ງານມອບລາງວັນທຸລະກິດອາຊຽນດີເດັ່ນ 2022

 

ວັນທີ 29 ມີນາ 2023 ​ທີ່​ນະ​ຄອນຫຼວງວຽງ​ຈັນ ສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ພາຍໃຕ້ການສະໜັບສະໜູນໂດຍໂຄງການພັດທະນາອະຊີວະສຶກສາ (RECOTVET) ແລະໂຄງການ VELA ຂອງ ອົງການຮ່ວມມື ລາວ-ເຢຍລະມັນ (GIZ) ປະຈຳລາວ ໄດ້ຈັດງານ “ມອບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ແລະລາງວັນການພັດທະນາສີມືແຮງງານ ປະຈຳປີ 2022 ” (ASEAN Business Awards Laos and Skill Development 2022 )  ​ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ມະໄລທອງ ກົມມະສິດລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ, ທ່ານເອກອັກຄະລັດຖະທູດສະຫະພັນເຢຍລະມັນ ປະຈຳລາວ, ລວມເຖິງບັນດານັກທຸລະກິດທີ່ຊະນະເລີດໄດ້ຮັບລາງວັນ ແລະ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​​ເຂົ້າ​ຮ່ວມ.

ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ ກ່າວວ່າ: ການຈັດງານມອບລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ແລະລາງວັນພັດທະນາສີມືແຮງງານ ແມ່ນໄດ້ຈັດພິທີໃຫ້ແກ່ບັນດາຫົວໜ່ວຍທຸລະກິດທີ່ສະຫມັກຊິງລາງວັນຂອງປີ 2022 ທີ່ໄດ້ມີການເລື່ອນມາຈັດໃນປີ 2023 ໂດຍແມ່ນເພື່ອສ້າງຄວາມຮັບຮູ້ວິສາຫະກິດທີ່ມີຊື່ສຽງໃນລາວທີ່ມີຄວາມຄິດສ້າງສັນ, ສົ່ງເສີມ, ພັດທະນາສີມືແຮງງານ ແລະຕອບສະຫນອງຕໍ່ຄວາມຕ້ອງການຂອງຕະຫຼາດລາວ ໄດ້ເນັ້ນໃຫ້ເຫັນວ່າຜູ້ຊະນະເລີດໃນຄ່ຳຄືນນີ້ມີຄວາມພ້ອມທີ່ຈະແຂ່ງຂັນບໍ່ພຽງແຕ່ຢູ່ໃນປະເທດລາວເທົ່ານັ້ນແຕ່ລວມເຖິງໃນລະດັບພາກພື້ນອີກດ້ວຍ.

ນອກນີ້ຍັງເປັນການສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຫົວໜ່ວຍທຸລະກິດໃນແຕ່ລະຂະແໜງການ ແລະ ເພື່ອຍ້ອງຍໍຊົມເຊີຍຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າງານລາງວັນນີ້ແມ່ນຢູ່ພາຍໃຕ້ກອບວຽກລະດັບພາກພື້ນທີ່ເອີ້ນວ່າ ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ແລະ ການຈັດງານທຸລະກິດດີເດັ່ນ ອາຊຽນ  (ASEAN-BIS), ບັນດາວຽກງານເຫລົ່ານີ້ແມ່ນຈະຢູ່ພາຍໃຕ້ການຊີ້ນໍາ ແລະຈັດຕັ້ງປະຕິບັດໂດຍສະພາທີ່ປຶກສາທຸລະກິດອາຊຽນ (ASEAN Business Advisory Council).

ປະເພດຂອງລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງສປປ ລາວ ແລະລາງວັນພັດທະນາສີມືແຮງງານ ທີ່ກໍານົດໄວ້ແມ່ນສອດຄ່ອງກັບຄວາມຕ້ອງການຂອງລາງວັນທຸລະກິດອາຊຽນ 2022 ເຊິ່ງຈັດຂຶ້ນ ທີ່ປະເທດ ກຳປູເຈຍ ໃນທ້າຍປີ 2022 ທີ່ຜ່ານມານີ້, ໃນປີນີ້ ລາງວັນພັດທະນາສີມືແຮງງານ (Skill Development Award) ເຊິ່ງພາຍໃຕ້ການສະໜັບສະໜູນຂອງໂຄງການພັດທະນາອະຊີວະສຶກສາ ຫລື (RECOTVET) ແລະ ໂຄງການ VELA ຂອງ GIZ ປະຈຳລາວ ແມ່ນໄດ້ເລັງເຫັນຫລາຍຂະແໜງການ, ບຸກຄົນ ແລະ ສະຖາບັນຕ່າງໆກໍໄດ້ໃຫ້ຄວາມສຳຄັນ, ດັ່ງນັ້ນພວກເຮົາຈຶ່ງໄດ້ມີການເພີ່ມປະເພດຂອງລາງວັນດ່ັງກ່າວເປັນ 3 ປະເພດເຊັ່ນ: ປະເພດລາງວັນສະຖານປະກອບການດີເດັ່ນ, ລາງວັນປະເພດສະຖານອະຊີວະສຶກສາດີເດັ່ນ ແລະລາງວັນປະເພດຄູຝຶກ ຂອງສະຖານປະກອບການດີເດັ່ນ ເເຕ່ລະປະເພດພວກເຮົາຈະມອບໃຫ້ 5 ໂລ່ລາງວັນລວມເປັນ 15 ໂລ່ລາງວັນ ໃນນັ້ນ ຈຸດປະສົງຫລັກ ແມ່ນເພື່ອເປັນການຍົກບົດບາດ ການໃຫ້ຄວາມສຳຄັນຂອງ ການຝຶກອົບຮົມ, ສ້າງຝີມືໃຫ້ແຮງງານໃໝ່ ແລະເກົ່າ ໃຫ້ຕອບສະໜອງຄວາມຕອ້ງການຂອງຜູ້ປະກອບການຢ່າງແທ້ຈິງກາຍເປັນກຳລັງແຮງໃນການສ້າງຄວາມອາດສາ ມາດໃນການແຂ່ງຂັນຂອງທຸລະກິດ ກໍຄືຜູປະກອບການນັ້ນໆ. ໂດຍສະເພາະແມ່ນການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ ນອກນີ້ຍັງເປັນການສະແດງໃຫ້ເຫັນການດຳເນີນທຸລະກິດທີ່ບົ່ງບອກເຖິງການປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະນາແຫຼ່ງຊັບພະຍາກອນມະນຸດການພັດທະນາແຮງງານທີ່ມີທັກສະ, ໂດຍສະເພາະແມ່ນສະໜອງແຮງງານເລົ່ານັ້ນໃຫ້ກັບທຸລະກິດຂະແໜງການຕ່າງໆ ແລະອຸດສາຫະກຳ 4.0 ເພື່ອໃຫ້ສາມາດເເຂ່ງຂັນທາງດ້ານກົນໄກການພັດທະນາເສດຖະກິດ ຂອງ ສປປ ລາວ ໂດຍສຸມໃສ່ຄວາມຕ້ອງການທີ່ຈະສ້າງຄວາມເຂັ້ມແຂງດ້ານວິຊາການ ແລະວິຊາຊີບດ້ານສີມືແຮງງານຂອງ ສປປ ລາວ.