ວັນທີ 21 ມີນາ ເປັນຄຽດແຄ້ນ ຂອງຊາວເມືອງທ່າແຂກ ແຂວງຄຳມ່ວນ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະເລືອດເນື້ອເພື່ອປະເທດຊາດ ຄົບ 77 ປີ (21/3/1946-21/3/2023)

ເວລາ 6 ໂມງເຊົ້າ ຂອງວັນທີ 21 ມີນາ 1946 ຍົນພວກລ່າເມືອງຂຶ້ນແບບເກົ່າໄດ້ຫວ່ານໃບປົວລົງຕົວເມືອງທ່າ ແຂກ ເຊິ່ງມີເນື້ອໃນໃຫ້ທະຫານກູ້ຊາດວາງອາວຸດ ແລະ ຍອມຈຳນົນຕໍ່ກອງທະຫານພວກລ່າເມືອງຂຶ້ນແບບ ເກົ່າ, ຫລັງຈາກນັ້ນບໍ່ເຖິງເຄິ່ງຊົ່ວໂມງ ທະຫານລ່າເມືອງຂຶ້ນແບບເກົ່າໂດຍ ພັນໂທ ເກີເຮີເວີກົວ ເປັນຜູ້ບັນຊາ ໂຮມກຳລັງຢ່າງຫລວງຫລາຍ ໃນນັ້ນມີທະຫານຮາບ 7 ກອງຮ້ອຍ, ທະຫານປືນໃຫຍ່ 1 ໝວດ, ລົດສືບຂ່າວ 2 ຈຸ. ເຮືອບິນຂັບໄລ່ 4 ລຳ, ເຮືອບິນຖິ້ມລະເບີດ 2 ລຳ ແລະ ເຮືອບິນສືບຂ່າວ 1 ລຳ ບຸກໂຈມຕີເຂົ້າຕົວເມືອງທ່າ ແຂກ ເປັນ 3 ປີກ (3 ທິດ).

ພວກເຂົາໄດ້ເລີ່ມເປີດສາກບຸກໂຈມຕີດ້ວຍກຳລັງໄຟປືນໃຫຍ່ໜ້າດິນ ປະສານກັບເຮືອບິນ ຖິ້ມລະເບີດ ແລະ ໄດ້ ຍິງປືນກົນກວາດລົງໃສ່ກາງເມືອງ ແລະ ຝູງຄົນໃນຕະຫລາດ, ຍົງໃສ່ກອງບັນຊາການ, ໂຮງຮຽນປະຖົມຊາວ ຫວຽດນາມຕ່າງດ້າວຢ່າງຮ້າຍແຮງ ແລະ ປ່າເຖື່ອນ, ເຮັດໃຫ້ຕົວເມືອງ ລຸກເປັນໄຟ, ປະຊາຊົນຈຳນວນຫລາຍ ຮ້ອຍຄົນເສຍຊີວິດ ແລະ ຖືກບາດເຈັບ. ທາງພາກພື້ນດິນ ທະຫານສັດຕູໄດ້ບຸກເຂົ້າມາຫ່າງຈາກປ້ອມຮັກສາເຂດ ເບື້ອງນອກປະມານ 10 – 150 ແມັດ, ກອງຮັກສາປ້ອມ ແລະ ກຳລັງປ້ອງກັນຕົວຂອງພວກເຮົາ ເຊິ່ງຕັ້ງຢູ່ ສະໜາມກິລາ ໄດ້ຍິງສຸມໃສ່ກຳລັງ ຂອງສັດຕູຢ່າງແຂງແຮງ.

ການຕໍ່ສູ້ຍິ່ງດຸເດືອດຂຶ້ນສູ່ລະດັບສູງ ທະຫານລ່າເມືອງຂຶ້ນແບບເກົ່າ ກໍຍິ່ງພະຍາຍາມຈະຜ່າຂ້າມ ແນວປ້ອງກັນ ເຂົ້າໄປໃຫ້ໄດ້ ເຊິ່ງພວກເຂົາໄດ້ໃຊ້ລົດລາດຕະເວນຕິດອາວຸດ, ລົດຫຸ້ມເກາະແລ່ນມາ ທາງເລກທີ 13 ບຸກເຂົ້າຕົວ ເມືອງ; ແຕ່ການບຸກໂຈມຕີຂອງທະຫານສັດຕູແຕ່ລະປີກ ລ້ວນແຕ່ ຖືກກຳລັງທະຫານຂອງພວກເຮົາທ່ີຕ້ານ, ສະ ກັດກັ້ນຢ່າງເດັດດ່ຽວ ແລະ ອາດຫານ, ທະຫານສັດຕູ ປົກໜຶ່ງໄດ້ຕີເຂົ້າທາງທິດຕາເວັນອອກຂອງຕົວເມືອງ, ແຕ່ ກໍຖືກທະຫານພວກເຮົາທຳລາຍຕ້ອງຖອຍຄືນເພື່ອຈັດຕັ້ງກຳລັງໂຈມຕີຄັ້ງໃໝ່. ສ່ວນທະຫານຂອງພວກເຮົາ ແມ່ນຍາດໂອກາດປົວແປງຂຸມຄອງປ້ອມທີ່ໝັ້ນ. ຫລັງຈາກນັ້ນ ສັດຕູກໍບຸກໂຈມຕີຄັ້ງໃໝ່, ຕີຢຶດເອົາຫ້ອງການ ຂົວທາງ, ທັງປິດລ້ອມທິດເໜືອເຂດເຮືອນ ເລວັນຢູ ຢ່າງແໜ້ນໜາ ແລະ ໃຊ້ລົດຫຸ້ມເກາະບຸກໂຈມຕີເບື້ອງທາງ ເລກທີ 12, ເມື່ອຮອດເຂດຫ້ອງການຂົວທາງທະຫານສັດຕູຖືກທະຫານເຮົາສະກັດກັ້ນໄວ້ຢ່າງແຂງແຮງ. ຈຸລົດ ລາດຕະເວນຕິດອາວຸດ ກໍຕ້ອງໄດ້ຢຸດສະງັກ ເພາະບຸກເຂົ້າບໍ່ໄດ້; ສ່ວນທະຫານຫຸ່ນລາວ 1 ໝວດ ຢ້ານກົວຈຶ່ງລ່າ ຖອຍໄປເບື້ອງເສັ້ນທາງເລກທີ 12.

ທະຫານສັດຕູທີ່ຢູ່ປືກສາຍທາງເລກທີ 13 ຈະບຸກເຂົ້າຕົວເມືອງ ກໍຖືກທະຫານເຮົາລັດຕ່ໍ, ຈຳຕ້ອງຢຸດຫ່າງຈາກ ເຂດປ້ອງກັນປະມານ 400 ແມັດ, ຈົນຮອດເວລາ 9 ໂມງ ພວກເຂົາຈຶ່ງຜ່ານເຂົ້າມາໄດ້, ແຕ່ມາຮອດ 4 ແຍກ ຕາເວັນຕົກ ພັດຖືກກອງກໍາລັງໄຟທະຫານພວກເຮົາສະກັດກັ້ນໄວ້. ປົກທະຫານສັດຕູຢູ່ທາງທິດໃຕ້ໄດ້ບຸກແຕ່ ເມືອງເກົ່າຂຶ້ນມາຕາມແຄມແມ່ນໍ້າຂອງເຂົ້າຕົວເມືອງ ກໍຖືກທະຫານພວກເຮົາສະກັດກັ້ນໄວ້ເຊັ່ນດຽວກັນ, ສັດຕູ ຈຳນວນໜຶ່ງທີ່ຖືກບາດເຈັບຕ້ອງນອນຢູ່ທີ່ນັ້ນ 10 ກວ່າຊົ່ວໂມງ, ລົດຂົນສົ່ງຄັນໜຶ່ງໄດ້ຜ່ານໄປ ແຕ່ຖືກທະຫານ ຂອງພວກເຮົາລັດຍິງເຮັດໃຫ້ຜູ້ຂັບລົດເສຍຊີວິດ ແລະ ຢຸດຢູ່ກັບທີ່ຫ່າງຈາກທີ່ຕັ້ງ ຂອງທະຫານເຮົາ 200 ແມັດ. ຈົນເຖິງ 10 ໂມງ 30 ແລະ ບັນດາກອງທະຫານຂອງພວກເຂົາທີ່ຢູ່ເບື້ອງຫລັງ ລ້ວນແຕ່ຖືກທຳລາຍຢ່າງໜັກ ໜ່ວງ. ນາຍພັນຕີ ໂວເຊີເຣ ໄດ້ຮັບບາດເຈັບ, ສັດຕູ ຕ້ອງອອກຄຳສັ່ງໃຫ້ແຕ່ລະປີກຕ້ອງຮັກສາທີ່ຕັ້ງ ແລະ ເດັດ ຂາດບໍ່ໃຫ້ຖອຍ. ພວກເຂົາຫວັງຢາກຢຶດເອົາຕົວເມືອງທ່າແຂກໃຫ້ໄດ້ກ່ອນຕາເວັນຈະຕົກ. ສະນັ້ນ ພວກເຂົາ ຈຶ່ງ ປ້ອງກັນບໍ່ໃຫ້ທະຫານພວກເຮົາຈັດຕັ້ງຂະຫຍາຍກຳລັງ. ຮ້ອງຂໍກຳລັງຢູ່ແຂວງສະຫວັນນະເຂດ ມາເພີ່ມຕື່ມ ແລະ ເຕົ້າໂຮມບັນດາປືນໃຫຍ່ ພ້ອມດ້ວຍເຮືອບິນຜັດປ່ຽນກັນໄປຖິ້ມລະເບີດ, ຍ່ິງທຳລາຍລົງໃສ່ຂຸມຄອງຂອງ ທະຫານເຮົາຢ່າງຮ້າຍແຮງເພື່ອເປີດທາງໃຫ້ທະຫານຮາບບຸກເຂົ້າ.

ພາຍຫລັງທີ່ໄດ້ໃຊ້ກຳລັງປືນໃຫຍ່ຍິງທຳລາຍ 2 ຊົ່ວໂມງແລ້ວ, ປົກທະຫານສັດຕູທີ່ຢູ່ທາງທິດຕາເວັນອອກ ກໍບຸກ ເຂົ້າຕົວເມືອງໄດ້ 500 ກວ່າແມັດ. ພວກເຂົາໃຫ້ກອງຮ້ອຍຕີພິເສດຢຶດເອົາທິດເໜືອຂອງຕົວເມືອງ ແລ້ວຕິດຕໍ່ ພົວພັນກັບກອງຮ້ອຍທະຫານລ່າເມືອງຂຶ້ນແບບເກົ່າ ແລະ ທະຫານຫຸ່ນລາວ ຢູ່ຫີນບູນໃຫ້ມາຊ່ວຍ. ສ່ວນພວກ ທີ່ຢູ່ປົກທາງທິດໃຕ້ ພ້ອມກັບລົດລາດຕະເວນຕິດອາວຸດຈຳນວນໜຶ່ງ ບຸກເຂົ້າມໍ່ເຂດຕະຫລາດ, ພວກຢູ່ປົກທາງ ເລກ 13 ໄດ້ບຸກເຂົ້າເຂດໂຮງຮຽນປະຖົມຊາວຫວຽດນາມ ຕ່າງດ້າວ, ຢຶດເອົາເຮືອນແດງ ແລະ ເຂດວັດຄຸນພໍ່ ແຕ່ ກໍຖືກທຳລາຍໜັກ; ໜ່ວຍໜຶ່ງທີ່ລອດເຂົ້າໄດ້ຖືກ ກອງທະຫານພວກເຮົາອ້ອມຕີດັບສູນກ້ຽງ. ສັດຕູກອງຮ້ອຍ ໜຶ່ງຈາກຫີນບູນ ເຄື່ອນເຂົ້າມາສົມທົບ ຖືກທະຫານເຮົາລັດຕີ, ຍິງນາຍຮ້ອຍໂທ ຣາເມີ ເສຍຊີວິດ ແລະ ທະ ຫານຈຳນວນໜຶ່ງຖືກບາດເຈັບ. ໃນເວລານັ້ນ ຢູ່ກາງຕະຫລາດ ພະນັກງານ – ນັກຮົບ ຂອງພວກເຮົາ 20 ກວ່າ ຄົນ ໄດ້ໃຊ້ປືນ ແລະ ປາຍກະບໍ່ຕໍ່ສູ້ຕ້ານສັດຕູໂຕຕໍ່ໂຕຢ່າງກ້າຫານ, ໄດ້ຍິງຮ້ອຍເອກ ຊາດໄຊ ຕາຍຄາທີ່ ແລະ ຈໍາ ນວນໜຶ່ງຕາຍຄາສະຫນາມຮົບ

ຮອດ 17 ໂມງ ຂອງວັນທີ 21/3/1946 ທະຫານປຶກຕ່າງໆຂອງສັດຕູໄດ້ເຄື່ອນເຂົ້າມາຕົວເມືອງ ໝົດ, ພວກເຮົາ ສັງເກດເຫັນວ່າ ບໍ່ສາມາດຮັກສາທ່າແຂກໄວ້ໄດ້ເພາະ “ເຫລັກຫລາຍກວ່າຖ່ານ” ທະຫານຂອງພວກເຮົາທັງຕ້ານ ແລະ ຖອຍໄປທາງແຄມແມ່ນໍ້າຂອງ ພ້ອມກັບປະຊາຊົນໃຊ້ ເຮືອພາຍ, ເຮືອຈັກ, ໄມ້ທ່ອນ, ເພື່ອລອຍຂ້າມແມ່ ນໍ້າຂອງໄປ ແຂວງນະຄອນພະນົມ (ປະເທດໄທ).

ພວກສັດຕູໄດ້ໃຊ້ເຮືອບິນ, ປືນໃຫຍ່, ປືນກົນຈັກ ແລະ ປືນອື່ນໆຍິງໃສ່ປະຊາຊົນ ແລະ ທະຫານຂອງພວກເຮົາ ທີ່ ພວມຂ້າມແມ່ນໍ້າຂອງ ຢ່າງໂຫດຮ້າຍສາມານທີ່ສຸດ, ເຮັດໃຫ້ພະນັກງານ-ນັກຮົບ ແລະ ປະຊາຊົນຖືກບາດເຈັບ ລົ້ມຕາຍຢ່າງຫຼວງຫຼາຍ, ເຮືອຈັກທີ່ ປະທານ ພານຸວົງ ແລະ ພະນັກງານຈຳນວນໜຶ່ງໄດ້ຖືກເຮືອບິນສັດຕູຍິງຢູ່ ກາງແມ່ນໍ້າຂອງ, ນັກຮົບປະຕິວັດລາວຜູ້ໜຶ່ງ ແລະ ຊາວຫວຽດນາມຕ່າງດ້າວ 2 ຄົນ ໄດ້ເອົາຮ່າງຄົງບັງລູກປືນໃຫ້ ແກ່ ປະທານ ສຸພານຸວົງ ນັ້ນຖືກເສຍສະຫຼະທັນທີ. ທ້າວ ທອງລາຍ “ສາຍຍາ ນັກຮົບໜັງໜຽວ” ຟ້າວລຸກຂຶ້ນຢືນ ກົງໂກະກວມບັງ ປະທານ ສຸພານຸວົງ ຖືກບາດເຈັບສາຫັດ ແລະ ໄດ້ນຳເອົາເພິ່ນໄປປ່ິນປົວຢູ່ໂຮງໝໍແຂວງ ນະຄອນພະນົມ ປະເທດໄທ.

ພາຍຫຼັງພວກລ່າເມືອງຂຶ້ນແບບເກົ່າ ແລະ ລູກແຫຼ່ງຕີນມືຂອງພວກເຂົາຢຶດຕົວເມືອງທ່າແຂກໄດ້ແລ້ວ, ພວກ ເຂົາໄດ້ສ້າງໂທດກຳທີ່ບໍ່ມີວັນຈະລືມໄດ້ໃຫ້ແກ່ປະຊາຊົນລາວ, ພວກເຂົາໄດ້ເຂັ່ນຂ້າປະຊາຊົນລາວ ແລະ ຊາວ ຫວຽດນາມຕ່າງດ້າວຜູ້ບໍລິສຸດ ດ້ວຍວິທີທີ່ໂຫດຫ້ຽມ, ເຂັ່ນຂ້າ ແມ່ມານ ດ້ວຍການເອົາກະບີ່ແທງທ້ອງ, ຈັບເອົາ ເດັກນ້ອຍຍັດໃສ່ກະເປົາປ່ານມັດປາກ ແລ້ວຖິ້ມລົງນໍ້າຂອງ ແລະ ໃສ່ຄົກມອງຕຳຈົນຕາຍ, ເອົາປືນຍິງກວາດໃສ່ ຝູງຄົນແລ້ວໂຍນລົງນໍ້າຂອງ ເຮັດໃຫ້ນໍ້າຂອງຍາມນັ້ນເຕັມໄປດ້ວຍເລືອດ ແລະ ຊາກສົບ. ປະຊາຊົນຜູ້ບໍລິສຸດ ລວມທັງແມ່ຍິງ ແລະ ເດັກນ້ອຍຈຳນວນ 3.000 ກວ່າຄົນ ຖືກຂ້າຕາຍ, ເຮືອນຊານບ້ານຊ່ອງ ແລະ ພື້ນຖານໂຄງ ລ່າງຖືກທຳລາຍເປັນຈຳນວນຫຼວງຫຼາຍ; ຄອບຄົວ ຜົວ,ເມຍ ພໍ່, ແມ່, ລູກ ຖືກພັດພາກຈາກກັນ, ລູກກາຍເປັນ ກຳພ້າ-ກຳພອຍ.

ຍ້ອນການກະທໍາທີ່ໄຮ້ມະນຸດສະທຳ ແລະ ໂຫດຮ້າຍປ່າເຖື່ອນດັ່ງກ່າວ ວັນທີ 21 ມິນາ 1946 ຈຶ່ງໄດ້ກາຍເປັນ “ວັນຄຽດແຄ້ນ” ຂອງປະຊາຊົນລາວ ຕໍ່ພວກລ່າເມືອງຂຶ້ນແບບເກົ່າຜູ້ຮຸກຮານ.

ຂໍ້ມູນຈາກ: ຄະນະໂຄສະນາອົບຮົມສູນກາງພັກ