ກອງປະຊຸມປຶກສາຫາລື ອາຊຽນ-ອົດສະຕຣາລີ ຄັ້ງທີ 35

ໃນລະຫວ່າງວັນທີ 16-17 ມີນາ 2023, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລື ອາຊຽນ-ອົດສະຕຣາລີ ຄັ້ງທີ 35 ທີ່ນະຄອນຫຼວງວຽງຈັນ ຮ່ວມກັບ ທ່ານ ນ. Michelle Chan, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະການຄ້າທັງເປັນເຈົ້າໜ້າທີ່ອາວຸໂສອົດສະຕຣາລີ ຮັບຜິດຊອບວຽກອາຊຽນ, ກອງປະຊຸມສຸດຍອດອາຊີຕາເວັນອອກ ແລະເວທີພາກພື້ນອາຊຽນ. ກອງປະຊຸມຄັ້ງນີ້ຍັງມີບັນດາເຈົ້າໜ້າທີ່ອາວຸໂສ ແລະຄະນະຜູ້ແທນຂອງປະເທດສະມາຊິກອາຊຽນ, ອົດສະຕຣາລີ ແລະກອງເລຂາອາຊຽນ ເຂົ້າຮ່ວມ. ປະເທດ ຕີມໍແລັດສະເຕ ກໍໄດ້ເຂົ້າຮ່ວມໃນນາມຜູ້ສັງເກດການ.

ກອງປະຊຸມ ໄດ້ແດງຄວາມຊົມເຊີຍ ແລະຕີລາຄາສູງຕໍ່ຄວາມຄືບໜ້າຂອງການຮ່ວມມືອາຊຽນ-ອົດສະຕຣາລີ ໃນໄລຍະ 1 ປີ ຜ່ານມາກໍຄືການຜັນຂະຫຍາຍຜົນກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 2 ແລະການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອົດສະຕຣາລີ,ໂດຍສະເພາະການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອົດສະຕຣາລີ (2020-2024),ເອກະສານຊ້ອນທ້າຍຂອງແຜນປະຕິບັດງານດັ່ງກ່າວ ແລະບັນດາຂໍ້ລິເລີ່ມອົດສະຕຣາລີ ເພື່ອອາຊຽນ (Aus4ASEAN), ຊຶ່ງກວມເອົາ 3 ເສົາຄໍ້າ: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ໃຫ້ເປັນຮູບປະທໍາ. ໃນໂອກາດນີ້, ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບຂໍ້ສະເໜີການຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ທີ່ມີແຜນຈະຈັດຂຶ້ນໃນປີ 2024 ທີ່ອົດສະຕຣາລີ. ພ້ອມນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ ແລະ ຊຸກຍູ້ການຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການແກ້ໄຂ ແລະ ຮັບມືກັບບັນຫາການປ່ຽນແປງຂອງດິນຟ້າອາກາດ, ການຄ້າ, ການຫັນປ່ຽນ ແລະການເຊື່ອມຈອດດ້ານດີຈີຕອນ, ເສດຖະກິດດີຈີຕອນ, ການຕ້ານການກໍ່ການຮ້າຍ ແລະ ອາຊະຍາກໍາຂ້າມຊາດ, ການເຊື່ອມໂຍງພາກພື້ນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ເຄືອຄ່າຍຕົວເມືອງອັດສະລິຍະ, ແລະສິດສະເໝີພາບລະຫວ່າງຍິງຊາຍ.

ໃນໂອກາດນີ້,ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ ແລະກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 3 ທີ່ຈະຈັດຂຶ້ນໃນເດືອນກໍລະກົດ ແລະເດືອນກັນຍາ 2023 ຕາມລໍາດັບ.
ສປປ ລາວ ເປັນປະເທດປະສານງານການພົວພັນອາຊຽນ-ອົດສະຕຣາລີ (2021-2024).
ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ