ສວນຊຽງຄວນ ມີຄວາມພ້ອມຮັບນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດໄລຍະປີໃໝ່ລາວ

ໃນໂອກາດສົ່ງທ້າຍປີເກົ່າ ພສ 2565 ແລະ ຕ້ອນຮັບປີໃໝ່ລາວ ພສ 2566 ທີ່ໃກ້ຈະມາເຖິງນີ້, ສວນວັດທະນະທໍາຊຽງຄວນແມ່ນມີຄວາມພ້ອມຕ້ອນຮັບບັນດານັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດທີ່ມີແຜນທ່ອງທ່ຽວໂດຍຈະມີຫລາຍກິດຈະກຳທີ່ຕິດພັນກັບການຮັກສາມູນເຊື້ອວັດທະນະນຳທຳ ແລະຮີດຄອງປະເພນີອັນດີງາມ ຂອງຊາດໃຫ້ມີຄວາມຍີນຍົງ.

ທ່ານ ນາງ ສ້ອນສຸດາ ອິນເມືອງໄຊ ປະທານບໍລິສັດ ສວນວັດທະນະທໍາຊຽງຄວນ ຈໍາກັດຜູ້ດຽວໄດ້ໃຫ້ສໍາພາດວ່າ: ໃນໂອກາດສົ່ງທ້າຍປີເກົ່າ ແລະຕ້ອນຮັບປີໃໝ່ທີ່ຈະມາເຖິງນີ້, ສະຖານທີ່ທ່ອງທ່ຽວສວນຊຽງຄວນຈະຈັດໃຫ້ມີຫລາຍກິດຈະກໍາເປັນຕົ້ນຢູ່ຕາມຈຸດເຂົ້າ-ອອກ ຈະກະກຽມນໍ້າອົບ-ນໍ້າຫອມໄວ້ແຈກຢາຍໃຫ້ແຂກ (ບໍ່ເສຍຄ່າ), ມີພວງມາໄລ, ໝາກເບັງ, ດອກໄມ້, ທູບທຽນເພື່ອກຽມໄຫວ້ພະພຸດທະຮູບ ແລະກ່ອນຈະເຖິງມື້ບຸນປີໃໝ່ສະຫະພັນແມ່ຍິງນະຄອນຫລວງວຽງຈັນຈະຈັດງານສະເຫລີມສະຫລອງວັນແມ່ຍິງສາກົນຢ້ອນຫລັງ ແລະສະເຫລີມສະຫລອງວັນສົ່ງທ້າຍປີເກົ່າ ແລະຕ້ອນຮັບປີໃໝ່ຢູ່ທີ່ສວນຊຽງຄວນແຫ່ງນີ້. ດັ່ງນັ້ນ, ຈຶ່ງຝາກເຖິງບັນດານັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ຫລືນິຕິບຸກຄົນທີ່ມີຈຸກປະສົງຢາກໄປທ່ອງທ່ຽວເມືອງຫາດຊາຍຟອງ, ສະຖານທີ່ສວນຊຽງຄວນແມ່ນຍິນດີຕ້ອນຮັບທຸກໆທ່ານ ເຊິ່ງສະຖານທີ່ແຫ່ງນີ້ ເປັນແຫລ່ງທ່ອງທ່ຽວທາງດ້ານມໍລະ ດົກວັດທະນະທໍາ, ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນແຫ່ງທໍາອິດ ຂອງນະຄອນຫລວງວຽງຈັນ, ມາເຖິງປັດຈຸບັນ ແຂກຕ່າງປະເທດກຳລັງຫລັງໄຫລເຂົ້າໄປທ່ຽວຊົມເປັນຈໍານວນຫລາຍ ໂດຍສະເພາະແຂກຈີນ, ເກົາຫລີ, ຫວຽດນາມ ແລະຝຣັ່ງ.

ທ່ານ ນາງ ສ້ອນສຸດາ ອິນເມືອງໄຊ ຍັງກ່າວອີກວ່າ: ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າປີໃໝ່ລາວທີ່ຈະມາເຖິງນີ້, ບັນດາແຂກທັງພາຍໃນ ແລະຕ່າງປະເທດຈະເຂົ້າໄປທ່ຽວຊົມສວນຊຽງຄວນເປັນຈໍານວນຫລາຍເພາະສະຖານທີ່ແຫ່ງນີ້ມີຮູບປັ້ນຫລໍ່, ມີພະພຸດທະຮູບ, ມີວັດທະນະທໍາເກົ່າແກ່ເປັນຈໍານວນຫລາຍເພື່ອໃຫ້ບັນດາແຂກໄດ້ທ່ຽວຊົມ, ຫົດສົ່ງຕາມຮີດຄອງປະເພນີຂອງການຫລິ້ນບຸນປີໃໝ່ລາວ.