ແຕ່ງຕັ້ງທ່ານຄໍາແກ້ວ ອຸ່ນອານົງນຸດ ເປັນປະທານສະພາການຄ້າແລະອຸດສາຫະກຳແຂວງຫົວພັນ

ວັນທີ 17 ມີນາ 2023 ສະພາການຄ້າແລະອຸດສາຫະກຳ ແຂວງຫົວພັນ ສະໄໝທີ່ IV (ຊຸດໃໝ່) ມີຊື່ຫຍໍ້ວ່າ: (ສຄອ) ປະກອບມີຄະນະບໍລິຫານທັງໝົດ 14ທ່ານ ພ້ອມທັງປະກາດບຸກຄະລາກອນຢ່າງເປັນທາງການ ພ້ອມທັງໄດ້ຈັດພິທີມອບຮັບໜ້າທີ່ຕໍ່າແໜ່ງ ລະຫວ່າງ ປະທານຜູ້ເກົ່າ ແລະ ຜູ້ໃໝ່ ໂດຍແມ່ນ ທ່ານ ຄໍາແກ້ວ ອຸ່ນອານົງນຸດ, ຄະນະບໍລິຫານງານຊາວໜຸ່ມແຂວງ,ປະທານທີ່ປຶກສາ ສະມາຄົມນັກທຸລະກິດໜຸ່ມແຂວງຫົວພັນ,ອຳນວຍການໂຮງຮຽນແກ້ວປັນຍາ ເປັນປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງຫົວພັນ ຄົນໃໝ່ ເຊີ່ງໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີ ແມ່ນທ່ານ ພອນສຸກ ອິນທະວົງ ຄະນະປະຈໍາພັກແຂວງ,ຮອງເຈົ້າແຂວງ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດຂັ້ນແຂວງ,ມີແຂກການນໍາພະແນກການອ້ອມຂ້າງ,ສະພາປະຊາຊົນແຂວງ,ເມືອງຊໍາເໜືອ,ທະນາຄານ ແລະ ພາກທຸລະກິດເຂົ້າຮ່ວມໃນພິທີປະມານ 56ທ່ານ ເຊີ່ງພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມໃຫ່ຍຫ້ອງວ່າການປົກຄອງແຂວງຫົວພັນ.

ອີງຕາມ ໜັງສືສະເໜີຂອງສະມາຄົມນັກທຸລະກິດໜຸ່ມ ແຂວງຫົວພັນ ສະບັບ ເລກທີ່ 95 / ສທໜ ,ລົງ ວັນທີ່ 23 ກຸມພາ 2023 .ອີງຕາມ ການຄົ້ນຄ້ວາຂອງຄະນະວິຊາການກ່ຽວຂ້ອງ ຄັ້ງ ວັນທີ່ 14 ມີນາ 2023ເຈົ້າແຂວງຫົວພັນຕົກລົງ :ມາດຕາ 1 : ອະນຸມັດແຕ່ງຕັ້ງຄະນະສະພາການຄ້າ ແລະ ອຸດສາຫະກຳ ແຂວງຫົວພັນ ສະໄໝ ທີ IV ດັ່ງມີລາຍຊື່ ລຸ່ມນີ້: 1. ທ່ານ ຄຳແກ້ວ ອຸ່ນອານົງນຸດ ຄະນະບໍລິຫານງານຊາວໜຸ່ມແຂວງ, ປະທານສະມາຄົມນັກທຸລະກິດ ໜຸ່ມ ແຂວງຫົວພັນ,ອຳນວຍການໂຮງຮຽນ ແກ້ວປັນຍາ ເປັນປະທານສະພາການຄ້າ ແລະອຸດສາຫະກຳ. 2. ທ່ານ.ສົມໄຊ ຈັນທະລັງສີ ຮອງປະທານສະມາຄົມນັກທຸລະກິດໜຸ່ມ ແຂວງຫົວພັນ, ອຳນວຍການວິສາຫະກິດຍອດຊໍ່າ, ເປັນຮອງປະທານສະພາການຄ້າ ແລະອຸດສາຫະກຳ.

3. ທ່ານ.ພູທອງ ພົນວິໄຊ ຄະນະສະມາຄົມນັກທຸລະກິດໜຸ່ມ ແຂວງຫົວພັນ, ຮອງປະທານLao SME ອຳນວຍການບໍລິສັດ ສະມາດເທັກໂນໂລຊີ ນະຄອນຫຼວງວຽງຈັນ, ເປັນຮອງປະທານສະພາການຄ້າ ແລະ ອຸດສາຫະກຳ.
4. ທ່ານ.ລີຢາງ ຮອງປະທານສະມາຄົມນັກທຸລະກິດໜຸ່ມ ແຂວງຫົວພັນ, ຕົວແທນຈຳໜ່າຍ ເບຍລາວສາ ຂາຊຳເໜືອ ເປັນຄະນະສະພາການຄ້າ ແລະ ອຸດສາຫະກຳ.
5. ທ່ານ.ໄຊພອນ ເພັດຈະເລີນ ຄະນະສະມາຄົມນັກທຸລະກິດໜຸ່ມ ແຂວງຫົວພັນ, ອຳນວຍການບໍລິສັດ ເຄພີການຂົນສົ່ງ ແລະ ພັດທະນາກະສິກຳຈຳກັດຜູ້ດຽວ ເປັນຄະນະສະພາການຄ້າ ແລະ ອຸດສາຫະກຳ 6. ທ່ານ ນ. ອິລາວັນ ທອງສະຫັວດ ຄະນະສະມາຄົມນັກທຸລະກິດໜຸ່ມ ແຂວງຫົວພັນ, ອຳນວຍການວິ
ສາຫະກິດ ທອງສະຫັວດ ແລະ ການກະເສດ, ເປັນຄະນະສະພາການຄ້າ ແລະ ອຸດສາຫະກຳ. 7. ທ່ານ ປ້ອມ ມິ່ງຄຳແດງ ຄະນະສະມາຄົມນັກທຸລະກິດໜຸ່ມ ແຂວງຫົວພັນ, ອຳນວຍການບໍລິສັດ ຢິ່ງຄຳ ແດງ ແລະ ກະສິກຳ ເປັນຄະນະສະພາການຄ້າ ແລະ ອຸດສາຫະກຳ.
8. ທ່ານ ທະນູໄຊ ວິໄລທຳມະວົງ ຄະນະສະມາຄົມນັກທຸລະກິດໜຸ່ມ ແຂວງຫົວພັນ, ອຳນວຍການບໍລິ ສັດ ໄຊຮຸ່ງເຮືອງ ພັດທະນາ, ເປັນຄະນະສະພາການຄ້າ ແລະ ອຸດສາຫະກຳ.
CS um CamScanner
9. ທ່ານ ພັນສະຫວາດ ພາລືຈັນ ຄະນະສະມາຄົມນັກທຸລະກິດໜຸ່ມ ແຂວງຫົວພັນ, ຮອງອຳນວຍການບໍ ລິສັດ ທອງພອນການກະເສດ ຂາອອກ - ຂາເຂົ້າ, ເປັນຄະນະສະພາການຄ້າ ແລະ ອຸດສາຫະກຳ. 10. ທ່ານ ໄມສີ ບຸນມີໄຊ ຄະນະສະມາຄົມນັກທຸລະກິດໜຸ່ມ ແຂວງຫົວພັນ, ອຳນວຍການບໍລິສັດອາກດີ ຊາຍສຳຫຼວດ - ອອກແບບ ເຄຫາສະຖານ ຈຳກັດຜູ້ດຽວ ນະຄອນຫຼວງວຽງຈັນ, ເປັນຄະນະສະພາການ ຄ້າ ແລະ ອຸດສາຫະກຳ.
11. ທ່ານ ອານຸລັກ ລໍມະນີຈັນ ຄະນະສະມາຄົມນັກທຸລະກິດໜຸ່ມ ແຂວງຫົວພັນ, ອຳນວຍການບໍລິສັດ Taiban production ໄຕ່ບ້ານ ໂປຣດັກຊັ່ນ ນະຄອນຫຼວງວຽງຈັນ, ເປັນຄະນະສະພາການຄ້າ ແລະ ອຸດສາຫະກຳ.
12. ທ່ານ ພົງ ສີສຸພັນ ຄະນະສະມາຄົມນັກທຸລະກິດໜຸ່ມ ແຂວງຫົວພັນ, ບໍລິສັດ SSP ການຄ້າ ແລະ ສົ່ງເສີມກະສິກຳ ຈຳກັດຜູ້ດຽວ ນະຄອນຫຼວງວຽງຈັນ ເປັນຄະນະສະພາການຄ້າ ແລະ ອຸດສາຫະກຳ 13. ທ່ານ ນ.ທອງສະຫັວນ ບຸນເລີດ, ອຳນວຍການວິສາຫະກິດສົ່ງເສີມຫັດຖະກໍມາດຖານ ແລະ ບໍລິ ສັດທ່ອງທ່ຽວ ສາຍໄໝທອງ ນະຄອນຫຼວງວຽງຈັນ ເປັນຄະນະສະພາການຄ້າ ແລະ ອຸດສາຫະກຳ. 14. ທ່ານ.ວອນສະຫັວນ ພູນສະຫັວດ ຮອງປະທານມາຄົມນັກທຸລະກິດໜຸ່ມ ແຂວງຫົວພັນ, ອຳນວຍ ການບໍລິສັດ ອະສັງຫາ ແລະ ກະສິກຳ ນະຄອນຫຼວງວຽງຈັນ ເປັນຄະນະສາພາການຄ້າ ແລະອຸດສາຫະກຳ.