ໃນປີ 2023 ລັດຈະຊຸກຍູ້ສົ່ງເສີມການຜະລິດພືດສະບຽງອາຫານຫຼຸດຜ່ອນນຳເຂົ້າ

ໃນປີ 2023ນີ້, ກະຊວງກະສິກຳ ແລະປ່າໄມ້ກໍຄືກົມປູກຝັງຈະສຸມໃສ່ຊຸກຍູ້ສົ່ງເສີມການຜະລິດພືດສະບຽງອາຫານທີ່ມີທ່າແຮງເພື່ອຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດໂດຍຈະສູ້ຊົນເຮັດໃຫ້ເນື້ອທີ່ການຜະລິດພືດດັ່ງກ່າວບັນລຸໄດ້ 304.690 ເຮັກຕາ,ຜົນຜະລິດໃຫ້ໄດ້ 3.293.070 ໂຕນ;ໃນນັ້ນສາລີຫວານໃຫ້ໄດ້ 29.420 ເຮັກຕາ,ຜົນຜະລິດໃຫ້ໄດ້ 177.700 ໂຕນ; ພືດຜັກໃຫ້ໄດ້ 179.600 ເຮັກຕາ, ຜົນຜະລິດໃຫ້ໄດ້ 1.536.200ໂຕນ; ເຜືອກມັນໃຫ້ໄດ້ 17.230 ເຮັກຕາ, ຜົນຜະລິດ ໃຫ້ໄດ້ 235.450 ໂຕນ ແລະໝາກໄມ້ ໃຫ້ໄດ້ 78.440 ເຮັກຕາ, ຜົນຜະລິດ 1.343.720 ໂຕນ.

ໂອກາດນີ້ ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງກະຊວງກະສິກຳ ແລະປ່າໄມ້ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວໃນວັນທີ 3 ພຶດສະພາ 2023 ນີ້ວ່າ: ເພື່ອໃຫ້ສາມາດຮັບປະກັນໄດ້ ການບໍລິໂພກພາຍໃນ ແລະ ເປັນສິນຄ້າ ສົ່ງອອກຈຳນວນໜຶ່ງ, ກົມປູກຝັງຈະເອົາໃຈໃສ່ຊຸກຍູ້ການຜະລິດເປັນສິນຄ້າດ້ານການປູກຝັງ ໃຫ້ໄດ້ທັງໝົດ 537.040 ເຮັກຕາ, ຜົນປະລິດໃຫ້ໄດ້ 6.718.930 ໂຕນ, ໃນນັ້ນ ສາລີແຂງ ໃຫ້ໄດ້ 140.090 ເຮັກຕາ, ຜົນຜະລິດ 653.800 ໂຕນ, ກາເຟໃຫ້ໄດ້ 96.300 ເຮັກຕາ, ຜົນຜະລິດ 176.000 ໂຕນ, ມັນຕົ້ນໃຫ້ໄດ້ 124.500 ເຮັກຕາ, ຜົນຜະລິດ 4.046.500 ໂຕນ, ອ້ອຍ 29.440 ເຮັກຕາ, ຜົນຜະລິດ 1.456.000 ໂຕນ, ຊາຕົ້ມນໍ້າ ໃຫ້ໄດ້ 7.810 ເຮັກຕາ, ຜົນຜະລິດໃຫ້ໄດ້ 18.500 ໂຕນ; ໝາກເດືອຍ ໃຫ້ໄດ້ 58.500 ເຮັກຕາ, ຜົນຜະລິດໃຫ້ໄດ້206.000 ໂຕນ ແລະ ພືດອື່ນໆຕາມທ່າແຮງຂອງແຕ່ລະແຂວງ ແລະຕະຫຼາດ.

ສຳລັບດ້ານການການສົ່ງອອກ ແລະເຈລະຈາເຕັກນິກເປີດຕະຫຼາດກະຊວງກະສິກຳຈະສູ້ຊົນເຮັດໃຫ້ມູນຄ່າການສົ່ງອອກຜະລິດຕະພັນດ້ານການປູກຝັງໃຫ້ໄດ້ 1.100 ລ້ານໂດລາສະຫະລັດ ໂດຍການກໍານົດໂຄງປະກອບການຜະລິດໃນດ້ານການປູກຝັງເປັນຕົ້ນແມ່ນບັນດາລາຍການສິນຄ້າທີ່ໄດ້ເຊັນສັນຍາກັບປະເທດຄູ່ຄ້າເພື່ອສົ່ງອອກແລ້ວ, ພ້ອມທັງຮັບປະກັນມີສິນຄ້າກະສິກຳ ທີ່ສະອາດ, ປອດໄພ ຈໍລະຈອນພາຍໃນ ແລະມີສ່ວນສົ່ງອອກຕ່າງປະເທດໂດຍແຕ່ລະແຂວງມີໂຄງປະກອບການຜະລິດກະ ສິກຳຕາມສະພາບທ່າແຮງຂອງທ້ອງຖິ່ນ, ມີການກໍານົດຈຸດສຸມເຂດຜະລິດສະເພາະຢ່າງຈະແຈ້ງ.

ທ່ານ ບຸນຈັນ ກົມບຸນຍະສິດ ກ່າວອີກວ່າ: ເພື່ອໃຫ້ບັນລຸຄາໝາຍທີ່ວາງໄວ້, ຕ້ອງໄດ້ມີແຜນການ ແລະມາດຕະການດຸ່ນດ່ຽງການຜະລິດ ແລະການບໍລິໂພກ, ມີການຈັດຕັ້ງການຜະລິດ ເປັນກຸ່ມສະຫະກອນ, ເປັນຟາມ ແບບຫົວໜ່ວຍ SMEs; ມີນະໂຍບາຍສົ່ງເສີມການຜະລິດ, ການປຸງແຕ່ງ, ຍົກມູນຄ່າ ແລະຄຸນນະພາບຂອງຜະລິດຕະພັນ, ການເຂົ້າເຖິງສິນເຊື່ອ ແລະຕະຫຼາດ, ການຂົນສົ່ງຈໍລະຈອນພ້ອມທັງມີມາດຕະການຊ່ວຍໜູນເພື່ອຫຼຸດຜ່ອນຜົນກະທົບຈາກໄພພິບັດ. ພ້ອມກັນນັ້ນ, ກໍມີແຜນການ ແລະມາດຕະການ ຄຸ້ມຄອງພັດທະນາທີ່ດິນກະສິກໍາ, ການພັດທະນາຊົນລະກະເສດ, ມີການຄົ້ນຄວ້າທົດລອງທາງວິທະຍາສາດດ້ານກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດ. ພ້ອມທັງມີກົນໄກປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຢ່າງໜັກແໜ້ນ.
ທີ່ມາ: ຂປລ. ຂ່າວ-ພາບ, ທະນູທອງ