ກະຊວງກະສິກຳ ແລະ ປ່າໄມ້ ຈະສູ້ຊົນຜະລິດເຂົ້າລວມໃຫ້ໄດ້ 3,8 ລ້ານກວ່າໂຕນ ເພື່ອຮັບປະກັນການບໍລິໂພກພາຍ ແລະ ສົ່ງອອກ ປີ 2023

ກະຊວງກະສິກຳ ແລະ ປ່າໄມ້ ກໍຄື ກົມປູກຝັງ ວາງຄາດໝາຍໃນປີ 2023 ໃນທົ່ວປະເທດ ໃຫ້ສາມາດຜະລິດເຂົ້າຕາມລະດູການ ໃຫ້ໄດ້ 3.810.000 ໂຕນ, (ເຂົ້ານາແຊງ, ເຂົ້ານາປີ, ເຂົ້າໄຮ່) ເພື່ອສາມາດຮັບປະກັນໄດ້ ການບໍລິໂພກພາຍໃນ ແລະ ເປັນສິນຄ້າສົ່ງອອກ, ໃນຂະນະທີ່ ປີ 2022 ສາມາດຜະລິດເຂົ້າໄດ້ປະມານ 3.781.580 ໂຕນ, ແຜນການທີ່ວາງໄວ້ 3.701.300 ໂຕນ (ລື່ນແຜນການ), ຢ່າງໃດກໍຕາມ ປັດຈຸບັນແມ່ນກຳລັງຢູ່ໃນໄລຍະການຜະລິດເຂົ້ານາແຊງ ຊຶ່ງງໄດ້ວາງຄາດໝາຍຜະລິດເຂົ້ານາແຊງ ໃຫ້ໄດ້ 441.850 ໂຕນ, ຄຽງຄູ່ການຜະລິດດັ່ງກ່າວ, ທາງລັດຖະບານ ໄດ້ມີຫຼາຍໆນະໂຍບາຍທີ່ສໍາຄັນ ເພື່ອຊຸກຍູ້, ສົ່ງເສີມ ແລະ ຕິດຕາມ, ກວດກາແຕ່ລະພາກສ່ວນ ທີ່ກ່ຽວຂ້ອງ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ.

ໂອກາດນີ້ ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ໃນວັນທີ 3 ພຶດສະພາ ຜ່ານມານີ້ວ່າ: ໃນປີ 2023 ກະຊວງກະສິກຳ ແລະ ປ່າໄມ້ ຈະສູ້ຊົນຜະລິດເຂົ້າເປືອກລວມ ໃຫ້ໄດ້ 3.810.000 ໂຕນ. ໃນນັ້ນ, ເຂົ້ານາປີ 3.189.950 ໂຕນ, ເຂົ້ານາ ແຊງ 441.850 ໂຕນ ແລະ ເຂົ້າໄຮ່ 178.200 ໂຕນ ໂດຍສຸມໃສ່ 10 ແຂວງ ທີ່ເປັນເປົ້າໝາຍ ໂດຍສະເພາະ ແມ່ນ ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ແຂວງຈຳປາສັກ ແມ່ນເລັ່ງໃສ່ຜະລິດ ເພື່ອຄໍ້າປະກັນ ໃຫ້ແກ່ບັນດາແຂວງພາກກາງ ແລະ ພາກໃຕ້ ແລະ ເປັນສິນຄ້າສົ່ງອອກ. ສຳລັບ ແຂວງໄຊຍະບູລີ, ຫລວງນໍ້າທາ ແລະ ແຂວງບໍ່ແກ້ວ ແມ່ນເລັ່ງໃສ່ ຜະລິດເຂົ້າ ເພື່ອສະໜອງໃຫ້ແກ່ ບັນດາແຂວງພາກເໜືອ, ສ່ວນນະຄອນຫລວງວຽງຈັນ, ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ ແມ່ນເລັ່ງໃສ່ຜະລິດ ເພື່ອສະໜອງໃຫ້ແກ່ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງພາກເໜືອຈຳນວນໜຶ່ງ ລວມທັງເປັນສິນຄ້າສົ່ງອອກ.

ສຳລັບ ແຜນການການຜະລິດພືດສະບຽງອາຫານ ແລະ ຜະລິດພືດສິນຄ້າ ເພື່ອບໍລິໂພກພາຍໃນ, ປ້ອນໂຮງງານອຸດສະຫະກຳປຸງແຕ່ງ ແລະ ສົ່ງອອກຕ່າງປະເທດ ໃນລະດູແລ້ງປີນີ້, ແມ່ນໄດ້ວາງແຜນການເນື້ອທີ່ປູກ ທັງໝົດ 158.280 ເຮັກຕາ ແລະ ຄາດຄະເນຜົນຜະລິດ 1.251.000 ໂຕນ, ຜ່ານການຕິດຕາມການຈັດຕັ້ງປະຕິບັດຂອງກະສິກອນໃນຂອບເຂດທົ່ວປະເທດ, ມາຮອດປັດຈຸບັນ ສາມມາດປູກໄດ້ປະມານ 105.991 ເຮັກຕາ. ໃນນັ້ນ, ພືດສິນຄ້າ 45.382 ເຮັກຕາ ແລະ ພືດສະບຽງປະຕິບັດໄດ້ 60.609 ເຮັກຕາ.

ທີ່ມາ: ຂປລ. ຂ່າວ-ພາບ: ທະນູທອງ