ສະມາຄົມນັກທຸລະກິດຫວຽດນາມ ເຄື່ອນໄຫວວຽກຢູ່ແຂວງໄຊສົມບູນ

ແຫຼ່ງຂ່າວຈາກແຂວງໄຊສົມບູນ ໃຫ້ຮູ້ວ່າ: ວັນທີ 27 ມີນາ ທີ່ຜ່ານມາ,ທ່ານ ເຢືອງ ດິງ ບັງ ປະທານສະມາຄົມນັກທຸລະກິດຫວຽດນາມ ປະຈຳນະຄອນຫລວງວຽງຈັນ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກ ຢູ່ແຂວງໄຊສົມບູນ ໂດຍໄດ້ເຂົ້າພົບປະການນຳ ແຂວງໄຊສົມບູນ ໂດຍການຕ້ອນຮັບຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ແລະ ໄດ້ມີກອງປະຊຸມພົບປະ ແລະ ສົ່ງເສີມການລົງທຶນການຄ້າລະຫວ່າງແຂວງໄຊສົມບູນ ແລະ ສະມາຄົມນັກທຸລະກິດຫວຽດນາມ ປະຈຳນະຄອນຫຼວງວຽງຈັນ,ຈຸດປະສົງກໍເພື່ອເປັນການເຊື່ອມຕໍ່,ສະແຫວງຫາກາລະໂອກາດໃນການຮ່ວມມື ແລະ ການລົງທຶນໃຫ້ແກ່ບັນດາວິສາຫະກິດຫວຽດນາມ ຢູ່ແຂວງໄຊສົມບູນ.

ໃນກອງປະຊຸມ,ຜູ້ເຂົ້າຮ່ວມໄດ້ລາຍງານສະພາບການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານຂອງຕົນໂດຍສຸມໃສ່ 5 ທ່າແຮງຄື: ກະສິກຳ-ປ່າໄມ້,ດ້ານການທ່ອງທ່ຽວ, ດ້ານພະລັງງານໄຟຟ້າ, ດ້ານບໍ່ແຮ່, ການເຊື່ອມ ຈອດ-ເຊື່ອມໂຍງ ຊຶ່ງເປັນການຍູ້ແຮງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ພ້ອມທັງໄດ້ປຶກສາຫາລື ຊອກຫາແນວທາງໃຫ້ແກ່ສະມາຄົມນັກທຸລະກິດ, ບັນດາວິສາຫະກິດຂອງຫວຽດນາມ ເຂົ້າມາລົງທຶນຢູ່ແຂວງໄຊສົມບູນ, ຊຶ່ງໄດ້ກຳນົດເອົາແຂວງໄຊສົມບູນ ເປັນເຂດພັດທະນາຈຸດສຸມໃຈກາງຂອງລັດຖະບານ ແລະໄດ້ກຳນົດນະໂຍບາຍພິເສດເພື່ອຊຸກຍູ້ສົ່ງເສີມພ້ອມດຶງດູດການລົງທຶນພາຍໃນ ແລະຕ່າງປະເທດເຂົ້າມາພັດທະນາແຂວງ ເພື່ອສ້າງພື້ນຖານເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ພ້ອມດຽວກັນນັ້ນ, ທັງສອງຝ່າຍຍັງໄດ້ປະກອບຄຳຄິດ-ຄຳເຫັນ, ຖອດຖອນ-ແລກປ່ຽນບົດຮຽນ ເຊິ່ງກັນ ແລະກັນ, ພ້ອມທັງ ໄດ້ລົງຢ້ຽມຢາມໂຮງງານປຸງແຕ່ງຜະລິດຕະພັນກະສິກຳ, ພືດເປັນຢາຂອງກຸ່ມບໍລິສັດຮ່ວມມືເສດຖະກິດ ໂກເອກໂກ ຕື່ມອີກ.
ຂ່າວ-ພາບ: ສີລິພອນ ສົງຄຳ