ຄຕພ ​ຈັດກອງປະຊຸມວຽກງານຈັດຕັ້ງ ແລະກວດກາ ປະຈໍາປີ

ໃນວັນທີ 16 ມີນານີ້, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະວຽກງານກວດກາ ປະຈໍາປີ 2022 ແລະ ວາງທິດທາງແຜນການ ໃນປີ 2023 ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະພັກຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍໃນຄະນະພັກ, ຄະນະກົມ ແລະພະນັກງານ-ສະມາຊິກພັກ ພາຍໃນຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມທັງໝົດ 100 ກວ່າຄົນ.


ໃນກອງປະຊຸມ ສະຫາຍ ທອງສະຫວັນ ພົມວິຫານ ໃຫ້ກຽດ ເຜີຍແຜ່ເນື້ອໃນຈິດໃຈຂອງກອງປະຊຸມວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ຄັ້ງທີ XI; ສະຫາຍ ສົມພອນ ສີຈະເລີນ ຮອງເລຂາຄະນະພັກ ຮອງຫົວໜ້າ ຄຕພ ປະທານກວດກາຄະນະພັກ ໃຫ້ກຽດເຜີຍແຜ່ ເນື້ອໃນກອງປະຊຸມວຽກງານກວດກາ ທົ່ວປະເທດ ຄັ້ງທີ IV ເພື່ອໃຫ້ພະນັກງານ-ລັດຖະກອນ ຂອງ ຄຕພ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ໂດຍຖືເອົາວຽກງານກວດກາເປັນວຽກໜຶ່ງທີ່ສໍາຄັນໄປຄຽງຄູ່ກັບການ ນໍາພາ-ຊີ້ນໍາເຄື່ອນໄຫວວຽກງານຕາມພາລະບົດບາດ, ຂອບເຂດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບ ແລະ ນໍາເອົາເນື້ອໃນຈິດໃຈຂອງ ສອງກອງປະຊຸມດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ຢູ່ບັນດາໜ່ວຍພັກ, ບັນດາກົມ ໃຫ້ໄດ້ຮັບຜົນສໍາເລັດ.

ຫຼັງຈາກນັ້ນກອງປະຊຸມຍັງໄດ້ຮັບຟັງການຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະວຽກງານກວດກາ ປະຈໍາປີ 2022 ແລະ ທິດທາງໃນປີ 2023 ຂອງ ຄຕພ ສະເໜີໂດຍ ສະຫາຍ ເກີລໍ່ ຢາງກໍ່ ກໍາມະການຄະນະພັກ ຮອງປະທານກວດກາພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ, ໄດ້ຍົກໃຫ້ເຫັນຜົນງານດ້ານດີ ທີ່ຈະໄດ້ເສີມຂະຫຍາຍ, ດ້ານອ່ອນຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂ, ສາເຫດ ແລະບົດຮຽນທີ່ຖອດຖອນໄດ້. ຄະນະພັກໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານ ໂດຍໄດ້ຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບ, ກົດໝາຍຂອງລັດ, ບັນດາມະຕິ, ຄໍາສັ່ງ ຂອງຂັ້ນເທິງວາງອອກ ລວມທັງໝົດ​​​​​​​​​​ 7 ຄັ້ງ, ມີພະນັກງານເຂົ້າຮ່ວມ 583 ກວ່າເທື່ອຄົນ, ເປັນຍິງ 179 ກວ່າເທື່ອຄົນ; ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຕໍ່ການປັບປຸງການຈັດຕັ້ງ ໃຫ້ສອດຄ່ອງຕາມນິຕິກໍາ ທີ່ຂັ້ນເທິງວາງອອກ; ໄດ້ສໍາເລັດແຜນກໍານົດພະນັກງານນໍາພາຄຸ້ມຄອງ ຂັ້ນ ຄຕພ ຄຸ້ມຄອງ ແລະ ສູນກາງຄຸ້ມຄອງ; ໄດ້ເອົາໃຈໃສ່ຊີ້ນໍາຄະນະກວດກາແຕ່ລະຂັ້ນເຄື່ອນໄຫວ ຕິດຕາມ, ກວດກາການຈັດຕັ້ງປະຕິບັດພາລະບົດບາດຂອງ ຄະນະໜ່ວຍພັກ, ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຕິດຕາມການເຄື່ອນໄຫວ 3 ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ປະຕິບັດຂໍ້ແຂ່ງຂັນຮັກຊາດ-ພັດທະນາ ທີ່ຕິດພັນກັບວຽກງານວິຊາສະເພາະຂອງ ຄຕພ.

ໃນຕອນທ້າຍ ສະຫາຍ ທອງສະຫວັນ ພົມວິຫານ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໂດຍໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະນໍາ, ຄະນະກວດກາແຕ່ລະຂັ້ນ, ຄະນະກົມ ຂອງ ຄຕພ ຈົ່ງພ້ອມກັນເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄໍາສັ່ງແນະນໍາ, ຂໍ້ກໍານົດ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ໃຫ້ເຂັ້ມງວດ; ເອົາໃຈໃສ່ວຽກກໍ່ສ້າງພັກ-ພະນັກງານ ທາງດ້ານການເມືອງ-ແນວຄິດເປັນກົກ, ສ້າງພະນັກງານໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຈັນຍາບັນ, ຈັນຍາທໍາໃນການປະຕິບັດໜ້າທີ່ວຽກງານ; ໃຫ້ສືບຕໍ່ເອົາໃຈໃສ່ການຕິດຕາມ-ກວດກາ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການປະຕິບັດຂໍ້ແຂ່ງຂັນຮັກຊາດ-ພັດທະນາ ຕິດພັນກັບວຽກງານວິຊາສະເພາະໃຫ້ແທດເຖິງຕົວຈິງ, ຕ້ານ ແລະແກ້ໄຂແບບແຜນອາດຍາສິດຫ່າງເຫີນຈາກຕົວຈິງ, ຊອກໃຫ້ເຫັນດ້ານຕັ້ງໜ້າເພື່ອເສີມຂະຫຍາຍ, ເຫັນໄດ້ດ້ານອ່ອນຄົງຄ້າງເພື່ອດັດແປງແກ້ໄຂໃຫ້ທັນເວລາ.
(ຂ່າວ-ພາບ: ແສງຈັນ)