກ່ຽວກັບໂຄງການກໍ່ສ້າງໂຮງຮຽນອານຸບານ,ປະຖົມ ແລະມັດທະຍົມລາວ-ຈີນ ເຊີນຈືເຕີ ເມືອງສິງ ເຊີ່ງມີຫຼັກສູດການຮຽນການສອນ 3ພາສາຄື:ພາສາລາວ,ພາສາຈີນ ແລະ ພາສາອັງກິດ,ມີເນື້ອທີ່ທັງໝົດ3 ເຮັກຕາກ່ວາ ການກໍ່ສ້າງໂຮງຮຽນແມ່ນຈະໄດ້ແບ່ງອອກເປັນ 2ໄລຍະ, ໄລຍະທີ 1 ແມ່ນກໍ່ສ້າງໂຮງຮຽນລ້ຽງເດັກ-ອານຸບານ1 ຫຼັງ6 ຫ້ອງ, ໂຮງຮຽນປະຖົມ10 ຫ້ອງ,ຫໍພັກຄູອາຈານ 6 ຫ້ອງ,ໂຮງອາຫານ1 ຫຼັງ, ສະຖານທີ່ຫຼີ້ນຂອງເດັກ 1 ຫຼັງ, ເດີນບານເຕະຟຸດສໍ 1 ເດີນ,ເດີນບານບ້ວງ 2 ເດີນໄລຍະທີ 2 ທາງບໍລິສັດຈະກໍ່ສ້າງເພີ່ມຕື່ມໂຮງຮຽນລ້ຽງເດັກ-ອານຸບານ4 ຫ້ອງ, ໂຮງຮຽນປະຖົມ 5 ຫ້ອງ, ໂຮງຮຽນມັດທະຍົມ 10 ຫ້ອງ, ຫ້ອງພີມເຕີ 6 ຫ້ອງ, ຫໍສະໝຸດ 1 ຫ້ອງ, ຫໍພັກຄູອາຈານ 10 ຫ້ອງ, ຫ້ອງພັກນັກຮຽນ10 ຫ້ອງ, ໂຮງອາຫານ 1 ຫຼັງ, ສະຖານທີ່ຫຼີ້ນຂອງເດັກ 1 ຫຼັງ, ໃຊ້ທືນການກໍ່ສ້າງທັງໝົດ 13.123.500.000 ກີບ ໄລຍະການກໍ່ສ້າງແມ່ນ 16 ເດືອນໃຫ້ສໍາເລັດ, ຈະຄາດວ່າຈະເປີດໃຊ້ບໍລິການໃນເດືອນກັນຍາ 2024.

ໂອກາດນີ້ປະທານຄະນະປະທານພິທີ ,ປະທານບໍລິສັດ ແລະແຂກທຸກພາກສ່ວນໄດ້ພ້ອມກັນຕັດແຖບຜ້າເປີດການກໍ່ສ້າງໂຮງຮຽນອະນຸບານປະຖົມ ແລະ ມັດທະຍົມລາວ-ຈີນ ເຊີນຈືເຕີ ນີ້ກໍ່ເພື່ອເປັນການສົ່ງເສີມການຮຽນ-ການສອນທີ່ມີມາດຕະຖານລະດັບສາກົນ ແລະມີຫຼາຍພາສາໃຫ້ລູກຫຼານຊາວເມືອງສີງໄດ້ຮຽນຮູ້ເພື່ອສະດວກໃນການສື່ສານກັບສາກົນ ແລະນໍາໃຊ້ເຂົ້າໃນການແລກປ່ຽນສີນຄ້າຕ່າງໆໃຫ້ໄດ້ຮັບຜົນດີຂື້ນໄປເລື້ອຍໆ.