ຫົງສາລີສອດ ຄາດ 3 ປີ ຕໍ່ໜ້າຈະສ້າງຫ້ອງພັກຕື່ມ 100 ຫ້ອງ

   ຫົງສາ ລີສອດເປັນອີກໜຶ່ງສະຖານທີ່ໃຫ້ບໍລິການດ້ານພັກເຊົາຢູ່ເມືອງຫົງສາແຂວງໄຊຍະບູລີ ທີ່ເນັ້ນຄວາມສະດວກສະບາຍຂອງລູກຄ້າເປັນຫຼັກບໍ່ວ່າຈະເປັນຫ້ອງພັກສະອາດ,ອາຫານທີ່ມີຫຼາກຫຼາຍລາຍການ,ສະຖານທີ່ບັນເທີງແລະຈຸດຊົມວິວທີ່ສວຍງາມເພື່ອໃຫ້ລູກຄ້າໄດ້ເພີດເພີນ ໄປກັບບັນຍາກາດທາງທໍາມະຊາດທີ່ມີເອກະລັກຂອງລີສອດ, ຊຶ່ງໃນ 3 ປີຕໍ່ໜ້າທາງຫົງສາລີສອດຈະສ້າງຫ້ອງພັກຕື່ມໃຫ້ໄດ້ 100 ຫ້ອງເພື່ອຮອງຮັບລູກຄ້າທີ່ຈະເຂົ້າມາພັກເຊົາ.

   ທ່ານນາງສຸລິຍາສຸວັດມຸງຜູ້ຈັດການຫົງສາລີສອດໃຫ້ສໍາພາດວ່າ:ຫົງສາ ລີສອດໄດ້ເປີດໃຫ້ບໍລິການຢ່າງເປັນທາງການໃນ ປີ 2014 ຊຶ່ງມີຄວາມໂດດເດັ່ນທາງດ້ານການຕົບແຕ່ງ,ການອອກແບບທີ່ມີຄວາມເປັນທໍາມະຊາດ,ເນັ້ນການບໍລິການທີ່ເປັນເລີດແລະຈຸດຫຼັກທີ່ຕອບໂຈດໄດ້ກໍຄືຄວາມຕ້ອງການຂອງລູກຄ້າທີ່ເຂົ້າມາໃຊ້ບໍລິການໃນລີສອດໄດ້ຮັບຄວາມສະດວກສະບາຍ,ມີຄວາມພໍໃຈທີ່ສຸດໂດຍມີຫ້ອງ ພັກທັງໝົດ 23 ຫ້ອງ,ມີຮ້ານອາຫານກວ້າງຂວາງແລະຫຼາກຫຼາຍລາຍການເຊັ່ນ:ອາຫານລາວ, ອາຫານທ້ອງຖິ່ນຂອງເມືອງຫົງ ສາ, ອາຫານຕ່າງປະເທດທີ່ສໍາ ຄັນມີຈຸດຊົມວິວທີ່ສວຍງາມ.ດ້ວຍຈຸດພິເສດດັ່ງກ່າວເຮັດໃຫ້ ຫົງສາລີສອດມີແຂກເຂົ້າມາພັກເຊົາຕະຫຼອດ ບໍ່ວ່າຈະເປັນລະດູ ແລ້ງ ຫຼື ລະດູຝົນຊຶ່ງສະເລ່ຍ 20-30 ຄົນຕໍ່ວັນ,ໂດຍສ່ວນໃຫຍ່ເປັນລູກຄ້າທີ່ມາຈາກຕ່າງປະເທດແລະລູກຄ້າຂອງບັນດາບໍລິສັດຕ່າງໆ ທີ່ດໍາເນີນທຸລະກິດຢູ່ເມືອງຫົງສາ.

  ຫົງສາລີສອດນອກຈາກຈະໃຫ້ບໍລິການດ້ານທີ່ພັກເຊົາແລ້ວຍັງມີສະຖານທີ່ຮອງຮັບຈັດງານຕ່າງໆເຊັ່ນ:ງານລ້ຽງ,ງານດອງ,ງານສ້າງສັນຕ່າງໆ...ປະຈຸບັນຫົງສາລີສອດ ມີພະນັກງານທັງ ໝົດ 38 ຄົນ ໂດຍທຸກໆຄົນແມ່ນ ໄດ້ຮັບການຍົກລະດັບຄວາມຮູ້ໃນດ້ານການບໍລິການ.

   ຜູ້ຈັດການຫົງສາລີສອດໃຫ້ຮູ້ຕື່ມວ່າ:ເມືອງຫົງສາແຂວງໄຊຍະບູລີເປັນເມືອງທີ່ກໍາລັງພັດທະນາແລະໃນປະຈຸບັນກໍມີຫຼາຍບໍ ລິສັດຂອງຕ່າງປະເທດໂດຍສະເພາະແມ່ນ ສປ ຈີນ,ສສ ຫວຽດນາມ ແລະຣາຊະນາຈັກໄທທີ່ເຂົ້າມາລົງທຶນໃນຫຼາຍຂະແໜງການເປັນຕົ້ນແມ່ນຂະແໜງພະລັງງານແລະບໍ່ແຮ່,ກະສິກໍາແລະຂະແໜງອຸດສາຫະກໍາ,ແຕ່ຂະແໜງການໃຫ້ບໍລິການແມ່ນມີໜ້ອຍ,ດັ່ງນັ້ນເພື່ອຮອງຮັບລູກຄ້າທີ່ຈະເຂົ້າມາພັກເຊົາ,ຫົງສາລີສອດຄາດຈະສ້າງຫ້ອງພັກຕື່ມໃຫ້ໄດ້ 100 ຫ້ອງໃນ 3 ປີຕໍ່ໜ້າ.

   ແນວໃດກໍຕາມຖ້າຫາກທ່ານໃດເດີນທາງຜ່ານເມືອງຫົງສາກໍສາມາດແວ່ພັກເຊົາກັນໄດ້ຮັບຮອງວ່າຈະບໍ່ທ່ານຜິດຫວັງກັບ ຄວາມສະດວກສະບາຍຜ່ອນຄາຍໄປກັບທໍາມະຊາດແລະການໃຫ້ບໍລິການຫ້ອງພັກທີ່ສະອາດ,ອາຫານທີ່ແຊບທີ່ສໍາຄັນລາຄາທີ່ ເປັນກັນເອງ,ໂດຍຫົງສາລີສອດມີສະຖານທີ່ຕັ້ງຢູ່ບ້ານໂພນສູງເມືອງຫົງສາ ແຂວງໄຊຍະບູລີ.