ກອງປະຊຸມໜ່ວຍປະສານງານປະຈໍາພື້ນທີ່ຊາຍແດນ ລາວ-ໄທ

ແຫຼ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ໜ່ວຍງານປະຈໍາພື້ນທີ່ຊາຍແດນ ລາວ-ໄທ ລະຫວ່າງແຂວງບໍ່ແກ້ວ, ແຂວງໄຊຍະບູລີ ແລະກອງກຳລັງຜາເມືອງ ແຫ່ງຣາຊະອານາຈັກໄທ ຈັດກອງປະຊຸມໜ່ວຍປະສານງານປະຈຳພື້ນທີ່ຊາຍແດນ ລາວ-ໄທ ຄັ້ງທີ 3 ປະຈຳປີ 2023 ຢູ່ດ່ານສາກົນຂົວມິດຕະພາບ 4 ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໂດຍມີທ່ານ ພົຈວ ກູດ ພົມມາ ຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງໄຊຍະບູລີ, ຫົວໜ້າໜ່ວຍປະສານງານປະຈຳພື້ນທີ່ພາກເໜືອຂອງລາວ ແລະທ່ານ ພັອ ທອງໄຂ ສີຍາລາດ ຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງບໍ່ແກ້ວ, ຫົວໜ້າໜ່ວຍປະສານງານປະຈຳພື້ນທີ່ຊາຍແດນ ລາວ-ໄທ ແຂວງບໍ່ແກ້ວ ສປປ ລາວ ແລະທ່ານ ພົຕ ສຸພະເລິກ ສະຖາພອນຜົນ ຜູ້ບັນຊາການກອງກຳລັງຜາເມືອງກອງທັບແຫ່ງຣາຊະອານາຈັກໄທ, ຫົວໜ້າ ໜ່ວຍປະສານງານປະຈຳພື້ນທີ່ຊາຍແດນ ໄທ-ລາວ, ມີບັນດາໜ່ວຍປະສານງານປະຈໍາພື້ນທີ່ຊາຍແດນ ທັງສອງຝ່າຍ ລາວ-ໄທ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນທົບທວນຄືນຜົນຂອງການປະຕິບັດງານທີ່ຜ່ານມາ,ທັງເປັນການແລກປ່ຽນຄວາມຄິດເຫັນ ແລະປຶກສາຫາລືການແກ້ໄຂບັນຫາຢາເສບຕິດຮ່ວມກັນ ລະຫວ່າງ ແຂວງບໍ່ແກ້ວ-ແຂວງໄຊຍະບູລີ ສປປ ລາວ ກັບກອງກຳລັງຜາເມືອງ ແຫ່ງ ຣາຊະອານາຈັກໄທ, ເຊິ່ງໄລຍະຜ່ານມາເຫັນວ່າທັງສອງຝ່າຍໄດ້ຕັ້ງໜ້າ ແລະ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ແຜນການຮ່ວມມືເປັນປະຈຳ ແລະ ໄດ້ມີການສະກັດກັ້ນ, ແກ້ໄຂ ຈັບຜູ້ກະທຳຜິດຄ້າຂາຍຢາເສບຕິດໄດ້ຢ່າງຕໍ່ເນື່ອງສະແດງອອກ 1 ປີຜ່ານມາ, ແຂວງບໍ່ແກ້ວ ແລະ ແຂວງໄຊຍະບູລີ ສປປ ລາວ ຢຶດ ຂອງກາງຢາບ້າ ໄດ້ 51.026.746 ເມັດ, ຢາໄອສ໌ 1.066 ກິໂລກຣາມ, ຢາເຄຕາມິນ 91 ກິໂລກຣາມ, ລົດໃຫຍ່ 19 ຄັນ, ລົດຈັກ 2 ຄັນ ແລະຈັບຜູ້ຖືກຫາ ໄດ້ 72 ຄົນ, ຍິງ 4 ຄົນ ແລະຝ່າຍຣາຊະອານາຈັກໄທ ຢຶດຂອງກາງຢາບ້າໄດ້ 6.400. 000 ເມັດ.

ພ້ອມນີ້, ໃນກອງປະຊຸມທັງສອງຝ່າຍ ລາວ-ໄທ ໄດ້ມີການປຶກສາຫາລື ແລະເຫັນດີເປັນເອກະພາບກັນສືບຕໍ່ກໍານົດແນວທາງ ແລະມາດຕະການໃນການສົ່ງເສີມການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ໄທ-ລາວ, ສືບຕໍ່ການຮ່ວມມືທີ່ດີຖານບ້ານໃກ້ເຮືອນຄຽງ, ສືບຕໍ່ການຢ້ຽມຢາມການແລກປ່ຽນສະ ພາບການເຊິ່ງກັນ ແລະກັນ ເພື່ອສະກັດກັ້ນ ແລະ ປາບປາມຜູ້ລັກລອບນໍາຄົນເຂົ້າ-ອອກແບບຜິດກົດໝາຍ, ການລັກລອບຄ້າຂາຍເຖື່ອນ ແລະການຄ້າຢາເສບຕິດ ແລະໄດ້ເຊັນບົດບັນທຶກເພື່ອສືບຮ່ວມມືໃນຕໍ່ໜ້າ.
ຂ່າວ: ສຸກສະຫວັດ ຂໍ້ມູນ: ປກສ