ບໍ່ຄຳ-ທອງ ເຊໂປນ ມອບອາກອນກຳໄລໃຫ້ລັດຖະບານລາວ 14.682.267,86 ໂດລາ.

ເມື່ອບໍ່ດົນມານີ້, ບໍລິສັດ ຊືເຟິງ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງ ເຊໂປນ ນຳໂດຍ ທ່ານ ໂບ ກາວ ປະທານ (ລຊມລ) ພ້ອມຄະນະໄດ້ມອບອາກອນກຳໄລຈຳນວນ 14.682.267,86 ໂດລາ. ຈາກການຂາຍຜົນຜະລິດຄຳ ແລະທອງໃນສົກປີ 2022. ກ່າວຮັບໂດຍ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນກະຊວງການເງິນພ້ອມດ້ວຍພະນັກງານສອງຝ່າຍເຂົ້າຮ່ວມນອກຈາກອາກອນກຳໄລດັ່ງກ່າວແລ້ວທາງບໍລິສັດກໍຍັງໄດ້ຈ່າຍຄ່າພາສີຊັບພະຍາກອນແຮ່ທາດ, ຄ່າສໍາປະທານ, ເງິນປັນຜົນ ແລະ ພັນທະທາງດ້ານການເງິນອື່ນໆທີ່ກ່ຽວຂ້ອງ ຊຶ່ງເມື່ອລວມເຂົ້າກັນແລ້ວ ລັດຖະບານແມ່ນໄດ້ລາຍຮັບ ລວມຍອດທັງໝົດໃນສົກປີ 2022 ເປັນ 50 ລ້ານໂດລາ ຈາກ ລຊມລ. ການປະກອບສ່ວນເຫຼົ່ານີ້ຈະສືບຕໍ່ສະໜັບສະໜູນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.

ໂອກາດນີ້ທ່ານ ໂບ ກາວ ປະທານ (ລຊມລ) ໄດ້ກ່າວວ່າ: ພວກເຮົາມີຄວາມພາກພູມໃຈທີ່ໄດ້ປະກອບສ່ວນທາງດ້ານການເງິນໃຫ້ແກ່ລັດຖະບານໃນເວລາທີ່ຫຼາຍພາກສ່ວນໃນທົ່ວໂລກພົບພໍ້ກັບຄວາມຫຍຸ້ງຍາກທາງດ້ານການເງິນ. ສຳລັບການດຳເນີນງານຂອງໂຄງການບໍ່ຄຳ-ທອງເຊໂປນ ໃນປີ 2022 ຊຶ່ງສາມາດຜະລິດຄຳໄດ້ ກວ່າ 6,7 ໂຕນ ແລະ ທອງ 6.600 ໂຕນ. ໃນປີດຽວກັນນີ້, ລຊມລ ໄດ້ເປີດບໍ່ແຮ່ໃຕ້ດິນ ທີ່ທັນສະໄໝແຫ່ງທຳອິດຂອງ ສປປ ລາວ ຢູ່ບໍ່ຄຳ-ທອງ ເຊໂປນ ອັນໄດ້ເປັນແບບຢ່າງ ແລະບັນທັດຖານໃຫ້ແກ່ໂຄງການບໍ່ແຮ່ອື່ນໆ ກໍຄື ການຂະຫຍາຍອາຍຸການບໍ່ແຮ່ຄຳ-ທອງ ເຊໂປນ ໄປເຖິງປີ 2033. ນັບແຕ່ປີ 2016 ເປັນຕົ້ນມາ, ລຊມລ ໄດ້ເປັນບໍລິສັດບໍ່ແຮ່ໜຶ່ງດຽວຢູ່ໃນ ສປປ ລາວ ທີ່ໄດ້ຮັບກຽດຕິສັກໃນຂັ້ນ A+ ທີ່ເປັນລະດັບສູງສຸດຈາກ ກະຊວງພະລັງງານ ແລະບໍ່ແຮ່ໂດຍການເປັນແບບຢ່າງທີ່ນຳໜ້າໃຫ້ແກ່ໂຄງການອື່ນໆ.

ຕັ້ງແຕ່ດຳເນີນການຂຸດຄົ້ນ-ຜະລິດຄຳ-ທອງໃນປີ 2003, ລຊມລ ໄດ້ປະກອບສ່ວນລາຍຮັບໂດຍກົງຫຼາຍກວ່າ 1,7 ຕື້ໂດລາ ໃຫ້ແກ່ ສປປ ລາວ ໂດຍຜ່ານການຈ່າຍພາສີ-ອາກອນ, ຄ່າພາສີຊັບພະຍາກອນແຮ່ທາດ ແລະ ເງິນປັນຜົນ. ນອກຈາກນັ້ນ ຍັງໄດ້ສ້າງຜົນປະໂຫຍດທາງອ້ອມຫຼາຍຮ້ອຍລ້ານໂດລາ ດ້ວຍການສ້າງວຽກເຮັດງານທຳ, ຜ່ານການຝຶກອົບຮົມຕ່າງໆ, ການພັດທະນາຊຸມຊົນ ແລະການຈ່າຍເງິນໃຫ້ແກ່ ຄູ່ຮ່ວມທຸລະກິດ ແລະ ຜູ້ສະໜອງທ້ອງຖິ່ນ. ລຊມລ ໄດ້ລົງທຶນປະມານ 50 ລ້ານໂດລາ ໃສ່ການພັດທະນາໂຄງລ່າງພື້ນຖານແຫ່ງຊາດ ແລະທ້ອງຖິ່ນ, 56 ລ້ານໂດລາ ໃສ່ການເກັບກູ້ລະເບີດບໍ່ທັນແຕກ ແລະຫຼາຍລ້ານໂດລາເຂົ້າໃນການອະນຸລັກ ມໍລະດົກທາງດ້ານວັດທະນະທຳ ແລະແຜນງານອື່ນໆ.
ທີ່ມາ: ບໍ່ຄຳ-ທອງເຊໂປນ