ດ່ານສາກົນຂົວມິຕະພາບ ລາວ-ໄທ 1 ໄດ້ຮັບເຄື່ອງກວດສ່ອງລັງສີ X-Ray ຈໍານວນ 2 ເຄື່ອງ

ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ໄດ້ມອບເຄື່ອງກວດ ກາສ່ອງລັງສີ X-Ray ຈໍານວນ 2 ເຄື່ອງ ໃຫ້ກັບ ຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ເພື່ອນຳໃຊ້ເຂົ້າໃນການປະຕິບັດວຽກ ງານ ເຊິ່ງເຄື່ອງດັ່ງກ່າວແມ່ນໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານ ຍີ່ປຸ່ນ.

ໂອກາດນີ້ ທ່ານ ພັອ ສາຍສະໝິງ ສີວິໄລ ກ່າວວ່າ:ສໍາລັບເຄື່ອງກວດກາສ່ອງ ລັງສີ X-Ray ຈໍານວນ 2 ເຄື່ອງດັ່ງກ່າວ ເປັນໜຶ່ງໃນຈໍານວນເຄື່ອງອຸປະ ກອນເຕັກນິກ ທີ່ໄດ້ຮັບການຊ່ວຍເຫຼືອລ້າ ຈາກລັດຖະບານຍີ່ປຸ່ນ ມອບໃຫ້ ກະຊວງປ້ອງກັນຄວາມສະຫງົບ ງວດທີ 2 ໂດຍກົມໃຫຍ່ພະລາທິການ ກະ ຊວງປ້ອງກັນຄວາມສະຫງົບ ໄດ້ປະກອບໃຫ້ກົມໃຫຍ່ສັນຕິບານ ຈາກນັ້ນ ກົມໃຫຍ່ສັນຕິບານ ຈຶ່ງໄດ້ປະກອບໃຫ້ກົມຕໍາຫຼວດກວດຄົນເຂົ້າ-ອອກ ເມືອງ ໃນເດືອນພຶດສະພາ 2022 ຫຼັງຈາກນັ້ນ ກົມຕໍາຫຼວດກວດຄົນເຂົ້າ- ອອກເມືອງ ໃນນາມກົມວິຊາສະເພາະ ຊີ້ນໍາມະຫາພາກວຽກງານກວດຄົນ ເຂົ້າ-ອອກ ສປປ ລາວ ກໍໄດ້ກວດກາ ຄົ້ນຄວ້າ ເຖິງຄວາມຈໍາເປັນຂອງການ ນໍາໃຊ້ເຄື່ອງເຕັກນິກດັ່ງກ່າວ ກໍຄື ປະຕິບັດຕາມການຊີ້ນໍາຂອງຄະນະນໍາກະ ຊວງປ້ອງກັນຄວາມສະຫງົບ ໃນການຊຸກຍູ້ຈັດຕັ້ງປະຕິບັດ ວ່າດ້ວຍດ່ານ ຊາຍແດນ ແລະ ສະໜາມບິນສາກົນ ໂດຍສະເພາະເຈົ້າໜ້າທີ່ ຕມ ໃນການ ເຂົ້າຮ່ວມກວດກາດ້ວຍເຄື່ອງສ່ອງລັງສີ X-Ray ແລະ ຍານພາຫະນະຮ່ວມ ກັບເຈົ້າໜ້າທີ່ພາສີ ຢູ່ດ່ານຊາຍແດນ ແລະ ສະໜາມບິນສາກົນ ເຊິ່ງຄະນະ ນໍາ ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ຊີ້ນໍາໃຫ້ດ່ານສາກົນຢູ່ນະຄອນ ຫຼວງວຽງຈັນ ເປັນດ່ານຕົວແບບ ສາ ມາດຈັດຕັ້ງປະຕິບັດໃຫ້ໄດ້ ແລະ ໃນ ເງື່ອນໄຂ ທີ່ກົມໃຫຍ່ສັນຕິບານ ໄດ້ຮັບການປະກອບເຄື່ອງກວດກາ ສ່ອງ ລັງສີ X-Ray ຍີ່ຫໍ້: ສະມິດ ດີເທັກເຊິນ (smiths detection) ລຸ້ນ: 6040C ທີ່ ໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ.

ທ່ານ ພັອ ຄໍາພອນ ເທບພະວົງ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງກະຊວງ ກໍຄື ກົມໃຫຍ່ສັນຕິບານ ເຊິ່ງຍາມໃດກໍໄດ້ເອົາໃຈໃສ່ຕິດຕາມ ຊຸກຍູ້ ພ້ອມທັງຊີ້ນໍາພວກເຮົາຕະຫຼອດມາ ການມອບເຄື່ອງດັ່ງກ່າວນີ້ ເຊິ່ງ ເປັນຄວາມຈໍາເປັນຂອງດ່ານພວກເຮົາ ສ່ວນໃນອະນາຄົດ ຄະນະພວກເຮົາ ກໍຈະໄດ້ສືບຕໍ່ນໍາໃຊ້ໃຫ້ມີໝາກຜົນ ທັງຮັບປະກັນຄວາມເປັນລະບຽບຮຽບ ຮ້ອຍໃນການເຂົ້າ-ອອກເມືອງຢູ່ດ່ານພວກເຮົາ ແລະ ຫວັງວ່າໃນອະນາຄົດ ຈະໄດ້ຮັບການສະໜັບສະໜູນຕື່ມອີກ.

ທີ່ມາ: VientianeMai