ປຶກສາຫາລືແຜນຄຸ້ມຄອງໂຄງການພັດທະນາທ່ອງທ່ຽວ ຢູ່ອຸທິຍານທໍລະນີສາດ ຢູ່ເຂດກອງລໍ-ນາຕານ

ກອງປະຊຸມ ປຶກສາຫາລືກຳນົດແຜນຄຸ້ມຄອງ, ຂອບເຂດເນື້ອທີ່ແລະການບໍລິຫານຈັດການໂຄງການພັດທະນາການທ່ອງທ່ຽວແບບອະນຸລັກທຳມະຊາດອຸທິຍານທໍລະນີສາດ ຢູ່ເຂດກອງລໍ-ນາຕານ ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 28 ມີນາ 2023 ທີ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ແຂວງຄໍາມ່ວນ ໂດຍມີທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກ ຖວທ ແຂວງ, ທ່ານ ເຟເດລິກ ຊາດອກຣ ປະທານອົງການສະແມັກ ຈາກປະເທດຝຣັ່ງ, ມີຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງ, ອົງການເຕຕຼັກຕິດສ໌, ອົງການອີເຟຼມິດສ໌, ການນໍາເມືອງຄູນຄໍາ, ເມືອງນາກາຍ ແລະຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.


ກອງປະຊຸມໄດ້ສະເໜີຄວາມສອດຄ່ອງ ແລະ ຄວາມເໝາະສົມຂອງໂຄງການ, ສະເໜີການກຳນົດແຜນທີ່ ແລະການກຳນົດເນື້ອທີ່ຂອບເຂດຂອງໂຄງການໃນເບື້ອງຕົ້ນ, ການສະເໜີຮູບແບບຕ່າງໆທີ່ເປັນໄປໄດ້ ໃນຮູບແບບການບໍລິຫານຄຸ້ມຄອງ (ບົດບາດໜ້າທີ່ຂອງການຈັດຕັ້ງບໍລິຫານ, ການບໍລິຫານ ແລະ ໂຄງການການຈັດຕັ້ງໃນການຄຸ້ມຄອງບໍລິຫານ, ໜ້າທີ່ ແລະຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ. ພ້ອມນີ້ບັນດາຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນຄົ້ນຄວ້າແລກປ່ຽນຄຳຄິດເຫັນໃນການກຳນົດຂອບເຂດເນື້ອທີ່ໂດຍພື້ນຖານຂອງການສ້າງເປັນອຸທິຍານທໍລະນີສາດ ຫຼື geopark ເຂດຮ່ອມພູ ກອງລໍ-ນາຕານ, ການກຳນົດຮູບແບບ, ການບໍລິຫານຈັດການ, ການຄຸ້ມຄອງ ແລະແນະນຳວິທີການຈັດຕັ້ງປະຕິບັດເພື່ອເຮັດໃຫ້ວຽກງານການພັດທະນາການທ່ອງທ່ຽວໄດ້ຮັບການຈັດຕັ້ງປະຕິບັດ ແລະດຳເນີນໄປດ້ວຍບາດກ້າວທີ່ຂະຫຍາຍຕົວ ແລະມີປະສິດທິພາບ.

ອຸທິຍານທໍລະນີສາດເປັນພື້ນທີ່ທາງດ້ານພູມສາດທີ່ມີລັກສະນະພິເສດເປັນການລວມເອົາບັນດາຈຸດທີ່ມີເງື່ອນໄຂເປັນແຫຼ່ງທ່ອງທ່ຽວ ແລະ ມີພູມພາບທຳມະຊາດທີ່ມີຄວາມສຳຄັນທາງດ້ານທໍລະນີ ວິທະຍາ ທີ່ໄດ້ຮັບການບໍລິຫານຈັດການ ຕາມຫຼັກການລວມຂອງການອະນຸລັກ, ການໃຫ້ຄວາມຮູ້ ແລະການພັດທະນາແບບຍືນຍົງ ແລະ ຈະຕ້ອງໃຫ້ຄວາມສຳຄັນຕໍ່ກັບບັນຫາສະພາບແວດລ້ອມທຳມະຊາດ.ເຊິ່ງການກຳນົດເນື້ອທີ່ຢູ່ໃນເຂດພູຫີນປູນ ກອງລໍ-ນາຕານ ກວມເອົາເນື້ອທີ່ຂອງເມືອງຄູນຄໍາ ແລະ ເມືອງນາກາຍ ແຂວງຄໍາມ່ວນ ເຊິ່ງມີເນື້ອທີ່ຕາມແຜນທີ່ຈະສະເໜີເປັນອຸທິຍານທໍລະນີສາດ ປະມານ 700 ກິໂລຕາແມັດ ເຊິ່ງເນື້ອທີ່ດັ່ງກ່າວແມ່ນຈັດຢູ່ໃນລະດັບເນື້ອທີ່ຂ້ອນຂ້າງແຄບຂອງບັນດາອຸທິຍານທໍລະນີສາດໂລກຂອງອົງການ ຢູເນັດສ໌ໂກ ແຕ່ເນື້ອທີ່ດັ່ງກ່າວແມ່ນເປັນເນື້ອທີ່ມີຄວາມກົມກຽວກັນ, ມີທີ່ຢູ່ອາໄສ ສາມາດຕ້ອນຮັບເອົາແຂກທ່ອງທ່ຽວໄດ້ ແລະຍັງມີຄວາມເໝາະສົມກັບຄວາມສາມາດໃນການບໍລິຫານຈັດການ ແລະການສ້າງຂະບວນການໃນການພັດທະນາໂດຍສົມທົບກັບປະຊາຊົນຢູ່ໃນທ້ອງຖິ່ນ.
ຂ່າວ: ກອງຄຳ