ບໍລິສັດ ພູເບ້ຍ ມາຍນິງ ຈັດວັນແຫ່ງຄວາມປອດໄພເທິງຖະໜົນຢູ່ໂຮງຮຽນໃນແຂວງໄຊສົມບູນ  

 

ໃນຕົ້ນເດືອນມີນາ, ຕາງໜ້າບໍລິສັດ ພູເບ້ຍ ມາຍນິງ ໄດ້ຈັດວັນປູກຈິດສໍານຶກດ້ານຄວາມປອດໄພເທິງຖະໜົນໃຫ້ແກ່ເດັກນ້ອຍນັກຮຽນຢູ່ບ້ານ ນໍ້າໂມ້ ແລະ ບ້ານ ນໍ້າຍອນ ແຂວງໄຊສົມບູນ ຊຶ່ງຕັ້ງຢູ່ໃກ້ກັບໂຄງການຂຸດຄົ້ນ-ປຸງແຕ່ງ ທອງ-ຄໍາ ພູຄໍາຂອງບໍລິສັດ. ຈຸດປະສົງຂອງວັນດັ່ງກ່າວແມ່ນເພື່ອໃຫ້ຄວາມຮູ້ນັກຮຽນກ່ຽວກັບຄວາມສໍາຄັນຂອງການມີສະຕິລະວັງຕົວໃນເວລາຂ້າມທາງ, ແລະ ຂັບຂີ່ລົດຖີບ ແລະ ລົດຈັກ.

ວັນດັ່ງກ່າວໄດ້ຈັດຂຶ້ນຢູ່ໂຮງຮຽນມັດທະຍົມສົມບູນ ບ້ານ ນໍ້າໂມ້ ເປັນເວລາ 1 ມື້ ໂດຍມີບັນດານັກຮຽນແຕ່ ມໍ 1 ຫາ ມໍ 7 ແລະ ຄູອາຈານ ຈໍານວນ 90 ຄົນເຂົ້າຮ່ວມ. ຕາງໜ້າຈາກພະແນກສຶກສາ ແລະ ກິລາແຂວງໄຊສົມບູນ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພະແນກຕໍາຫຼວດຈະລາຈອນແຂວງ ແລະ ອໍານາດການປົກຄອງບ້ານ ກໍ່ໄດ້ເຂົ້າຮ່ວມ.

ວັນດັ່ງກ່າວ ເລີ້ມຕົ້ນດ້ວຍບົດສະເໜີໂດຍທີມງານພະແນກ ຂົນສົ່ງຂອງບໍລິສັດ ພູເບ້ຍ ມາຍນິງ ກ່ຽວກັບຄວາມປອດໄພເທິງຖະໜົນ, ຊຶ່ງສຸມໃສ່ຫົວຂໍ້ສໍາຄັນ ເຊັ່ນ: ‘ການໃຊ້ເສັ້ນທາງຮ່ວມກັບພາຫະນະອື່ນໆ’ ແລະ ‘ການລະບຸຄວາມອັນຕະລາຍ ແລະ ຄວາມອັນຕະລາຍທີ່ອາດຈະກະທົບຕໍ່ທ່ານ’. ພາຍຫຼັງຈົບບົດສະເໜີ, ທີມງານ ໄດ້ຈັດໃຫ້ຕອບຄໍາຖາມ ເພື່ອຮັບລາງວັນສໍາລັບຄໍາຕອບທີ່ຖືກຕ້ອງ. ໃນຕອນບ່າຍ, ນັກຮຽນໄດ້ເຂົ້າຮ່ວມການຝືກຫັດຈໍາລອງເຫດການຕົວຈິງ ດ້ວຍການປະຕິບັດຕາມລະບຽບຈະລາຈອນເຖິງຖະໜົນ ແລະ ລະບຸຈຸດບອດຂອງຄົນຂັບລົດ ແລະ ຄວາມອັນຕະລາຍທີ່ຕິດພັນກັບພາຫະນະຂະໜາດໃຫຍ່ໃນຂະນະທີ່ຍ່າງ ແລະ ຂ້າມທາງ ແລະ ຂີ່ລົດຖີບ.

ທ່ານ ດາລິງ ເຊັງ, ຜູ້ອໍານວຍໃຫຍ່ ແລະ ປະທານບໍລິຫານຂອງບໍລິສັດ ແພນອອສ໌ ໃຫ້ຮູ້ກ່ຽວກັບຄວາມເປັນເລີດດ້ານຄວາມປອດໄພໃນວຽກງານຂົນສົ່ງຂອງບໍລິສັດ. ທ່ານ ດາລິງ ເຊັງ ກ່າວວ່າ: “ຝ່າຍຂົນສົ່ງແຮ່ພະແນກຂົນສົ່ງຂອງພວກເຮົາ ແມ່ນໃຊ້ເສັ້ນທາງຫຼວງຮ່ວມກັບຜູ້ໃຊ້ຖະໜົນຄົນອື່ນໆ ແລະ ມີແຜນງານດ້ານຄວາມປອດໄພອັນເຂັ້ມແຂງ ທີ່ກະກຽມຄວາມພ້ອມໃຫ້ຄົນຂັບລົດຂອງພວກເຮົາບັນຊາລົດໃນສະພາບເສັ້ນທາງທີ່ຍາກ ແລະ ປັບປຸງພຶດຕິກໍາດ້ານຄວາມປອດໄພຂອງຄົນຂັບລົດແຕ່ລະຄົນ.

“ໃນປີ 2022, ພວກເຮົາ ໄດ້ເຜີຍແຜ່ວິທີປະຕິບັດດ້ານຄວາມປອໄພເທິງຖະໜົນ ແລະ ຂໍ້ຄວາມດ້ານຄວາມປອດໄພເພື່ອເຮັດໃຫ້ການບາດເຈັບເປັນສູນ ແກ່ບັນດາຊຸມຊົນເຈົ້າພາບຂອງພວກເຮົາ ຢູ່ແຂງກວ່າງ ບິນ ຫວຽດນາມ ແລະ ເມືອງທ່າພະບາດ ແຂວງບໍລິຄໍາໄຊ. ແຜນງານດ້ານຄວາມປອດໄພເທິງຖະໜົນທີ່ໄດ້ຈັດຂຶ້ນຢູ່ໂຮງຮຽນມັດທະຍົມສົມບູນ ບ້ານ ນໍ້າໂມ້ວ່າງບໍ່ດົນມານີ້ ຈະຊ່ວຍໃຫ້ນັກຮຽນມີຄວາມລະມັດລະວັງຫຼາຍຂຶ້ນໃນເວລາເດີນທາງໄປ-ກັບ ໂຮງຮຽນ ແລະ ນອກໂມງຮຽນ.”

ທ່ານ ຈັນເພັງ ບຸນນະຜົນ, ປະທານບໍລິສັດ ພູເບ້ຍ ມາຍນິງ ໃຫ້ຮູ້ຕື່ມອີກວ່າ “ວັນແຫ່ງຄວາມປອດໄພເທິງຖະໜົນຢູ່ໂຮງຮຽນຂອງບໍລິສັດ ພູເບ້ຍ ມາຍນິງ ແມ່ນສ່ວນໜຶ່ງຂອງການເຮັດວຽກເປັນປະຈໍາກັບຊຸມຊົນເຈົ້າພາບຂອງພວກເຮົາໃນການເຜີຍແຜ່ຂໍ້ຄວາມດ້ານຄວາມປອດໄພ. ໃນອະນາຄົດ, ພວກເຮົາ ວາງແຜນຈັດວັນແຫ່ງຄວາມປອດໄພເທິງຖະໜົນເພີ້ມຕື່ມ ໃຫ້ຊຸມຊົນເຈົ້າພາບໃນເຂດອື່ນໆທີ່ອາໃສຢູ່ຕາມເສັ້ນທາງຂົນສົ່ງແຮ່ຂອງພະແນກຂົນສົ່ງຂອງພວກເຮົາ.”